ອາເຊນອລ ເປີດໂຕຊຸດຢາມ ລະດູການ 23-24 ສີສັນສະດຸດຕາ ສື່ເຖິງການສະໜັບສະໜູນ ຂອງແຟນບານປືນໃຫຍ່
July 19, 2023 - 8:00 AM


ຫລັງຈາກທີ່ ອາເຊນອລ ທີມດັງຂອງ ພຣີເມຍລີກ ເປີດຕົວຊຸດໃນບ້ານລະດູການ 2023-24 ອອກມາແລ້ວ. ຫລ້າສຸດ, ເຂົາເຈົ້າໄດ້ເປີດຕົວຊຸດແຂ່ງນອກບ້ານ, ເຊິ່ງມີສີສັນທີ່ໜ້າຈັບຕາເຮັດໃຫ້ແຟນບານ ອາເຊນອລ ຕ່າງພາກັນຈັບຈອງໄປພ້ອມໆກັນ.
ໂດຍເສື້ອຢາມຂອງ ອາເຊນອລ ສໍາລັບລະດູການ 2023-24 ແມ່ນສີເຫລືອງສະຫວ່າງ (Team Semi Solar Yellow) ຕັດດ້ວຍເສັ້ນສີດໍາໜາສື່ເຖິງຕົວແທນຂອງແຟນ Gunners. ຜູ້ທີ່ເດີນທາງຈາກທົ່ວທຸກທິດໄປສະຫນາມກິລາ Emirates ເພື່ອເຊຍ ອາເຊນອລ, ບໍ່ວ່າຈະມາຈາກອັງກິດ ຫລື ປະເທດໃດກໍ່ຕາມ.