ເຫັດຫອມ ຂອງດີ ຊ່ວຍຫລຸດຄໍເລສເຕີໂຣນ


ເຫັດຫອມ ເປັນເຫັດທີ່ເຮົາມັກພົບໃນອາຫານປະຈໍາວັນ ແຕ່ຮູ້ບໍ່ວ່າ ເຫັດຫອມ ນອກຈາກແຊບແລ້ວຍັງມີຄຸນປະໂຫຍດອີກດ້ວຍ
.
ຈາກຂໍ້ມູນໂພຊະນາການ ເຫັດຫອມ 100 ກຣາມ ໃຫ້ພະລັງງານ 33 Kcal ເຖິງວ່າຈະໃຫ້ພະລັງງານຕໍ່າ ແຕ່ມີໄຟເບີສູງ, ອຸດົມໄປດ້ວຍວິຕາມິນ ແລະ ເກືອແຮ່ຫລາຍຢ່າງທີ່ມີປະໂຫຍດ ແລະ ຍັງມີກົດກູຕາມິກ ທີ່ໃຫ້ລົດຊາດນົວຄືກັບແປ້ງນົວຕາມທໍາມະຊາດອີກດ້ວຍ
.
ຄຸນປະໂຫຍດຂອງເຫັດຫອມ
– ເສີມສ້າງພູມຄຸ້ມກັນ ໃນເຫັດຫອມມີສານສໍາຄັນເຊັ່ນ: ເບຕ້າກຣູແຄນ ທີ່ຊ່ວຍໃນການກະຕຸ້ນການເຮັດວຽກຂອງພູມຄຸ້ມກັນຮ່າງກາຍ ຈຶ່ງຊ່ວຍໃນການປ້ອງກັນການຕິດເຊື້ອຕ່າງໆໄດ້ເປັນຢ່າງດີ
.
– ຄວບຄຸມລະດັບຄໍເລສເຕີໂຣນ ໃນເຫັດຫອມມີສານສໍາຄັນຫລາຍຊະນິດ ທີ່ຊ່ວຍໃນການຄວບຄຸມຄໍເລສເຕີໂຣນຄື:
+ ສານອິຣິຕາດີນີນ ຊ່ວຍຫລຸດການສ້າງຄໍເລສເຕີໂຣນ
+ ສານສະເຕີຣໍ ຫລຸດການດູດຊຶມຄໍເລສເຕີໂຣນ
+ ສານເບຕ້າກຣູແຄນ ຊ່ວຍຫລຸດລະດັບຄໍເລສເຕີໂຣນ
.
ເຫັດຫອມ ເຖິງຈະມີປະໂຫຍດຫລາຍ ແຕ່ຖ້າອະນາໄມບໍ່ດີ ຫລື ຊື້ຈາກແຫລ່ງທີ່ບໍ່ຖືກຕ້ອງ ກໍຈະໃຫ້ໂທດເຊັ່ນດຽວກັນ, ຖ້າກິນດິບຈະເຮັດໃຫ້ເກີດອາການແພ້ຂຶ້ນໄດ້
***ບໍ່ຄວນກິນເຫັດຄູ່ກັບເຄື່ອງດື່ມແອວກໍຮໍ ເພາະຈະເຫັດໃຫ້ສານອັລບູມິນໃນເຫັດແຂງຕົວ ແລະ ຍ່ອຍຍາກ***
ຂໍ້ມູນຈາກ cheewajit