6 ເດືອນຕົ້ນປີ ດ່ານສາກົນພູເກືອ ເກັບລາຍຮັບໄດ້ 31 ຕື້ກວ່າກີບ


ວັນທີ 12 ກໍລະກົດ 2023, ຄະນະຄຸ້ມຄອງດ່ານສາກົນພູເກືອ ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫລຸບຕີລາຄາການຈັດຕັ້ງປະຕິບັດວຽກງານປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2023, ທ່ານ ພັນເອກ ໂພໄຊ ສຸລິວົງ ຫົວໜ້າຄະນະຄຸ້ມຄອງດ່ານສາກົນພູເກືອ ເປັນປະທານ ແລະ ມີພາກສ່ວນກ່ຽວຂອງເຂົ້າຮ່ວມ.
ໃນໄລຍະ 6 ເດືອນຜ່ານມາການສົ່ງອອກ-ນໍາເຂົ້າສິນຄ້າ ໄດ້ປະກອບເອກະສານໃນການສົ່ງອອກສິນຄ້າຜ່ານດ່ານມີ 921 ຊຸດ, ຄິດເປັນມູນຄ່າ 56 ລ້ານກວ່າໂດລາສະຫະລັດ ແລະ ປະກອບເອກະສານການນໍາເຂົ້າຜ່ານດ່ານມີ 579 ຊຸດ, ຄິດເປັນມູນຄ່າ 32 ລ້ານກວ່າໂດລາສະຫະລັດ.
ອຳນວຍຄວາມສະດວກໃຫ້ແກ່ຜູ້ທີ່ມາໃຊ້ບໍລິການເຂົ້າ-ອອກຜ່ານດ່ານ106.154 ຄົນ, ຄົນແຈ້ງເຂົ້າເມືອງ 53.700 ກວ່າຄົນ, ມີ 50 ສັນຊາດ ແລະ ຄົນແຈ້ງອອກເມືອງ 52.400 ກວ່າຄົນ, 43 ສັນຊາດ. ແລະ ມີພາຫານະເຂົ້າ-ອອກຜ່ານດ່ານ 16.668 ຄັນ, ລົດແຈ້ງເຂົ້າເມືອງ 8.000 ກວ່າຄັນ, 3 ສັນຊາດແລະ ລົດແຈ້ງອອກ 8.600 ກວ່າຄັນ, ມີ 3 ສັນຊາດ. ຂະແໜງພາສີເກັບລາຍຮັບໄດ້ທັງໝົດ 31 ຕື້ກວ່າກີບ, ທຽບແຜນປີເທົ່າກັບ 37,69%, ໃນນັ້ນໜ່ວຍງານອາກອນເກັບລາຍຮັບໄດ້ 40 ລ້ານກີບ, ທຽບແຜນການປີເທົ່າກັບ 40,32%.