ອັລ ເອດຕິຟັດ ທີມຊາດອຸ ຈະລົ້ມແຜນຄວ້າ ຈໍແດນ ເຮນເດີສັນ ຫາກຖືກ ລິເວີພູລ ຕັ້ງຄ່າໂຕ 20 ລ້ານປອນ
July 14, 2023 - 4:30 PM


ຈໍແດນ ເຮນເດີສັນ ກັບຕັນທີມ ລິເວີພູລ ຕົກເປັນຂ່າວຢ່າງໜັກກັບສະໂມສອນ ອັລ ເອດຕິຟັດ ທີມໃນລີກຂອງ ຊາອຸດິ ອາຣາເບຍ ທີ່ມີ ສະຕີເວ່ນ ເຈີຣາດ ເປັນຄູຝຶກ ໂດຍມີຂໍ້ສະເໜີຄ່າຈ້າງ 700,000 ຕໍ່ອາທິດ ເປັນແຮງຈູງໃຈ.
ຕໍ່ມາມີລາຍງານຂ່າວວ່າ ເຮນເດີສັນ ມີໃຈຢາກຍ້າຍໄປຫລີ້ນໃນລີກເມືອງນ້ຳມັນ. ພ້ອມກັບຮັບໄຟຂຽວຈາກ ເຈເກັນ ຄຣັອບ ຜູ້ຈັດການທີມຮຽບຮ້ອຍແລ້ວ ແລະ ພຽງແຕ່ລໍຖ້າຕົກລົງກ່ຽວກັບຄ່າໂຕ ທຳອິດສື່ຄາດວ່າ “ຫົງແດງ” ໄດ້ວາງປ້າຍໄວ້ເປັນ 10 ລ້ານປອນ, ແຕ່ຕໍ່ມາຕົວເລກດັ່ງກ່າວອາດຈະເພີ່ມຂຶ້ນເປັນ 20 ລ້ານປອນ.
ຫລ້າສຸດ ເວັບໄຊ DaveOCKOP ເປີດເຜີຍຂໍ້ມູນສະເພາະວ່າ ອັລ ເອດຕິຟັດ ຍິນດີທີ່ຈະຍົກເລີກສັນຍາກັບ ເຮັນໂດ້ ຖ້າ ລິເວີພູລ ຕ້ອງການຄ່າຕົວ 20 ລ້ານປອນ ເຊິ່ງສະໂມສອນ ຊາອຸດິ ຖືວ່າເປັນຕົວເລກທີ່ສູງເກີນໄປ ແລະ ພວກເຂົາໄດ້ເຮັດໃຫ້ມັນຊັດເຈນວ່າພວກເຂົາຕ້ອງການຄວ້າຕົວກັບຕັນຂອງ “ຫົງແດງ” ມາແບບບໍ່ເສຍຄ່າໂຕ.