ໄຄ ຮາແວດ ລົງສະໜາມນັດທຳອິດ ໃຫ້ ອາເຊນອລ ໃນເກມອຸ່ນເຄື່ອງ ສະເໝີ ເນີນແບກ 1-1
July 14, 2023 - 2:00 PM


“ປືນໃຫຍ່” ອາເຊນອລ ພາດເກັບໄຊເຖິງວ່າຈະໄດ້ປະຕູຂຶ້ນນຳກ່ອນຕັ້ງແຕ່ 7 ນາທີທຳອິດຈາກການຍິງປະຕູຂອງ ບູກາໂຢ ຊາກ້າ ບວກກັບຮູບການເກມກໍ່ດີກວ່າ ແຕ່ວ່າໃນເຄິ່ງເວລາທີ 2 ໃນເກມນີ້ ເນີນແບກ ຕາມຕີສະເໝີ 1-1, ໂດຍເກມນີ້ ໄຄ ຮາແວດ ໄດ້ຮັບໂອກາດລົງສະໜາມເປັນຕົວສຳຮອງໃນ 45 ນາທີຫລັງ, ກ່ອນທີ່ທີມຂອງ ອາເຕຕ້າ ຈະລົງແຂ່ງກັບທີມ ເມເຈີລີກ ອໍສະຕາ ໃນຕອນເຊົ້າຂອງວັນທີ 20 ກໍລະກົດ ເວລາ 10:30 ໂມງ.
ດ້ານຂອງ ມິເກລ ອາເຕຕ້າ, ຄູຝຶກສອນຂອງ ອາເຊນອລ ຮອງແຊ້ມ ພຣີເມຍລີກ ລະດູການທີ່ຜ່ານມາ ພາລູກທີມໄປລົງແຂ່ງຢ່າງລັບໆ 1 ນັດຄື ສະເໝີກັບ ວັດຟອດ 1-1 ທີ່ສະໜາມຝຶກຊ້ອມ ລອນດອນ ໂຄລນີ ກ່ອນທີ່ຈະເກັບໂຕໄປຝຶກຊ້ອມຢູ່ ເມືອງເບຍ ແລະ ເຄາະສະໜິມ 1 ນັດກັບ ເນີນແບກ.