ສາຍຟິດຕ້ອງຮູ້ ອອກກໍາລັງກາຍມື້ລະ 30 ນາທີ ບໍ່ໄດ້ດີສໍາລັບທຸກຄົນ

ສາຍຟິດຕ້ອງຮູ້ ອອກກໍາລັງກາຍມື້ລະ 30 ນາທີ ບໍ່ໄດ້ດີສໍາລັບທຸກຄົນ - 888BF7E9783F453CB372EB8C9F5D04E0 - ສາຍຟິດຕ້ອງຮູ້ ອອກກໍາລັງກາຍມື້ລະ 30 ນາທີ ບໍ່ໄດ້ດີສໍາລັບທຸກຄົນ
ສາຍຟິດຕ້ອງຮູ້ ອອກກໍາລັງກາຍມື້ລະ 30 ນາທີ ບໍ່ໄດ້ດີສໍາລັບທຸກຄົນ - kitchen vibe - ສາຍຟິດຕ້ອງຮູ້ ອອກກໍາລັງກາຍມື້ລະ 30 ນາທີ ບໍ່ໄດ້ດີສໍາລັບທຸກຄົນ

ເຮົາອາດຈະຮູ້ແລ້ວວ່າ ຄວນໃຊ້ເວລາອອກກໍາລັງກາຍມື້ລະ 30 ນາທີ ແຕ່ຂໍ້ມູນຫລ້າສຸດໃຫ້ຮູ້ວ່າ ການເຮັດແບບນີ້ບໍ່ໄດ້ເປັນປະໂຫຍດສໍາລັບທຸກຄົນ ໃນຂະນະທີ່ການອອກກໍາລັງກາຍເປັນເວລາ 3 ນາທີ ທຸກໆ 1 ຊົ່ວໂມງ ຂະນະທີ່ນັ່ງເຮັດວຽກ ຈະຊ່ວຍໃຫ້ຊີວິດຍືນຍາວຂຶ້ນ 30%

.

ສາຍຟິດຕ້ອງຮູ້ ອອກກໍາລັງກາຍມື້ລະ 30 ນາທີ ບໍ່ໄດ້ດີສໍາລັບທຸກຄົນ - Visit Laos Visit SALANA BOUTIQUE HOTEL - ສາຍຟິດຕ້ອງຮູ້ ອອກກໍາລັງກາຍມື້ລະ 30 ນາທີ ບໍ່ໄດ້ດີສໍາລັບທຸກຄົນ

ຜົນການສຶກສາຂອງມະຫາວິທະຍາໄລກລາສໂກ ຄາເລໂດເນຍ ພົບວ່າການອອກກໍາລັງກາຍ 30 ນາທີ ຕໍ່ມື້ ສາມາດຊ່ວຍຫລຸດອັດຕາການເສຍຊີວິດກ່ອນໄວອັນຄວນໄດ້ 80% ສໍາລັບຜູ້ທີ່ໃຊ້ເວລາໄປກັບການນັ່ງນ້ອຍກວ່າ 7 ຊົ່ວໂມງ, ແນວໃດກໍຕາມ ສິ່ງນີ້ບໍ່ໄດ້ຊ່ວຍໃຫ້ຫລຸດອັດຕາສ່ຽງໃນການເສຍຊີວິດສໍາລັບຜູ້ທີ່ນັ່ງໃນຫ້ອງການ ດົນກວ່າ 11-12 ຊົ່ວໂມງຕໍ່ມື້ ເຊິ່ງສະຫລຸບໄດ້ວ່າກິດຈະກໍາທີ່ຊ່ວຍຫລຸດອັດຕາການເສຍຊີວິດລົງໄດ້ເຖິງ 30% ແມ່ນການອອກກໍາລັງກາຍໃນລະດັບປານກາງປະມານ 3 ນາທີ ຫລື ເຮັດກິດຈະກໍາທາງຮ່າງກາຍໃນລະດັບເບົາ 12 ນາທີຕໍ່ທຸກ 1 ຊົ່ວໂມງ ຫລື ເຮັດຫລາກຫລາຍກິດຈະກໍາ ກໍຈະຊ່ວຍຫລຸດອັດຕາການເສຍຊີວິດໄດ້

.

ຂໍ້ມູນຈາກ  GQ Thailand

 

 

ສາຍຟິດຕ້ອງຮູ້ ອອກກໍາລັງກາຍມື້ລະ 30 ນາທີ ບໍ່ໄດ້ດີສໍາລັບທຸກຄົນ - 3 - ສາຍຟິດຕ້ອງຮູ້ ອອກກໍາລັງກາຍມື້ລະ 30 ນາທີ ບໍ່ໄດ້ດີສໍາລັບທຸກຄົນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!