ນະຄອນຫລວງພະບາງ ກຽມຈັດແຂ່ງຂັນຊ່ວງເຮືອ ງານບຸນຫໍ່ເຂົ້າປະດັບດິນ ປະຈຳປີ 2023
July 13, 2023 - 8:00 AM


ນະຄອນຫລວງພະບາງ ແຂວງຫລວງພະບາງ ກຽມຈັດການແຂ່ງຂັນເຮືອຊ່ວງ ໃນປາງບຸນຫໍ່ເຂົ້າປະ ດັບດິນປະຈຳປີ 2023 ເພື່ອປະຕິບັດຕາມຮີດຄອງປະເພນີອັນດີງາມຂອງຊາວຫລວງພະບາງທີ່ໄດ້ສືບທອດກັນມາແຕ່ບູຮານນະການ ໃຫ້ມີຄວາມຍືນຍົງ ແລະ ຄົງຄຸນຄ່າຕະຫລອດໄປ ທັງເປັນການປົກປັກຮັກສາ, ເສີມຂະຫຍາຍມູນເຊື້ອວັດທະນະທຳ-ຮີດຄອງປະເພນີອັນດີງາມ ທີ່ເປັນເອກະລັກສະເພາະຂອງຊາວຫລວງພະບາງ ເມືອງມໍລະດົກໂລກ.
ອີງຕາມແຈ້ງການຂອງເຈົ້ານະຄອນຫລວງພະບາງ ເລກທີ 035/ຈນ-ຫລບ, ລົງວັນທີ 04 ກໍລະກົດ 2023 ແຈ້ງໃຫ້ຊາບວ່າ: ເພື່ອເປັນການປົກປັກຮັກສາ, ເສີມຂະຫຍາຍມູນເຊື້ອວັດທະນະທຳ-ຮີດຄອງປະເພນີອັນດີງາມ ທີ່ເປັນເອກະລັກສະເພາະຂອງຊາວຫລວງພະບາງ ເມືອງມໍລະດົກໂລກ, ເຈົ້ານະຄອນ ຫລວງພະບາງ ຂໍຖືເປັນກຽດແຈ້ງມາຍັງທ່ານຄະນະຮັບຜິດຊອບເຮືອຊ່ວງແຕ່ລະພາກສ່ວນຊາບວ່າ ບຸນຊ່ວງເຮືອທີ່ຍຶ່ງຄານໃນວັນບຸນຫໍ່ເຂົ້າປະດັບດິນ ປະຈຳປີ 2023 ນີ້ ແມ່ນຈະໄດ້ຈັດຂຶ້ນໃນມື້ແຮມ 14 ຄໍ່າ ເດືອນ 9 ລາວ, ກົງກັບວັນທີ 14 ກັນຍາ (9) 2023. ສະນັ້ນ, ເພື່ອເປັນການຫ້າງຫາກະກຽມໃຫ້ທັນເວລາຈຶ່ງຂໍແຈ້ງແຕ່ລະພາກສ່ວນເພື່ອທຳການສ້ອມແປງເຮືອຊ່ວງ (ປະເພດເຮືອຄູນ) ທີ່ມີຂະໜາດ 40 ສີພາຍຂຶ້ນໄປ ແລະ ນຳສະເໜີທາງນະຄອນຫລວງພະບາງ ເພື່ອເຂົ້າສູ່ການແຂ່ງຂັນເຮືອຊ່ວງແຕ່ລະພາກສ່ວນ.
ສໍາລັບລາຍລະອຽດທາງດ້ານຮູບຊົງ ແລະ ເຕັກນິກເຮືອຈະມີທາງຄະນະຮັບຜິດຊອບລົງກວດກາແນະນຳອີກຄັ້ງໜຶ່ງເພື່ອໃຫ້ຖືກຕ້ອງຕາມລະບຽບທີ່ໄດ້ກຳນົດໄວ້. ສະນັ້ນ, ຈຶ່ງແຈ້ງມາຍັງທ່ານຄະນະຮັບຜິດຊອບແຕ່ລະພາກສ່ວນຮັບຊາບ.