ໂປເຊັດຕີໂນ ປະກາດມາຄຸມເຊລຊີ ເພື່ອໄຊຊະນະ ເຊື່ອສູ້ກັບ ແມນຊິຕີໄດ້

ໂປເຊັດຕີໂນ ປະກາດມາຄຸມເຊລຊີ ເພື່ອໄຊຊະນະ ເຊື່ອສູ້ກັບ ແມນຊິຕີໄດ້ -                           1111 - ໂປເຊັດຕີໂນ ປະກາດມາຄຸມເຊລຊີ ເພື່ອໄຊຊະນະ ເຊື່ອສູ້ກັບ ແມນຊິຕີໄດ້
ໂປເຊັດຕີໂນ ປະກາດມາຄຸມເຊລຊີ ເພື່ອໄຊຊະນະ ເຊື່ອສູ້ກັບ ແມນຊິຕີໄດ້ - kitchen vibe - ໂປເຊັດຕີໂນ ປະກາດມາຄຸມເຊລຊີ ເພື່ອໄຊຊະນະ ເຊື່ອສູ້ກັບ ແມນຊິຕີໄດ້

ໂປເຊັດຕີໂນ ປະກາດມາຄຸມເຊລຊີ ເພື່ອໄຊຊະນະ ເຊື່ອສູ້ກັບ ແມນຊິຕີໄດ້ -                           1111 - ໂປເຊັດຕີໂນ ປະກາດມາຄຸມເຊລຊີ ເພື່ອໄຊຊະນະ ເຊື່ອສູ້ກັບ ແມນຊິຕີໄດ້

ເມົາຣີຊີໂອ ໂປເຊັດຕີໂນ ຜູ້ຈັດການທີມຄົນໃຫມ່ຂອງ ເຊລຊີ ໄດ້ປະກາດມາຄຸມທີມເພື່ອຄວ້າໄຊຊະນະ ພ້ອມເຊື່ອວ່າ : ເຊລຊີ ຈະສາມາດຕ້ານທານກັບ ແມນເຊສເຕີ ຊິຕີ ໄດ້ແນ່ນອນ.

ໂປເຊັດຕີໂນ ປະກາດມາຄຸມເຊລຊີ ເພື່ອໄຊຊະນະ ເຊື່ອສູ້ກັບ ແມນຊິຕີໄດ້ - Visit Laos Visit SALANA BOUTIQUE HOTEL - ໂປເຊັດຕີໂນ ປະກາດມາຄຸມເຊລຊີ ເພື່ອໄຊຊະນະ ເຊື່ອສູ້ກັບ ແມນຊິຕີໄດ້

ໂດຍ ໂປເຊັດຕີໂນ ໄດ້ຮັບການແຕ່ງຕັ້ງໃຫ້ເຂົ້າມາເຮັດໜ້າທີ່ຜູ້ຈັດາການທີມຄົນໃຫມ່ຂອງ ເຊລຊີ ດ້ວຍສັນຍາ 2 ປີ ຫລື ເຖິງປີ 2025 ພ້ອມຕົວເລືອກຂະຫຍາຍເພີ່ມອີກ 1 ປີ ແລະ ລາວກໍໄດ້ເຂົ້າມາເຮັດວຽກກັບສະໂມສອນຢ່າງເປັນທາງການຕັ້ງແຕ່ວັນທີ 3 ກໍລະກົດແລ້ວ.

ຫລ້າສຸດ ໂປເຊັດຕີໂນ ໃຫ້ສຳພາດກັບສື່ເປັນຄັ້ງທຳອິດເຖິງເປົ້າຫມາຍຂອງຕົນເອງກັບທີມວ່າ : “ ເປົ້າຫມາຍຂອງຂ້ອຍຄືການຄວ້າໄຊຊະນະ ຫລິ້ນໃຫ້ດີຄືຮູບແບບ ປັດສະຍາ ແລະ ວັດທະນະທຳຂອງເຮົາ ຖ້າເຈົ້າບໍ່ຊະນະກັບສະໂມສອນຢ່າງເຊລຊີ ທ່ານຈະພົບບັນຫາ ”.

“ ດ້ວຍນັກເຕະທີ່ເຮົາມີ ແລະ ກົນລະຍຸດທີ່ເຊື່ອໄດ້ ມັນກ່ຽວກັບການຊະນະ ຄວາມສາມາດໃນການແຂ່ງຂັນ ແລະ ຖ່າຍທອດພະລັງງານນີ້ໄປຍັງແຟນບານຂອງເຮົາ ເພື່ອສ້າງຄວາມເປັນນຳ້ຫນຶ່ງໃນດຽວກັນ ເຮົາຕ້ອງເຮັເດໃຫ້ດີທີ່ສຸດຕັ້ງແຕ່ເລີ່ມຕົ້ນ ”.

ນອກຈາກນັ້ນ ຜູ້ຈັດການທີມອາຍຸ 51 ປີຍັງເຊື່ອວ່າ ເຊລຊີ ມີສັກກະຍາພາບພຽງພໍທີ່ຈະຕໍ່ກອນກັບ ແມນເຊສເຕີ ຊິຕີ ໄດ້ “ ຂ້ອຍຢາກຈະສະແດງຄວາມຍິນດີກັບ ເປບ ກວາດີໂອລາ ກັບຄວາມສຳເລັດຂອງລາວກັບ ແມນຊິຕີ ມັນວິດເສດຫລາຍທີ່ໄດ້ເຫັນສະໂມສອນໄດ້ຮັບຄວາມຫມັ້ນຄົງຢ່າງຫລາຍດ້ວຍເຄື່ອງມືຈາກຜູ້ຈັດການທີມ ເຊລຊີ ໃນໄລຍະ 10, 12 ຫລື 15 ປີທີ່ຜ່ານມາປະສົບຄວາມສຳເລັດຄ້າຍໆກັນ ຕອນນີ້ເຮົາຕ້ອງເຊື່ອວ່າສາມາດສ້າງສິ່ງທີ່ດີເດັ່ນໄດ້ ແລະ ເຊື່ອວ່າເຮົາສາມາດແຂ່ງຂັນກັບ ແມນ ຊິຕີ ໄດ້ ”.

ໂປເຊັດຕີໂນ ປະກາດມາຄຸມເຊລຊີ ເພື່ອໄຊຊະນະ ເຊື່ອສູ້ກັບ ແມນຊິຕີໄດ້ - 3 - ໂປເຊັດຕີໂນ ປະກາດມາຄຸມເຊລຊີ ເພື່ອໄຊຊະນະ ເຊື່ອສູ້ກັບ ແມນຊິຕີໄດ້
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!