ຣຽວ ມາດຣິດ ພ້ອມຍື່ນຄ່າເມື່ອຍ 50 ລ້ານຢູໂຣ ຫວັງດຶງດູດໃຈ ເອັມບັບເປ ຮ່ວມທີມ




ຣຽວ ມາດຣິດ ພ້ອມສະເໜີຄ່າເມື່ອຍໃຫ້ ຄີລຽນ ເອັມບັບເປ ຍອດລວມ 50 ລ້ານຢູໂຣ ພາຍໃນໄລຍະສັນຍາ 5 ປີ ຫລັງມີຂ່າວຕົວນັກເຕະແຍກທາງກັບ ປາຣີສ ແຊັງ ແຊັກແມັງ.
ສຳນັກຂ່າວ ກາເດນາ ເຊ ລາຍງານວ່າ : ຣຽວ ມາດຣິດ ທີມດັງແຫ່ງ ລາ ລີກາ ສະເປນ ພ້ອມສະເໜີຄ່າເມື່ອຍໃຫ້ ເອັມບັບເປ ກອງໜ້າ ປາຣີສ ແຊັງ ແຊັກແມັງ ດ້ວຍຍອດລວມ 50 ລ້ານຢູໂຣ.
ປັດຈຸບັນເອັມບັບເປ ເຫລືອສັນຍາກັບ ເປແອສເຊ ພຽງປີດຽວ ແລະ ລາວທຳທ່າວ່າຈະປະຕິເສດເງື່ອນໄຂການຂະຫຍາຍສັນຍາເພີ່ມ 1 ປີທີ່ຖືກລະບຸໄວ້ ສ່ວນ ເປແອສເຊ ໄດ້ຍື່ນຄຳຂາດວ່າຖ້າ ນັກເຕະລາຍນີ້ບໍ່ຍອມຕໍ່ສັນຍາ ກໍຄົງຕ້ອງຈົບດ້ວຍການແຍກທາງ.
ລາຍງານລະບຸວ່າ ຣຽວ ມາດຣິດ ທີ່ຢາກໄດ້ເອັມບັບເປ ຢູ່ແລ້ວກໍວາງແຜນເລື່ອງນີ້ໄວ້ຮຽບຮ້ອຍ ໂດຍສະໂມສອນຈະຍື່ນສັນຍາໃຫ້ນັກເຕະ 5 ປີ ຄ່າເມື່ອຍ 50 ລ້ານຢູໂຣ ແລະ ຈະມີການລະບຸຄ່າຈີກສັນຍາໄວ້ທີ 1,000 ລ້ານຢູໂຣ.
ແນວໃດກໍຕາມ ເປແອສເຊ ຈະປັກປ້າຍຂາຍເອັມບັບເປໄວ້ທີ່ 200 ລ້ານຢູໂຣ ເຊິ່ງ ມາດຣິດ ເອງບໍ່ຄິດຈະຈ່າຍເງິນຄ່າຕົວສູງຂະໜາດນີ້ ຈຶ່ງມີຄວາມເປັນໄດ້ສູງທີ່ ມາດຣິດ ຈະຖ້າຈົນເຖິງປີໜ້າແລ້ວຄວ້ານັກເຕະມາຮ່ວມທີມແບບບໍ່ມີຄ່າຕົວ.