ນ້ຳຖ້ວມກະທັນຫັນທາງພາກຕາເວັນຕົກຂອງຈີນ ເສຍຊີວິດຢ່າງໜ້ອຍ 15 ຄົນ

ນ້ຳຖ້ວມກະທັນຫັນທາງພາກຕາເວັນຕົກຂອງຈີນ ເສຍຊີວິດຢ່າງໜ້ອຍ 15 ຄົນ - 33MM39K highres - ນ້ຳຖ້ວມກະທັນຫັນທາງພາກຕາເວັນຕົກຂອງຈີນ ເສຍຊີວິດຢ່າງໜ້ອຍ 15 ຄົນ
ນ້ຳຖ້ວມກະທັນຫັນທາງພາກຕາເວັນຕົກຂອງຈີນ ເສຍຊີວິດຢ່າງໜ້ອຍ 15 ຄົນ - kitchen vibe - ນ້ຳຖ້ວມກະທັນຫັນທາງພາກຕາເວັນຕົກຂອງຈີນ ເສຍຊີວິດຢ່າງໜ້ອຍ 15 ຄົນ

ສື່ທ້ອງຖິ່ນຂອງຈີນລາຍງານ ວັນທີ 5 ກໍລະກົດ 2023 ວ່າ: ເທສະບານເມືອງ ສົງຊິ່ງ ພາກຕາເວັນຕົກຂອງຈີນ ຖືກນ້ຳຖ້ວມກະທັນຫັນ ເນື່ອງຈາກຝົນທີ່ຕົກໜັກ ໃນອາທິດຜ່ານມາ ສົ່ງຜົນໃຫ້ລະດັບນ້ຳແມ່ນ້ຳແຍງຊີກຽງ ລົ້ນຝັ່ງແລ້ວໄຫລເຂົ້າສູ່ເຂດຊຸມຊົນ.

ທັງນີ້, ເທສະບານເມືອງສົງຊິ່ງ ມີລາຍງານຜູ້ເສຍຊີວິດຢ່າງໜ້ອຍ 15 ຄົນ ແລະ ສູນຫາຍອີກ 4 ຄົນ ສະຖານະການທີ່ເກີດຂຶ້ນ ຖືເປັນໜຶ່ງໃນໄພທຳມະຊາດທີ່ຮ້າຍແຮງທີ່ສຸດ ຂອງ ເມືອງ ສົງຊິ່ງ, ຂະນະທີ່ປະຊາຊົນຫລາຍກວ່າ 130.000 ຄົນ ໃນ 19 ເຂດ ໄດ້ຮັບຄວາມເດືອດຮ້ອນ.
ໃນຂະນະດຽວກັນ ມົນທົນເສສວນ ກໍໄດ້ຮັບຜົນກະທົບຈາກສະພາບອາກາດແປປວນຮອບນີ້ເຊັ່ນກັນ ໂດຍປະຊາຊົນຫລາຍກວ່າ 460.000 ຄົນ ໄດ້ຮັບຜົນກະທົບມາແຕ່ຕົ້ນເດືອນ.

ທາງດ້ານສຳນັກງານອຸຕຸນິຍົມວິທະຍາແຫ່ງຊາດຈີນ ຮຽກຮ້ອງໃຫ້ທຸກພາກສ່ວນໃນປະເທດກຽມຮັບມື ກັບໄພທຳມະຊາດ ໃນຫລາຍຮູບແບບ ເຊັ່ນ:ນ້ຳຖ້ວມ, ລົມພາຍຸ ແລະ ສະພາບອາກາດທີ່ຮ້ອນທີ່ສຸດ ເຊິ່ງຈະເກີດຂຶ້ນຢ່າງຕໍ່ເນື່ອງໃນເດືອນນີ້.

ນ້ຳຖ້ວມກະທັນຫັນທາງພາກຕາເວັນຕົກຂອງຈີນ ເສຍຊີວິດຢ່າງໜ້ອຍ 15 ຄົນ - 4 - ນ້ຳຖ້ວມກະທັນຫັນທາງພາກຕາເວັນຕົກຂອງຈີນ ເສຍຊີວິດຢ່າງໜ້ອຍ 15 ຄົນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!