ເລີ່ມຈັດເກັບຄ່າທໍານຽມຜູ້ໂດຍສານ ແລະ ພາຫະນະເຂົ້າ-ອອກດ່ານພາສີສາກົນຂົວມິດ ຕະພາບ 1 ດ້ວຍລະບົບທັນສະໄໝ


ພິທີລົງນາມການຮ່ວມມືຈັດຕັ້ງປະຕິບັດການຈັດເກັບຄ່າທໍານຽມຜູ້ໂດຍສານ ແລະ ພາຫະນະເຂົ້າ-ອອກດ້ວຍລະບົບທັນສະໄໝຢູ່ທີ່ດ່ານສາກົນຂົວມິດຕະພາບ 1 ນະຄອນຫລວງວຽງຈັນລະຫວ່າງທ່ານຮັກສາການຫົວໜ້າກົມພາສີ ບຸນປະເສີດ ສີກຸນລະບຸດ ແລະ ທ່ານອໍານວຍການທະນາຄານການຄ້າຕ່າງປະເທດລາວມະຫາຊົນ ພູຂົງ ຈັນທະຈັກ ໄດ້ມີຂຶ້ນໃນວັນທີ 19 ກັນຍານີ້ທີ່ດ່ານດັ່ງກ່າວ, ໂດຍມີຫົວໜ້າຫ້ອງການກະຊວງການເງິນ, ຫົວໜ້າພະແນກການເງິນນະຄອນຫລວງເຂົ້າຮ່ວມນໍາດ້ວຍ.
ທ່ານຮັກສາການຫົວໜ້າກົມພາສີ ກ່າວວ່າ: ລັດຖະບານຖືການພັດທະນາວຽກງານພາສີ-ອາກອນເປັນບູລິມະສິດສໍາຄັນເພື່ອຫັນໄປສູ່ເປັນທັນສະໄໝ ແລະ ໂປ່ງໃສ, ໂດຍສະເພາະນັບແຕ່ປີ 2012 ເປັນຕົ້ນມາໄດ້ນໍາໃຊ້ລະບົບກວດກາ ແລະ ເກັບພາສີແບບທັນສະໄໝຢູ່ດ່ານສາກົນໃນທົ່ວປະເທດ ແລະ ເມື່ອບໍ່ດົນມານີ້ກໍໄດ້ພັດທະນາການຈັດເກັບພາສີ-ອາກອນຜ່ານລະບົບສະມາດແທັກ (Smart TAX), ກວດກາຕູ້ສີນຄ້າດ້ວຍລະບົບສາຍແສງ (Scanner) ຢູ່ 8 ດ່ານສໍາຄັນໃນທົ່ວະເທດ, ລວມເຖິງລະບົບກວດກາສີນຄ້ານໍາເຂົ້າ ແລະ ເຄື່ອນຍ້າຍນໍ້າມັນເຊື້ອໄຟ ແລະ ການຈັດຕັ້ງປະຕິບັດການຈັດເກັບຄ່າທໍານຽມຜູ້ໂດຍສານ ແລະ ພາຫະນະຂາເຂົ້າ-ອອກນີ້, ແມ່ນການສືບຕໍ່ພັດທະນາວຽກງານເສຍພາສີໃຫ້ສະດວກ, ສາມາດກວດກາການເຂົ້າ-ອອກຂອງຜູ້ໂດຍສານ ແລະ ພາຫະນະຜ່ານດ່ານມີປະສິດທິຜົນ, ວ່ອງໄວ, ໂປ່ງໃສ ແລະ ທັງເປັນການຄຸ້ມຄອງການເກັບລາຍຮັບຂອງຊາດໃຫ້ເຂົ້າສູ່ລະບົບ.
ທ່ານ ສຸດໃຈ ອິນທະວົງ ຮອງຫົວໜ້າດ່ານສາກົນຂົວມິດຕະພາບ 1 ໃຫ້ຮູ້ ວ່າ: ລາຍຮັບຕົ້ນຕໍຢູ່ດ່ານແຫ່ງນີ້ແມ່ນໄດ້ຈາກການເກັບຄ່າທໍານຽມຜູ້ໂດຍສານ ແລະ ພາຫະນະຜ່ານເຂົ້າ-ອອກເປັນສ່ວນໃຫຍ່ ສະເລ່ຍ 10 ພັນກວ່າເທື່ອຄົນ ແລະ ລົດປະມານ 700-1000 ຄັນຕໍ່ມື້.
ທ່ານອໍານວຍການທະນາຄານການຄ້າຕ່າງປະເທດລາວມະຫາຊົນ ກ່າວວ່າ: ການນໍາໃຊ້ລະບົບທັນສະໄໝເຂົ້າໃນການຈັດເກັບພາສີ, ອາກອນ ແລະ ຄ່າທໍານຽມຕ່າງໆຜ່ານລະບົບທະນາຄານຈະສາມາດຮັບປະກັນການຮົ່ວໄຫລຂອງງົບປະມານຢ່າງມີປະສິດທິຜົນ.