ສືບຕໍ່ຕຳນານ! ແມນຢູ ຢືນຢັນ ເມສັນ ເມົ້າ ເບີ 7 ຄົນໃໝ່




ເຈົ້າຂອງເສື້ອຫມາຍເລກ 7 ໃນຕຳນານ ຄົນໃຫມ່ແຫ່ງ ແມນເຊສເຕີ ຢູໄນເຕັດ ໄດ້ແກ່ ເມສັນ ເມົ້າ ດາວເດ່ັນລາຍຫລ້າສຸດທີ່ຫາກໍຍ້າຍເຂົ້າຮ່ວມທີມ.
ເຈົ້າຂອງເສືອຫມາຍເລກ 7 ໃນຕຳນານ ຄົນໃຫມ່ແຫ່ງ ແມນເຊສເຕີ ຢູໄນເຕັດ ໄດ້ແກ່ ເມສັນ ເມົ້າ ກອງກາງຕົວໃຫມ່ແກະກ່ອງທີ່ຢືນຢັນການຍ້າຍມາຈາກ ເຊລຊີ ໃນວັນນີ້.
ພາຍຫລັງເປັນເສື້ອໃນຕຳນານທີ່ ຈອດ ເບສ, ໄບຣອັນ ຣ໊ອບສັນ, ເອຣິກ ຄັນໂຕນາ ແລະ ເດວິດ ເບັກແຮມ ລວມເຖິງ ຄຣິສຕຽນໂນ ໂຣນັລໂດ ສວມໃສ່ ເບີ 7 ໃນໄລຍະຫລາຍປີຫລັງອ່າວສິ້ນມົນຂັງໄປເມື່ອມີ ອັນໂຕນີໂອ ວາເລນເຊຍ, ອັງເຄລ ດິ ມາເຣຍ ຫລື ເມມຟິສ ເດິປາຍ ຮັບຕໍ່.
ໃນໄລຍະຜ່ານມາ ເບີ 7 ຕົກເປັນຂອງ ເອດິນສັນ ຄາວານີ ລວມເຖິງ ໂຣນັລໂດ ຍ້າຍກັບມາໃຊ້ອີກຮອບ ແຕ່ກໍປິດຕຳນານກັບທີມໄປແບບຊ້ຳເລືອດຊ້ຳໜອງ ສອດໂຄນໃສ່ກັນຢ່າງຮືຮາ.
ຫລ້າສຸດ ຈາກການເຜີຍພາບຊຸດ ເປີດຕົວ ເມົ້າ ທີ່ຍ້າຍມາຈາກ ເຊລຊີ ດ້ວຍຄ່າຕົວ 55+5 ລ້ານປອນ ແມນຢູ ກໍຖືໂອກາດຢືນຢັນວ່າ ກອງກາງຊາວອັງກິດອາຍຸ 24 ຄືເຈົ້າຂອງເສື້ອເບີ 7 ຄົນໃຫມ່ແຫ່ງ ໂອນ ແທຣ໊ຟຟອດ ຢ່າງເປັນທາງການ.
ເມົ້າ ໄດ້ເບີດໃນຕຳນານນີ້ໄປໃຊ້ ຈາກທີ່ກ່ອນໜ້ານີ້ມີກະແສຂ່າວວ່າ ອາດຕົກໄປເປັນຂອງດາວຮຸ່ງຢ່າງ ອາເລຮານໂດຣ ການາໂຊ ປີກທີມຊາດອາຈານຕີນາ.