​ເຈົ້າໜ້າທີ່​ຈະລາຈອນ​ກຽມລົງ​ໂຄສະນາ​ການ​ຂັບ​ຂີ່​ປອດ​ໄພ​ໃຫ້​ສັງຄົມ

- traffic - ​ເຈົ້າໜ້າທີ່​ຈະລາຈອນ​ກຽມລົງ​ໂຄສະນາ​ການ​ຂັບ​ຂີ່​ປອດ​ໄພ​ໃຫ້​ສັງຄົມ
- kitchen vibe - ​ເຈົ້າໜ້າທີ່​ຈະລາຈອນ​ກຽມລົງ​ໂຄສະນາ​ການ​ຂັບ​ຂີ່​ປອດ​ໄພ​ໃຫ້​ສັງຄົມ

ວັນ​ທີ 19 ກັນຍານີ້, ຢູ່ທີ່ພະ​ແນ​ກ​ໂຍທາ​ທິການ ​ແລະ ຂົນ​ສົ່ງນະຄອນຫລວງ​ວຽງຈັນ, ​ໄດ້​ຈັດ​ກອງ​ປະຊຸມກະກຽມລົງ​ໂຄສະນາ​ແນະນຳນັກຂັບຂີ່ຕາມຈຸດທາງຄົບ, ທາງແຍກຕ່າງໆໃນນະຄອນຫລວງວຽງຈັນ ເພື່ອແນໃສ່ຫລຸດຜ່ອນອຸປະຕິເຫດບົນທ້ອງຖະໜົນໃຫ້ມີປະສິດທິຜົນກວ່າເກົ່າ.

ທ່ານຮອງ​ຫົວໜ້າພະ​ແນ​ກຈະລາຈອນນະຄອນຫລວງ​ວຽງຈັນ ​ໃຫ້​ຮູ້​ວ່າ: ລະຫວ່າງ​ວັນ​ທີ 20 ກັນຍາຫາ 17 ຕຸລາ 2017, ​ເຈົ້າໜ້າທີ່​ຈະລາຈອນຈະ​ລົງ​ໂຄສະນາ​ເຜີຍ​ແຜ່​ການ​ຂັບ​ຂີ່​ປອດ​ໄພ​ໃຫ້​ສັງຄົມ, ​​​ຢູ່​ຕາມ​ຈຸດໄຟ​ອຳນາດ 3 ​ແຍກ 4 ​ແຍກ ​ແລະ ຈຸດ​ວົງວຽນຢູ່ 4 ​ຕົວເມືອງ​​ຄື: ​ເມືອງສີ​ໂຄດ​ຕະບອງຢູ່​ໄຟ​ອຳນາດ 3 ​ແຍກ​ສີ​ໄຄ 4 ​ແຍກ​ສະໜາມບິນ, 3 ​ແຍກບ້ານອາກາດ ​ແລະ 4 ​ແຍກ​ດົງ​ປ່າ​ສັກ, ​ເມືອງຈັນທະ​ບູລີ​ ແມ່ນຢູ່​ໄຟ​ອຳນາດ 4 ​ແຍກ​ທົ່ງ​ຂັນ​ຄຳ, 4 ​ແຍກ​ສີດຳ​ດວນ, 4 ​ແຍກສີ​ບຸນ​ເຮືອງ, 4 ​ແຍກ​ສາຍ​ລົມ ​ແລະ ວົງວຽນ​ໂພນ​ຕ້ອງ, ​ເມືອງ ​ໄຊ​ເສດ​ຖາ​ແມ່ນຢູ່​ໄຟ​ອຳນາດ 4 ​ແຍກ​ທາດຫລວງ, 4 ​ແຍກໜອງບອນ, 3 ​ແຍກ​ໂພນ​ທັນ ​ແລະ ວົງວຽນ 450 ປີ, ​ເມືອງສີ​ສັດຕະ​ນາກ​ແມ່ນຢູ່​ໄຟ​ອຳນາດ 4 ​ແຍກ​ລັກ 3, 4 ​ແຍກ​ທາດ​ຂາວ, 4 ​ແຍກ​ແພດສາດ, ວົງວຽນດົງ​ປ່າ​ລານ ​ແລະ ວົງວຽນ 5 ​ເມສາ, ເພື່ອ​ແນ​ໃສ່​ໃຫ້​ຜູ້​ຂັບ​ຂີ່ຜູ້​ໃຊ້​ລົດ​ໃຊ້​ຖະໜົນ​ຮັບຮູ້ເຂົ້າໃຈ ແລະ ມີສະຕິປະຕິບັດກົດ​ລະບຽບຈະລາຈອນ​ດີຂຶ້ນ ແລະ ແກ້ໄຂເພື່ອ​ແກ້​ໄຂສະພາບຈະລາຈອນ​ແອ​ອັດ ​ແລະ ຫລຸດຜ່ອນ​ການ​ເກີດ​ອຸປະຕິ​ເຫດ​ຕາມ​ຕາມທ້ອງຖະໜົນໃຫ້ມີຜົນ. ນອກຈາກນີ້, ຖ້າ​ຫາກ​ພົບ​ເຫັນນັກ​ຂັບ​ຂີ່​ລະ​ເມີດ​ກົດ​ລະບຽບຈະລາຈອນ ​ເປັນ​ຕົ້ນ​ແມ່ນລ່ວງ​ໄຟ​ອຳນາດ, ຈອດ​ລົດ​ຢຽບທາງ​ມ້າ​ລາຍ ​ແລະ ຂັບ​ລົດ​ຂຶ້ນທາງ​ຄົນ​ຍ່າງກໍ​ຈະ​ໄດ້​ປັບ​ໃໝຕາມ​ດຳລັດ​ເລກທີ 188/ນຍ.

- Visit Laos Visit SALANA BOUTIQUE HOTEL - ​ເຈົ້າໜ້າທີ່​ຈະລາຈອນ​ກຽມລົງ​ໂຄສະນາ​ການ​ຂັບ​ຂີ່​ປອດ​ໄພ​ໃຫ້​ສັງຄົມ

ທ່ານຮອງ​ພະ​ແນ​ກຈະລາຈອນ ​ໃຫ້​ຮູ້​ອີກວ່າ: ຕົ້ນ​ເດືອນກັນຍານີ້, ​ໄດ້​ກວດ​ພົບ​ເຫັນຜູ້​ລ່ວງ​ລະ​ເມີດ​ກົດ​ລະບຽບຈະລາຈອນ​ເກືອບ 1 ພັນຄົນ, ຊຶ່ງເຈົ້າໜ້າທີ່ໄດ້ສຶກສາອົບຮົມ ແລະ ປັບໃໝຜູ້ກະທໍາຜິດຕາມລະບຽບກົດໝາຍຢ່າງເຂັ້ມງວດ.

- 4 - ​ເຈົ້າໜ້າທີ່​ຈະລາຈອນ​ກຽມລົງ​ໂຄສະນາ​ການ​ຂັບ​ຂີ່​ປອດ​ໄພ​ໃຫ້​ສັງຄົມ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!