10 ບັນຫາ ຄະນະປະຈຳສະພາແຫ່ງຊາດ ສະເໜີໃຫ້ລັດຖະບານເອົາໃຈໃສ່ ເພື່ອເຮັດໃຫ້ການຄຸ້ມຄອງ ແລະ ນໍາໃຊ້ນໍ້າ ມີປະສິດທິພາບ

10 ບັນຫາ ຄະນະປະຈຳສະພາແຫ່ງຊາດ ສະເໜີໃຫ້ລັດຖະບານເອົາໃຈໃສ່ ເພື່ອເຮັດໃຫ້ການຄຸ້ມຄອງ ແລະ ນໍາໃຊ້ນໍ້າ ມີປະສິດທິພາບ - 357688408 788395762973882 2603489750881480299 n - 10 ບັນຫາ ຄະນະປະຈຳສະພາແຫ່ງຊາດ ສະເໜີໃຫ້ລັດຖະບານເອົາໃຈໃສ່ ເພື່ອເຮັດໃຫ້ການຄຸ້ມຄອງ ແລະ ນໍາໃຊ້ນໍ້າ ມີປະສິດທິພາບ
10 ບັນຫາ ຄະນະປະຈຳສະພາແຫ່ງຊາດ ສະເໜີໃຫ້ລັດຖະບານເອົາໃຈໃສ່ ເພື່ອເຮັດໃຫ້ການຄຸ້ມຄອງ ແລະ ນໍາໃຊ້ນໍ້າ ມີປະສິດທິພາບ - kitchen vibe - 10 ບັນຫາ ຄະນະປະຈຳສະພາແຫ່ງຊາດ ສະເໜີໃຫ້ລັດຖະບານເອົາໃຈໃສ່ ເພື່ອເຮັດໃຫ້ການຄຸ້ມຄອງ ແລະ ນໍາໃຊ້ນໍ້າ ມີປະສິດທິພາບ

ທ່ານ ລິນຄຳ ດວງສະຫວັນ ປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ຕາງໜ້າຄະນະປະຈຳສະພາແຫ່ງຊາດ ປະກອບຄຳເຫັນຕໍ່ການລາຍງານຂອງລັດຖະບານກ່ຽວກັບຍຸດທະສາດການຄຸ້ມຄອງນໍ້າ ແລະ ຊັບພະຍາກອນນໍ້າແຫ່ງຊາດຮອດປີ 2030 ໃນກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 3 ກໍລະກົດ 2023 ວ່າ: ໄລຍະຜ່ານມາການຈັດຕັ້ງ,ການປົກປັກຮັກສາ ແລະ ຟື້ນຟູນໍ້າ ແລະ ຊັບພະຍາກອນນໍ້າຍັງເຮັດບໍ່ໄດ້ດີເທົ່າທີ່ຄວນ ເປັນຕົ້ນແມ່ນເຂດປ່າຍອດນໍ້າທີ່ດິນບໍລິເວນນໍ້າ, ດິນທາມ ຍັງຖືກບຸກລຸກ ແລະ ທຳລາຍເຮັດໃຫ້ເກີດການເຊາະເຈື່ອນ ແລະ ການປ່ຽນແປງທາງໄຫຼເຂົ້າຂອງນໍ້າ, ການປ່ອຍນໍ້າເປື້ອນຈາກຄົວເຮືອນ, ໂຮງງານອຸດສາຫະກຳ ແລະ ກິດຈະກຳອື່ນໆທີ່ຕິດພັນກັບການໃຊ້ນໍ້າຍັງບໍ່ທັນມີການຄຸ້ມຄອງຢ່າງເປັນລະບົບບໍ່ ໄດ້ຜ່ານການກຳຈັດ,ການບຳບັດກ່ອນປ່ອຍລົງສູ່ຄອງທຳມະຊາດ, ຢູ່ໃນຫຼາຍເມືອງ ຮ່ອງລະບາຍນໍ້າທີ່ໃຊ້ງົບປະມານຂອງລັດກໍ່ສ້າງກໍຖືກຖົມ, ຫ້ວຍ, ຮ່ອງ, ຄອງ, ບຶງທຳມະຊາດກໍຖືກບຸກລຸກຈັບຈອງເປັນກຳມະສິດສ່ວນຕົວ, ສ້າງອາຄານກວມເອົາຄອງລະ ບາຍນໍ້າ ແລະ ອື່ນໆ ສົ່ງຜົນກະທົບຕໍ່ ທຳມະຊາດ-ສັງຄົມ ແລະ ການດຳລົງຊີວິດຂອງປະຊາຊົນ, ການຄຸ້ມຄອງຕິດຕາມກວດກາການນໍາໃຊ້ນໍ້າໃຕ້ດິນ ຍັງບໍ່ທັນເປັນລະບົບ ແລະ ເຂັ້ມງວດຕາມກົດໝາຍ ບໍ່ຜ່ານຂະບວນການ ແລະ ຂັ້ນຕອນຕາມກຳນົດໄວ້ໃນຕິນິກຳກ່ຽວກັບການຄຸ້ມຄອງນໍ້າໃຕ້ດິນຈຶ່ງເຮັດໃຫ້ເກິດມີການຂຸດເຈາະ ຫຼື ຊີເຈາະ ແບບຊະຊາຍ, ກົນໄກຄຸ້ມຄອງອ່າງຮັບນໍ້າແບບເຊື່ອມສານຍັງບໍ່ມີປະສິດທິພາບເທົ່າທີ່ຄວນ ແລະ ບັນຫາອື່ນໆ ອີກ.
ທ່ານລິນຄຳ ດວງສະຫວັນ ກ່າວຕື່ມວ່າ: ເພື່ອຮັບປະກັນເຮັດໃຫ້ການຄຸ້ມຄອງ ແລະ ນໍາໃຊ້ນໍ້າ ແລະ ຊັບພະຍາກອນນໍ້າໃຫ້ມີປະສິດທິພາບ ແລະ ປະສິດທິຜົນ, ຄະນະປະຈຳສະພາແຫ່ງຊາດຈຶ່ງສະເໜີບາງບັນຫາເພື່ອໃຫ້ລັດຖະບານນຳໄປປັບປຸງແກ້ໄຂໃຫ້ມີຜົນດີຂຶ້ນຄື:
1.ໃຫ້ສືບຕໍ່ຄົ້ນຄວ້າສ້າງ, ປັບປຸງກົດໝາຍ ແລະ ນິຕິກຳໃຕ້ກົດໝາຍໃນຂົງເຂດນໍ້າ ແລະ ຊັບພະຍາກອນນໍ້າເພື່ອໃຫ້ເປັນເຄື່ອງມືໃນການຈັດຕັ້ງປະຕິບັດຄຸ້ມຄອງການນໍາໃຊ້ນໍ້າ ແລະ ຊັບພະຍາກອນນໍ້າແຫ່ງຊາດຮອດປີ 2030 ໃຫ້ສຳເລັດຕາມຄາດໝາຍ;
2. ຍຸດທະສາດການຄຸ້ມຄອງການນໍາໃຊ້ນໍ້າ ແລະ ຊັບພະຍາກອນນໍ້າແຫ່ງຊາດ ຮອດປີ 2030 ຕ້ອງໃຫ້ສອດຄ່ອງກັັບຍຸດທະສາດ, ຂະແໜງການທີ່ກ່ຽວຂ້ອງເປັນຕົ້ນແມ່ນຂະ ແໜງກະສິກຳ ແລະ ປ່າໄມ້, ໂຍທາທິການ ແລະ ຂົນສົ່ງ, ພະລັງງານ ແລະ ບໍ່ແຮ່, ການທ່ອງທ່ຽວ, ສຶກສາ, ສາທາລະນະສຸກ ແລະ ແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ;
3. ການຈັດຕັ້ງຜັນຂະຫຍາຍຍຸດທະສາດສະບັບນີ້ ສະເໜີໃຫ້ມີການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນຢ່າງກົມກຽວ ແລະ ເປັນເອກກະພາບກັນເພື່ອຮັບປະກັນເຮັດໃຫ້ການຈັດຕັ້ງປະຕິບັດຍຸດທະສາດດັ່ງກ່າວມີປະສິດທິພາບ ແລະ ປະສິດທິຜົນ;
4. ເອົາໃຈໃສ່ສ້າງ, ກຳນົດກົນໄກປະສານງານກັບພາກສ່ວນທີ່ກ່ຽວຂ້ອງໃຫ້ເປັນລະບົບຄົບຊຸດເປັນຕົ້ນແມ່ນການສະໜອງຂໍ້ມູນຂ່າວສານ, ເຄື່ອງມືອຸປະກອນ,ການແບ່ງຄວາມຮັບຜິດຊອບຢ່າງຂາດຕົວ;
5. ເອົາໃຈໃສ່ໃນການຕິດຕາມກວດກາ, ການຈຳກັດ ແລະ ການບຳບັດນໍ້າເປື້ອນ, ນໍ້າເສຍຈາກຄົວເຮືອນ, ໂຮງງານອຸດສາຫະກຳ ແລະ ກິດຈະກຳອື່ນໆກ່ອນປ່ອຍອອກສູ່ຄອງລະບາຍນໍ້າ ແລະ ສາຍນໍ້າທຳມະຊາດເພື່ອຮັບປະກັນບໍ່ໃຫ້ມີຜົນກະທົບຕໍ່ສິ່ງແວດລ້ອມ, ສັງຄົມ ແລະ ທຳມະຊາດ;
6. ການຄຸ້ມຄອງຫ້ວຍ, ຮ່ອງ, ຄອງ, ບຶງຕ່າງໆ ບໍ່ໃຫ້ຖືກທັບຖົມ, ສ້າງສິ່ງກິດຂວາງຕໍ່ລະບົບລະບາຍນໍ້າ ຫຼື ຈັບຈອງເອົາເຂດສະຫງວນເປັນຂອງສ່ວນຕົວ ພ້ອມທັງເຂັ້ມງວດໃນການປະຕິບັດມາດຕະການທາງດ້ານກົດໝາຍຕໍ່ຜູ້ລະເມີດ;
7. ກົນໄກການຄຸ້ມຄອງບໍລິຫານ ແລະ ການຈັດການນໍ້າຢູ່ໃນເຂດອ່າງຮັບນໍ້າຕ້ອງໄດ້ມີການປະສານສົມທົບ ແລະ ເປັນເອກກະພາບກັນ ລະຫວ່າງຂະແໜງການທີ່ກ່ຽວຂ້ອງຂອງສູນກາງ ແລະ ທ້ອງຖິ່ນເພື່ອຮັບປະກັນບໍ່ໃຫ້ມີຜົນກະທົບຕໍ່ການຄຸ້ມຄອງນໍາໃຊ້ນໍ້າ ແລະ ຊັບພະຍາກອນນໍ້າ ໃນອານາຄົດ;
8. ເອົາໃຈໃສ່ປົກປັກຮັກສາ ແລະ ຟື້ນຟູນໍ້າ, ທີ່ດິນບໍລິເວນນໍ້າເພື່ອຮັບປະກັນໃຫ້ນໍ້າມີຄຸນນະພາບດີ ມີປະລິມານທີ່ພຽງພໍເພື່ອຕອບສະໜອງໃຫ້ແກ່ຜູ້ບໍລິໂພກ ແລະ ອຸປະໂພກ
ໃນອານາຄົດ;
9. ເອົາໃຈໃສ່ຄຸ້ມຄອງ, ຕິດຕາມ ກວດກາການນໍາໃຊ້ນໍ້າໃຕ້ດິນໃຫ້ເປັນລະບົບ ແລະ ຖືກຕ້ອງຕາມລະບຽບການຄຸ້ມຄອງນໍ້າໃຕ້ດິນ ເພື່ອຮັບປະກັນການນໍາໃຊ້ນໍ້າໃຕ້ດິນໃຫ້ຖືກຕ້ອງຕາມເປົ້າໝາຍ, ປະຢັດມີປະສິດທິຜົນແນໃສ່ຮັກສາຄວາມສົມດູນດ້ານປະລິມານ ແລະ ຄຸນນະພາບຂອງນໍ້າໃຕ້ດິນ;
10. ສ້າງ ແລະ ພັດທະນາບຸກຄະລາກອນທີ່ຮັບຜິດຊອບວຽກງານນໍ້າໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບສາມາດຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງວຽກງານດັ່ງກ່າວ ພ້ອມທັງເອົາໃຈໃສ່ໂຄສະນາເຜີຍແຜ່ຂໍ້ມູນຂ່າວສານວຽກງານນໍ້າ ແລະ ຊັບພະຍາກອນນໍ້າຢ່າງກວ້າງຂວາງໃຫ້ທຸກພາກສ່ວນໃນສັງຄົມ ແລະ ປະຊາຊົນເຂົ້າໃຈເຂົ້າຮ່ວມມີສ່ວນຮ່ວມໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ.

10 ບັນຫາ ຄະນະປະຈຳສະພາແຫ່ງຊາດ ສະເໜີໃຫ້ລັດຖະບານເອົາໃຈໃສ່ ເພື່ອເຮັດໃຫ້ການຄຸ້ມຄອງ ແລະ ນໍາໃຊ້ນໍ້າ ມີປະສິດທິພາບ - 5 - 10 ບັນຫາ ຄະນະປະຈຳສະພາແຫ່ງຊາດ ສະເໜີໃຫ້ລັດຖະບານເອົາໃຈໃສ່ ເພື່ອເຮັດໃຫ້ການຄຸ້ມຄອງ ແລະ ນໍາໃຊ້ນໍ້າ ມີປະສິດທິພາບ
10 ບັນຫາ ຄະນະປະຈຳສະພາແຫ່ງຊາດ ສະເໜີໃຫ້ລັດຖະບານເອົາໃຈໃສ່ ເພື່ອເຮັດໃຫ້ການຄຸ້ມຄອງ ແລະ ນໍາໃຊ້ນໍ້າ ມີປະສິດທິພາບ - 4 - 10 ບັນຫາ ຄະນະປະຈຳສະພາແຫ່ງຊາດ ສະເໜີໃຫ້ລັດຖະບານເອົາໃຈໃສ່ ເພື່ອເຮັດໃຫ້ການຄຸ້ມຄອງ ແລະ ນໍາໃຊ້ນໍ້າ ມີປະສິດທິພາບ
10 ບັນຫາ ຄະນະປະຈຳສະພາແຫ່ງຊາດ ສະເໜີໃຫ້ລັດຖະບານເອົາໃຈໃສ່ ເພື່ອເຮັດໃຫ້ການຄຸ້ມຄອງ ແລະ ນໍາໃຊ້ນໍ້າ ມີປະສິດທິພາບ - 3 - 10 ບັນຫາ ຄະນະປະຈຳສະພາແຫ່ງຊາດ ສະເໜີໃຫ້ລັດຖະບານເອົາໃຈໃສ່ ເພື່ອເຮັດໃຫ້ການຄຸ້ມຄອງ ແລະ ນໍາໃຊ້ນໍ້າ ມີປະສິດທິພາບ
10 ບັນຫາ ຄະນະປະຈຳສະພາແຫ່ງຊາດ ສະເໜີໃຫ້ລັດຖະບານເອົາໃຈໃສ່ ເພື່ອເຮັດໃຫ້ການຄຸ້ມຄອງ ແລະ ນໍາໃຊ້ນໍ້າ ມີປະສິດທິພາບ - Visit Laos Visit SALANA BOUTIQUE HOTEL - 10 ບັນຫາ ຄະນະປະຈຳສະພາແຫ່ງຊາດ ສະເໜີໃຫ້ລັດຖະບານເອົາໃຈໃສ່ ເພື່ອເຮັດໃຫ້ການຄຸ້ມຄອງ ແລະ ນໍາໃຊ້ນໍ້າ ມີປະສິດທິພາບ
10 ບັນຫາ ຄະນະປະຈຳສະພາແຫ່ງຊາດ ສະເໜີໃຫ້ລັດຖະບານເອົາໃຈໃສ່ ເພື່ອເຮັດໃຫ້ການຄຸ້ມຄອງ ແລະ ນໍາໃຊ້ນໍ້າ ມີປະສິດທິພາບ - Visit Laos Visit SALANA BOUTIQUE HOTEL - 10 ບັນຫາ ຄະນະປະຈຳສະພາແຫ່ງຊາດ ສະເໜີໃຫ້ລັດຖະບານເອົາໃຈໃສ່ ເພື່ອເຮັດໃຫ້ການຄຸ້ມຄອງ ແລະ ນໍາໃຊ້ນໍ້າ ມີປະສິດທິພາບ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!