ໄຟຟ້າຫົງສາຊ່ວຍໃຫ້ຄວາມຮູ້ກ່ຽວກັບການຮັກສາສິ່ງແວດລ້ອມ ແລະ ລະບຽບຈະລາຈອນ ໃຫ້ນັກຮຽນມັດທະຍົມສົມບູນຫົງສາ


ບໍລິສັດໄຟຟ້າຫົງສາຈຳກັດ ນຳໂດຍ ທ່ານ ນາງ ສຸລານີ ພູສຸ ວັນ ຮອງຜູ້ອຳນວຍການຝ່າຍພັດ ທະນາສັງຄົມ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມພິທີເປີດການນຳໃຊ້ ກອງທຶນຂີ້ເຫຍື້ອ ໃຫ້ຄວາມ ຮູ້ກ່ຽວກັບການຮັກສາ ສິ່ງແວດ ລ້ອມ ແລະ ກົດລະບຽບຈະລາ ຈອນໃຫ້ ນັກຮຽນມັດທະຍົມສຶກ ສາສົມບູນ ຫົງສາທີ່ເມືອງຫົງ ສາ ແຂວງໄຊ ຍະບູລີ ໃນວັນທີ 15 ກັນຍານີ້.
ໂດຍການເຂົ້າຮ່ວມຂອງ ຮອງເຈົ້າເມືອງຫົງສາພ້ອມດ້ວຍ ຄູ-ອາຈານ ແລະ ນັກຮຽນເຂົ້າ ຮ່ວມເປັນຈຳນວນຫລາຍ ແລະ ໃນພິທີຍັງໄດ້ໃຫ້ຄວາມຮູ້ກ່ຽວ ກັບການຮັກສາສິ່ງແວດລ້ອມ ແລະ ຄວາມຮູ້ເລື່ອງກົດຈະລາ ຈອນທີ່ຖືກຕ້ອງຈາກເຈົ້າໜ້າທີ່ ປກສ ແລະ ຫ້ອງການສິ່ງແວດ ລ້ອມ ເມືອງຫົງສາເພື່ອເປີດໂອ ກາດໃຫ້ນ້ອງນັກຮຽນໄດ້ລົງ ມືປະຕິບັດຕົວຈິງ ໃນການຊ່ວຍ ເກັບ ແລະ ຄັດແຍກຂີ້ເຫຍື້ອຢູ່ ໃນບໍລິເວນໂຮງຮຽນ, ທັງເປັນ ການປູກຈິດສຳນຶກໃຫ້ກັບນ້ອງໆ ນັກຮຽນໄດ້ມີແນວຄິດ ໃນການ ອະນຸລັກຮັກສາສິ່ງແວດລ້ອມ ໃຫ້ສະອາດ, ມີສຸຂະອະນາໄມທີ່ ດີ ແລະ ສາມາດເປັນແບບຢ່າງ ໃຫ້ໂຮງຮຽນອື່ນໆ ແລະ ສ້າງ ຈິດສຳນຶກຂອງຄວາມປອດໄພ ໃນການຂັບຂີ່ເພື່ອຫລຸດຜ່ອນ ອຸປະຕິເຫດ.


+ ແຂວງບໍ່ແກ້ວສ້າງເຂື່ອນໄຟຟ້າຫ້ວຍປຸ່ງເລາະ
+ ງານມະຫາກຳຫລຸດລາຄາເຄື່ອງໃຊ້ໄຟຟ້າ ຄັ້ງທໍາອິດໃນນະຄອນຫລວງວຽງຈັນ.
ພ້ອມໄດ້ມອບປຶ້ມຄວາມຮູ້ ໃນເລື່ອງການຈັດການຂີ້ເຫຍື້ອ ແລະ ການຮັກສາສິ່ງແວດລ້ອມ ຈຳນວນ 3.000 ຫົວໃຫ້ນ້ອງ ນ້ອຍນັກຮຽນໂຮງຮຽນເມືອງ ດັ່ງກ່າວອີກດ້ວຍ.



