ແມນຊິຕີ ທາບທາມ ແຟຣັງກີ ເດິ ຢອງ ເສີມແດນກາງ ຫລັງພາດ ດີແຄລນ ໄຣ




ສື່ລາຍງານວ່າ ແມນເຊສເຕີ ຊິຕີ ພວມພິຈາລະນາກ່ຽວກັບການຄວ້າ ແຟຣັງກີ ເດິ ຢອງ ກອງກາງຄົນເກັ່ງຂອງ ບາເຊໂລນາ ຫລັງຖອນຕົວຈາກ ດີແຄລນ ໄຣ ກອງກາງ ເວສແຮມ ຢູໄນເຕັດ.
ສຳລັບ ແມນຊິຕີ ຕ້ອງການຜູ້ນຳໃນຕຳແໜ່ງກອງກາງຄົນໃຫມ່ເສີມທີມ ຫລັງພວກເຂົາເສຍ ອິລຄາຍ ກຸນໂດກັນ ກອງກາງຄົນສຳຄັນທີ່ຍ້າຍໄປຢູ່ກັບ ບາເຊໂລນາ ແບບບໍ່ມີຄ່າຕົວຫລັງຫມົດສັນຍາ.
ກ່ອນໜ້ານີ້ ແມນຊິຕີ ສະແດງທ່າທີຈະແຈ້ງວ່າຢາກໄດ້ ດີແຄລນ ໄຣ ກອງກາງ ເວສແຮມ ມາຮ່ວມທີມເຊັ່ນດຽວກັບ ອາເຊນອລ ແຕ່ຫລ້າສຸດ ພວກເຂົາຕ້ອງການເປັນຝ່າຍຖອນຕົວຈາກການຊື້ດັ່ງກ່າວ ເນື່ອງຈາກບໍ່ສູ້ລາຄາ 105 ລ້ານປອນ ທີ່ ອາເຊນອລ ຍື່ນຂໍ້ສະເໜີໃຫ້ ເວສແຮມ.
ຫລ້າສຸດ The Sun ລາຍງານວ່າ : ເປບ ກວາດີໂອລາ ຜຸ້ຈັດການທີມ ແມນ ຊິຕີ ພວມທົບທວນກ່ຽວກັບການດຶງຕົວ ເດິ ຢອງ ມາເພີ່ມສັກກະຍາພາບໃນແຜງກອງກາງ ເຊິ່ງ ບາເຊໂລນາ ອາດຈະປ່ອຍຕົວ ຫາກໄດ້ລາຄາ 90 ລ້ານປອນ.
ແນວໃດກໍຕາມມີລາຍງານເພີ່ມວ່າ ເດິ ຢອງ ເຊິ່ງເຄີຍຕົກເປັນເປົ້າຫມາຍຂອງ ແມນເຊສເຕີ ຢູໄນເຕັດ ເມື່ອລະດູການກ່ອນ ຍັງບໍ່ມີຄວາມສົນໃຈທີ່ຈະຍ້າຍອອກຈາກ ບາເຊໂລນາ ແຕ່ຢ່າງໃດ.