ເມືອງສັງທອງອົບຮົມວຽກງານແຜນການໃຫ້ພະນັກງານ
September 19, 2017 - 6:39 PM


ຊຸດຝຶກອົບຮົມວຽກງານ ແຜນການ ແລະ ວຽກງານສະຖິ ຕິຂອງເມືອງສັງທອງນະຄອນ ຫລວງວຽງຈັນ, ໄດ້ຈັດຂຶ້ນໃນລະ ຫວ່າງວັນທີ 19-21 ກັນຍານີ້, ທີ່ເມືອງດັ່ງກ່າວ, ໂດຍການເປັນ ປະທານຂອງທ່ານຮອງເຈົ້າ ເມືອງສັງທອງ, ເພື່ອແນໃສ່ ຍົກສູງຄວາມຮູ້ດ້ານກົດໝາຍ ວ່າດ້ວຍການລົງທຶນຂອງລັດ, ການຂຽນ ບົດສະເໜີໂຄງການ, ການຕື່ມແບບຟອມສະເໜີ ເພື່ອ ສົມທົບກັບທຶນລັດຖະບານ ແລະ ທຶນ ODA, ພາລະບົດບາດ ແລະ ລະບຽບກົດໝາຍທີ່ກ່ຽວ ຂ້ອງກັບວຽກງານສົ່ງເສີມການ ລົງທຶນ ແລະ ວຽກງານສະຖິຕິ, ເພື່ອ ເປັນການຈັດຕັ້ງ ປະຕິບັດມະຕິ ກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງໃຫ້ປະກົດຜົນເປັນ ຈິງ, ທັງເປັນການສົ່ງເສີມຄວາມຮູ້ ຄວາມສາມາດໃຫ້ພະນັກງານ ວິຊາການຂອງເມືອງສູງຂຶ້ນ.


+ ເມືອງສັງທອງເຜີຍແຜ່ດຳລັດວ່າດ້ວຍການແຈ້ງຊັບສິນຮອບທີ 2 ປະຈຳປີ 2017
+ ນະຄອນຫລວງສຳເລັດການຝຶກອົບຮົມເຕັກນິກປຸງແຕ່ງຜະລິດຕະພັນກະສິກຳ

