ຫັນເອົາຂະບວນການທີ່ຫລາກຫລາຍສູ່ປີທ່ອງທ່ຽວລາວ




ໂດຍ: ກ້ອງສ່ອງ ອິດສະຫລະ
ຕາມເຮົາວ່າ, ຍັງອີກບໍ່ພໍເທົ່າໃດວັນກໍຈະຮອດບຸນອອກພັນສາປະວໍລະນາແລ້ວຕໍ່ໃສ່ບຸນທາດຫລວງ, ຈາກນັ້ນໄປກໍຈະມີບຸນຕ່າງໆຕາມຮີດ 12 ຄອງ 14 ຂອງປະເພນີລາວເຮົາ. ນອກນັ້ນ ກໍຈະແມ່ນບຸນໃຫຍ່ຂອງຊາດ ແລະ ສາກົນຕ່າງໆທີ່ພວກເຮົາເຄີຍໃຫ້ຄວາມສໍາຄັນ ແລະ ປະຕິບັດກັນມາບໍ່ໄດ້ຂາດ. ອັນພິເສດສຸດໃນປີ 2018 ທີ່ຈະມາເຖິງນີ້, ພັດເປັນປີທ່ອງທ່ຽວສໍາລັບປະເທດເຮົາ. ຈາກນັ້ນຂະບວນການສ້າງສາພັດທະນາປະເທດຊາດ ກໍຈະມີບັນຍາກາດຟົດຟື້ນໄປເລື້ອຍໆ ແລະ ຈະແກ່ຍາວໄປຮອດປີ 2020 ພວກເຮົາກໍຈະໄດ້ພ້ອມກັນສະເຫລີມສະຫລອງໄຊຊະນະອັນຍິ່ງໃຫຍ່ທີ່ບໍ່ເຄີຍມີມາໃນປະຫວັດສາດຂອງຊາດລາວເຮົາ ນັ້ນກໍຄືງານສະເຫລີມສະຫລອງປາງບຸນໃຫຍ່ທີ່ລາວເຮົາໄດ້ຫລຸດພົ້ນອອກຈາກຄວາມທຸກຍາກ ແລະ ດ້ອຍພັດທະນາ. ນີ້ຄືຄວາມຫວັງ ແລະ ຄວາມຕັ້ງໃຈຂອງຄົນລາວທັງຊາດທີ່ພ້ອມກັນຕັ້ງໜ້າຕັ້ງຕາເຝົ້າລໍຄອຍຍຸກແຫ່ງການສ້າງສາພັດທະນາໃຕ້ການນໍາພາຂອງພັກ ແລະ ລັດຖະບານສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ຕາມຜູ້ຂຽນຄິດ, ໃນສະໄໝນີ້ ບໍ່ວ່າໃຜຈະຢູ່ໃສ, ເຮັດຫຍັງ ແລະ ສ້າງຂະບວນການອັນໃດກໍຕາມ ນັບແຕ່ການເຮັດບຸນສິນກິນທານຕະຫລອດການຈັດງານຕ່າງໆກໍຕ້ອງໄດ້ຄໍານຶງກາລະໂອກາດຜົນໄດ້ຜົນເສຍ ແລະ ມີປະໂຫຍດມາໃຫ້ປະເທດຊາດນັ້ນເປັນຫລັກ. ຄໍາວ່າຜົນປະໂຫຍດຕໍ່ປະເທດຊາດນັ້ນ ກໍໝາຍເຖິງເຮົາຊ່າງຍາດແຍ່ງເອົາໂອກາດສິ່ງເອື້ອອໍານວຍໃຫ້ເຮົາມີຜົນໄດ້ ແລະ ມີຜົນປະໂຫຍດສູງສຸດມາໃຫ້ເຮົາເອງ ແລະ ປະເທດຊາດ. ຕົວຢ່າງວ່າໂອກາດບຸນອອກພັນສາປະວໍລະນາ ຫລື ການຈັດເທດສະການຕ່າງໆ ພວກເຮົາຕ້ອງຫັນເອົາຂະບວນການ ຫລື ກິດຈະກໍາທີ່ເປັນເອກະລັກຂອງຊາດສູ່ປີທ່ອງທ່ຽວໃຫ້ມີຄວາມໝາຍທັງມີສີສັນ ແລະ ມີບັນຍາກາດຟົດຟື້ນ ສາມາດດູດດຶງເອົານັກທ່ອງທ່ຽວທີ່ຢູ່ພາຍໃນ ແລະຕ່າງປະເທດເຂົ້າມາຮ່ວມ ຫລື ມາທ່ອງທ່ຽວລາວໃຫ້ຫລາຍຂຶ້ນ. ເປົ້າໝາຍຫລັກໆກໍແມ່ນເພື່ອຊອກຫາລາຍໄດ້ທີ່ບົ່ມຊ້ອນໃນທ້ອງຖິ່ນ ເຊັ່ນວ່າຈັດໃຫ້ມີຕະຫລາດນັດ, ການວາງສະແດງແລະ ຈໍາໜ່າຍສິນຄ້າສົ່ງເສີມການທ່ອງທ່ຽວ ແລະ ການບໍລິການໃນດ້ານຕ່າງໆທີ່ມີລາຍໄດ້ແກ່ບຸກຄົນ, ລວມໝູ່ ແລະ ປະເທດຊາດ. ສະນັ້ນ, ຕາມເຮົາວ່າກ່ອນເດີນທາງໄປຮອດປີ 2018 ທີ່ຈະມາເຖິງ ພວກເຮົາກໍຕ້ອງໄດ້ສ້າງພື້ນຖານຕັ້ງແຕ່ເວລານີ້ເປັນຕົ້ນໄປ. ໃນການສ້າງພື້ນຖານມັນກໍຕ້ອງໄດ້ເລີ່ມຕົ້ນຈາກແນວຄິດໄປສູ່ການກະທໍາໃຫ້ກາຍເປັນຕົວຈິງ ແລະ ມີໝາກມີຜົນຢ່າງປະຈັກຕາ. ໃນຫລາຍປີຜ່ານມາ, ຜູ້ຂຽນເຄີຍໄປຫລາຍທ້ອງຖິ່ນ ທັງໄດ້ສໍາຜັດກັບທໍາມະຊາດ ແລະ ໃກ້ຊິດກັບຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ເຫັນຫລາຍສິ່ງຫລາຍຢ່າງທີ່ເປັນທ່າແຮງທາງດ້ານເສດຖະກິດໃຫ້ທ້ອງຖິ່ນ ເປັນຕົ້ນແຫລ່ງທ່ອງທ່ຽວທໍາມະຊາດ, ແມ່ນ້ຳລໍາເຊ, ພູຜາປ່າດົງ ແລະ ຮ່ອມຫ້ວຍພູເຂົາອັນເປັນທໍາມະຊາດທີ່ສວຍສົດງົດງາມ ນັບທັງວິຖີຊີວິດທາງດ້ານຮີດຄອງປະເພນີຂອງແຕ່ລະເຜົ່າຊົນ, ແຕ່ລະທ້ອງຖິ່ນ ຂໍແຕ່ວ່າອໍານາດການປົກຄອງໃນທ້ອງຖິ່ນນັ້ນໆມີຫົວຄິດປະດິດສ້າງ ແລະ ຮູ້ຂຸດຄົ້ນມັນຂຶ້ນມາເພື່ອນໍາເອົາຜົນປະໂຫຍດລວມມາໃຫ້ປະເທດຊາດ ແລະ ປະຊາຊົນ. ສະນັ້ນ, ເຮົາເຫັນວ່າງານບຸນອອກພັນສາຢູ່ນະຄອນຫລວງວຽງຈັນ ແລະ ງານອື່ນໆໃນແຕ່ລະທ້ອງຖິ່ນໃນທົ່ວປະເທດກໍແມ່ນຂະບວນການ ແລະ ທັງແມ່ນກິດຈະກໍາໜຶ່ງຂອງປະຊາຊົນບັນດາເຜົ່າເພື່ອກ້າວໄປເຖິງການເຊື່ອມໂຍງກັບປີທ່ອງທ່ຽວ. ເວົ້າໄດ້ວ່າສິ່ງທີ່ມີສີສັນເອກະລັກທີ່ຕິດພັນກັບງານບຸນອອກພັນສານີ້ແມ່ນການຊ່ວງເຮືອ, ການວາງສະແດງ ແລະ ຈໍາໜ່າຍສິນຄ້າ, ການບໍລິການກິນດື່ມ ຕະຫລອດຮອດທີ່ພັກພາອາໄສເຮືອນພັກໂຮງແຮມ ເຊິ່ງສິ່ງເຫລົ່ານີ້ມີການຕິດພັນກັນຢ່າງກົມກຽວກັບການທ່ອງທ່ຽວ, ການຄ້າ ແລະ ການບໍລິການເພື່ອສ້າງລາຍໄດ້ຢ່າງມະຫາສານມາໃຫ້ພວກເຮົາ.


ຄືດັ່ງພວກເຮົາຮູ້ນໍາກັນແລ້ວວ່າ, ສະໄໝນີ້ບ້ານເມືອງເຮົາພວມກ້າວເຂົ້າຍຸກພັດທະນາໃນທຸກດ້ານ ບໍ່ວ່າຢູ່ບ້ານເພິ່ນບ້ານເຮົາ. ກົງກັນຂ້າມ, ຖ້າພວກເຮົາເຫັນແຕ່ຫົວເຂົ່າໜ້າແຄ່ງ,ເຮັດຫຍັງລົງໄປກໍເຫັນແຕ່ຜົນປະໂຫຍດສ່ວນຕົວເປັນເອກ, ຢຶດຖືສຸພາສິດທີ່ວ່າ ນໍ້າບໍ່ຍ້ອຍຫອຍກໍບໍ່ໄຕ່ ແມ່ນຈະເຮັດໃຫ້ກະໂຕພວກເຮົາເອງແລ່ນບໍ່ທັນໝູ່ ແລະ ບໍ່ສາມາດແກ້ງແຍ່ງແຂ່ງຂັນກັບໝູ່ ແລະ ບໍ່ສາມາດຫລຸດພົ້ນອອກຈາກຄວາມທຸກຍາກ ແລະ ດ້ອຍພັດທະນາຕາມທີ່ພັກ ແລະ ລັດຖະບານໄດ້ກໍານົດໄວ້.
ໃນຜ່ານມາ, ຜູ້ຂຽນໄດ້ໄປເຫັນຫລາຍໝ້ອງ ໂດຍສະເພາະຂັ້ນບ້ານກັບຂັ້ນເມືອງຢູ່ແຖວຊົນນະບົດບາງທ້ອງຖິ່ນຍັງພາກັນຢູ່ກິນແບບຕາມຄວາມຊິນເຄີຍຕາມໄດ້ຕາມມີເຊັ່ນ: ເຮັດຫຍັງລົງໄປຖ້າບໍ່ມີຜົນປະໂຫຍດເຂົ້າຖົງຕົນເອງກໍບໍ່ຢາກເຮັດ, ສະພາບການບ້ານເມືອງມີພັດ
ທະນາຕົນເອງພັດຍັງບໍ່ຫ້າວ ທັງໆທີ່ເຮົາມີແຫລ່ງຊັບສິນທີ່ບົ່ມຊ້ອນບໍ່ອຶດບໍ່ຢາກ. ຄະນະພັກ-ຄະນະປົກຄອງຂັ້ນບ້ານ, ຂັ້ນເມືອງເຮັດຫຍັງກໍອາໄສແຕ່ຂັ້ນເທິງເປັນກົກ, ອາໄສແຕ່ງົບປະມານ, ຖ້າບໍ່ມີງົບກໍບໍ່ເຮັດ, ເມື່ອໄດ້ງົບໄປໃຫ້ແລ້ວກໍຫາແຕ່ວິທີກິນ ສຸດທ້າຍການພັດ
ທະນາທ້ອງຖິ່ນຂອງຕົນເອງມັນກໍບໍ່ໄປບໍ່ມາ. ຊໍ້າບໍ່ໜໍາພະນັກງານແກນນໍາຢູ່ບາງທ້ອງຖິ່ນພາກັນເຫີ່ລັກຕັດໄມ້, ເຫີ່ໄປຫາເລາະປັບໄໝປະຊາຊົນທີ່ຫາກິນແບບຕາຫລັກໄດ້ຕາໃບ້ເສຍ. ເມື່ອຫາກເປັນດັ່ງວ່ານີ້ ຂະບວນການພັດທະນາທ້ອງຖິ່ນມັນກໍບໍ່ໄປບໍ່ມາ ຍ້ອນໝົກໝົ້ນເຫັນແຕ່ອັນເກົ່າໆບໍ່ເຫັນສິ່ງໃໝ່ໆ.