ເປັນຫ່ວງເສັ້ນທາງເພຫຼາຍໄປໃສມາໃສກໍຫຍຸ້ງຍາກ ຂະແໜງການກ່ຽວຂ້ອງວ່າແນວໃດ ?

- 11825030 962704977134352 5974532833464518979 n - ເປັນຫ່ວງເສັ້ນທາງເພຫຼາຍໄປໃສມາໃສກໍຫຍຸ້ງຍາກ ຂະແໜງການກ່ຽວຂ້ອງວ່າແນວໃດ ?
- kitchen vibe - ເປັນຫ່ວງເສັ້ນທາງເພຫຼາຍໄປໃສມາໃສກໍຫຍຸ້ງຍາກ ຂະແໜງການກ່ຽວຂ້ອງວ່າແນວໃດ ?

ໂດຍ: ທ່ຽງ​ທຳ

​ເພື່ອນ​ຜູ້​ອ່ານ​ທີ່​ຮັກ​ແພງ​ທັງຫຼາຍ, ​ໃນ​ໄລຍະ​ນີ້​ໄປ​ໃສ​ມາ​ໃສ​ກໍ​ພົບ​ຄວາມ​ຫຍຸ້ງຍາກ ​ເພາະ​ເສັ້ນທາງ​ຫຼາຍ​ສາຍ​ໄດ້​ເປ່​ເພ​ຫຼາຍ, ​ໃນ​ເຂດ​ນອກ​ເມືອງ​ກໍ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໄພ​ທຳ​ມະ​ຊາດ ​ແລະ ຢູ່​ຕົວ​ເມືອງ​ສ່ວນ​ໜຶ່ງ​ກໍ​ເປັນ​ເສັ້ນທາງ​ເກົ່າ​ແກ່​ຊຸດ​ໂຊມ​ມາ​ຫຼາຍ​ປີ ​ແລະ ອີກ​ສ່ວນ​ໜຶ່ງ​ກໍ​ແມ່ນ​ເລື່ອງ​ຄຸນ​ນະພາ​ບການ​ກໍ່ສ້າງ ​ໂດຍ​ສະ​ເພາະ​ເສັ້ນທາງ​ຊອຍ​ຕ່າງໆ​ໃນ​ນະຄອນຫຼວງ​ວຽງ​ຈັນ, ສ້າງ​ມາ​ພຽງ​ບໍ່​ເທົ່າ​ໃດ​ປີ​ກໍ​ມາ​ເປ່​ເພ ຈົນ​ຈະ​ແປງ​ນຳ​ກໍ​ບໍ່​ທັນ, ​ແປງ​ບ່ອນ​ນີ້ພັດ​ເພ​ບ່ອນ​ນັ້ນ ​ເບິ່ງ​ຄື​ວ່າ​ນັບ​ມື້ຮ້າຍ​ແຮງ. ນີ້​ແລ້ວ​ເພິ່ນ​ວ່າການ​ຄຸ້ມ​ຄອງ​ຄຸນ​ນະພາ​ບບໍ່​ດີ, ​ໃນ​ຂະນະ​ທີ່​ເສັ້ນທາງ​ໃນ​ເຂດ​ຕະຫຼາດ​ແລງ​ໜອງ​ດ້ວງ ​ເຊິ່ງ​ເປັນ​ໃຈກາງ​ຂອງ​ຕົວ​ເມືອງ​ຫຼວງ​ແທ້ໆ ສ້າງ​ມາ​ບໍ່​ຮອດ 3 ປີມາ​ຮອດ​ດຽວ​ນີ້​ເປ່​ເພ​ຈົນ​ຈະ​ໄປ​ບໍ່​ໄດ້, ຂອງ​ແນວ​ວ່າ​ໃນ​ໄລຍະ​ກໍ່ສ້າງ​ເອົາ​ແຕ່​ບໍລິສັດ​ຜູ້​ຮັບ​ເໝົາ​ເຂົາ​ຈະ​ເຮັດ​ແນວ​ໃດ​ກໍ​ເຮັດ, ຂໍ​ແຕ່​ວ່າມື້ລົງ​ກວດກາ​ຄຸນ​ນະພາ​ບຂອງ​ການ​ກໍ່ສ້າງ, ຖ້າ​ມີ​ຊອງ​ໃຫຍ່​ຊອງ​ນ້ອຍ​ໃສ່​ຖົງ​​ແລ້ວ​ກໍ​ຜ່ານ​ຢ່າງ​ຂາດ​ຄວາມ​ຮັບຜິດຊອບ ບາດ​ການ​ເສຍ​ຫາຍ​ພັດ​ແມ່ນ​ເງິນ​ແມ່ນ​ຄຳ​ຂອງ​ຊາດ. ມີ​ຫຼາຍ​ຄົນ​ໃຫ້​ທັດສະນະ​ວ່າ: ຖ້າ​ແນວ​ຄິດ​ນີ້​ຍັງ​ສືບ​ຕໍ່​ມີ​ຢູ່ ກໍ​ຈະ​ສົ່ງ​ຜົນ​ກະທົບ​ໜັກ​ໃຫ້​ແກ່​ການ​ພັດທະນາ​ປະ​ເທດ​ຊາດ​ບ້ານ​ເມືອງ​ເຮົາ​ຢ່າງ​ບໍ່​ມີ​ມື້ໝົດ​ເປັນ ​ແລະ ​ເຮົາ​ຈະ​ແກ້​ໄຂ​ສະພາບ​ນີ້​ແນວ​ໃດ ? ອັນ​ນີ້​ເປັນ​ຄຳ​ຖາມ​ຕອບ​ໄດ້​ຍາກ​ໃນ​ເມື່ອ​ການຈັດຕັ້ງປະຕິບັດ​ຂໍ້​ແຂ່ງຂັນ “ຮັກ​ຊາດ ​ແລະ ການ​ພັດທະນາ” ຍັງ​ບໍ່​ແຂງ​ແຮງ​ພໍ ​ແລະ ສະ​ເພາະ​ໜ້າ​ນີ້​ເດ ​ເພື່ອ​ການ​ປົວ​ແປງ​ເສັ້ນທາງ​ດັ່ງກ່າວ​ໃຫ້​ດີ ​ແລະ ສາມາດ​ນຳ​ໃຊ້​ໄປມາ​ໄດ້​ສະ​ດວກ​ສະບາຍ ​ແລະ ທົນ​ທານ, ​ເບື້ອງລັດ​ເຮົາ​ກໍ​ຈະ​ໄດ້​ສຸມ​ທຸກ​ທຶນຮອນ​ເຂົ້າ​ໃນ​ການ​ປົວ​ແປງ​ດັ່ງກ່າວ​ຢ່າງ​ມີ​ປະສິດທິພາບ ​ແລະ ​ເອົາ​ໃຈ​ໃສ່​ຄຸ້ມ​ຄອງ​ນຳ​ກັນ​ໃຫ້​ມີ​ຄວາມ​ໂປ່​ງ​ໃສ ​ເພື່ອ​ຫຼຸດຜ່ອນ​ການ​ຕົກ​ເຮ່ຍ​ເສຍ​ຫາຍ ​ແລະ ​ເຮັດ​ໃຫ້​ໜ້າ​ວຽກ​ມີ​ຄຸນ​ນະພາ​ບດີ​ຂຶ້ນ ​ເພື່ອ​ຮອງ​ຮັບ​ປີ​ທ່ອງ​ທ່ຽວ​ລາວ 2018 ບັນລຸ​ຜົນສຳ​ເລັດ ​ແລະ ​ໄດ້​ຮັບ​ຄວາມ​ຍົກຍ້ອງ​ຈາກ​ແຂກ​ບ້ານ​ແຂກ​ເມືອງ​ຜູ້​ມາ​ທ່ຽວ ​ເມື່ອ​ເຫັນ​ບ້ານ​ເມືອງ​ເຮົາ​ມີ​ການ​ພັດທະນາ​ດີ​ຂຶ້ນຢ່າງ​ບໍ່​ຢຸດ​ຢັ້ງ.

- Visit Laos Visit SALANA BOUTIQUE HOTEL - ເປັນຫ່ວງເສັ້ນທາງເພຫຼາຍໄປໃສມາໃສກໍຫຍຸ້ງຍາກ ຂະແໜງການກ່ຽວຂ້ອງວ່າແນວໃດ ?
- 3 - ເປັນຫ່ວງເສັ້ນທາງເພຫຼາຍໄປໃສມາໃສກໍຫຍຸ້ງຍາກ ຂະແໜງການກ່ຽວຂ້ອງວ່າແນວໃດ ?
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!