ສິງກະໂປຈະຈັດງົບເກືອບ 1,5 ລ້ານໂດລາສິງກະໂປ ພັດທະນາຄວາມໝັ້ນຄົງ ປອດໄພໄຊເບີໃນອາຊຽນ

- 1505791870329 960x0 - ສິງກະໂປຈະຈັດງົບເກືອບ 1,5 ລ້ານໂດລາສິງກະໂປ ພັດທະນາຄວາມໝັ້ນຄົງ ປອດໄພໄຊເບີໃນອາຊຽນ
- kitchen vibe - ສິງກະໂປຈະຈັດງົບເກືອບ 1,5 ລ້ານໂດລາສິງກະໂປ ພັດທະນາຄວາມໝັ້ນຄົງ ປອດໄພໄຊເບີໃນອາຊຽນ

ລັດຖະບານ​ສິງກະ​ໂປ​ເປີດ​ເຜີຍ​ໃນ​ວັນ​ທີ 18 ກັນຍາ​ວ່າ: ພາຍ​ໃນ 3 ປີ​ຈະ​ຈັດ​ສັນ​ງົບປະມານ​ຈຳນວນ 1,5 ລ້ານ​ໂດ​ລາ​ສິງກະ​ໂປ ພາຍ​ໃຕ້​ໂຄງການ​ສົ່ງ​ເສີມ​ຂີດ​ຄວາມ​ສາມາດ​ທາງ​ໄຊ​ເບີ​ອາ​ຊຽນ (ACCP) ​ເພື່ອ​ພັດທະນາ​ຂີດ​ຄວາມ​ສາມາດ​ດ້ານ​ເຕັກ​ໂນ​ໂລ​ຊີ​ໃນ​ການ​ຮັບ​ມື​ກັບ​ຄວາມ​ສ່ຽງ​ດ້ານ​ໄຊ​ເບີ​ໃນ​ພາກພື້ນ.

ທ່ານ ຢາ​ຄອບ ອິບຣາຮິມ ລັດຖະມົນຕີ​ວ່າການ​ກະຊວງ​ສື່ສານ ​ແລະ ​ເຕັກ​ໂນ​ໂລ​ຊີຂໍ້​ມູນ​ຂ່າວສານ​ສິງກ​ະ​ໂປ ກ່າວ​ລະຫວ່າງ​ພິທີ​ເປີດ​ກອງ​ປະຊຸມ​ລັດຖະມົນຕີ​ອາ​ຊຽນດ້ານ​ຄວາມ​ໝັ້ນຄົງ​ປອດ​ໄພ​ທາງ​ຂໍ້​ມູນ​ຂ່າວສານ​ຄັ້ງທີ 2 ວ່າ: ງົບປະມານ​ດັ່ງກ່າວ​ຈະ​ໃຊ້​ໃນ​ການ​ສົ່ງ​ເສີມ​ສ້າງ​ຂີດ​ຄວາມ​ສາມາດ​ດ້ານ​ເຕັກນິກ​ຂອງ​ໜ່ວຍ​ງານ​ຕອບ​ສະໜອງ ​ແລະ ຜູ້​ປະຕິບັດ​ງານ​ຈັດການ​ກັບ​ເຫດການ​ຄວາມ​ໝັ້ນຄົງ​ປອດ​ໄພ​ຄອມ​ພິວ​ເຕີ​ໃນ​ພາກພື້ນອາ​ຊຽນ.

ສິງກະ​ໂປ​ເປີດ​ຕົວ​ໂຄງການ ACCB ລະຫວ່າງ​ພິທີ​ເປີດ​ກອງ​ປະຊຸມ​ລັດຖະມົນຕີ​ອາ​ຊຽນດ້ານ​ຄວາມ​ໝັ້ນຄົງ​ປອດ​ໄພ​ທາງ​ຂໍ້​ມູນ​ຂ່າວສານ​ຄັ້ງທຳ​ອິດ​ໃນ​ປີຜ່ານມາ ​ໂດຍ​ຕັ້ງກອບ​ງົບປະມານ​ສະໜັບສະໜູນ​ພັດທະນາ​ຂີດ​ຄວາມ​ສາມາດ​ໃນ​ການ​ຮັກສາ​ຄວາມ​ໝັ້ນຄົງ​ປອດ​ໄພ​ໄຊ​ເບີ​ໄວ້​​ 10 ລ້ານ​ໂດ​ລາ​ສິງກະ​ໂປ.

ທ່ານ ຢາ​ຄອບ ກ່າວ​ວ່າ: ​ໃນ​ປີ​ນີ້ ສິງກະ​ໂປ​ຈະ​ຮ່ວມ​ກັບ​ພາກ​ອຸດສາຫະກຳ​ຈັດ​ອົບຮົມ​ດ້ານ​ການ​ຮັກສາ​ຄວາມ​ໝັ້ນຄົງ​ປອດ​ໄພ​ໄຊ​ເບີ​ໃຫ້​ແກ່​ຜູ້​ສະໝັກ 18 ຄົນ​ຈາກ​ປະ​ເທດ​ສະມາຊິກ​ອາ​ຊຽນ. ທ່ານ​ເຊື່ອ​ໝັ້ນວ່າ: ຄວາມ​ພະຍາຍາມ​ຮ່ວມ​ກັນ​ໃນ​ບັນດາ​ປະ​ເທດ​ອາ​ຊຽນຈະ​ຊ່ວຍ​ປູ​ທາງ​​ໄປ​ສູ່​ການ​ເຕີບ​ໃຫຍ່ ​ແລະ ພັດທະນາ​ທີ່​ຍືນ​ຍົງ​ໃນ​ອີກ 50 ປີ​ຕໍ່ໜ້າ.

- 3 - ສິງກະໂປຈະຈັດງົບເກືອບ 1,5 ລ້ານໂດລາສິງກະໂປ ພັດທະນາຄວາມໝັ້ນຄົງ ປອດໄພໄຊເບີໃນອາຊຽນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!