ທ່ານ ທຣຳ ວິຈານ UN ຍັງເຮັດວຽກໄດ້ບໍ່ເຕັມປະສິດທິພາບ




ປະທານາທິບໍດີ ໂດນັນ ທຣຳ ກ່າວຕຳໜິລະບົບລາຊະການວ່າເຮັດໃຫ້ສະຫະປະຊາຊາດເຮັດວຽກໄດ້ບໍ່ເຕັມປະສິດທິພາບ ຈຳເປັນຕ້ອງປະຕິຮູບເພື່ອໃຫ້ອົງການໂລກແຫ່ງນີ້ກ້າວຂຶ້ນມາຢ່າງເຂັ້ມແຂງ ແລະ ມີປະສິດທິພາບຫຼາຍຂຶ້ນເພື່ອໃຫ້ບັນລຸເປົ້າໝາຍດ້ານສັນຕິພາບ.
ສຳນັກຂ່າວຕ່າງປະເທດລາຍງານຈາກອົງການສະຫະປະຊາຊາດ ຢູ່ນະຄອນນິວຢອກ ປະເທດສະຫະລັດອາເມລິກາ ໃນວັນທີ 18 ກັນຍາວ່າ: ກວ່າ 120 ປະເທດໄດ້ຮັບເຊີນໃຫ້ເຂົ້າຮ່ວມກອງປະຊຸມວ່າດ້ວຍການປະຕິຮູບໃນວັນທີ 18 ກັນຍາ ຫຼັງລົງນາມໃນຄຳປະກາດທາງການເມືອງ 10 ຂໍ້ຕາມອາເມລິກາເປັນຜູ້ຮ່າງ ໂດຍໄດ້ຮັບການສະໜັບສະໜູນຈາກທ່ານ ອັນໂຕນິໂອ ກູເຕເຣສ ເລຂາທິການສະຫະປະຊາຊາດ ເພື່ອໃຫ້ບັງເກີດແນວຄິດລິເລີ່ມອັນມີປະສິດທິພາບ ແລະ ເກີດຜົນດ້ານການປະຕິຮູບ.


ປະທານາທິບໍດີ ໂດນັນ ທຣຳ ໄດ້ເປັນເຈົ້າພາບຈັດກອງປະຊຸມວ່າດ້ວຍການປະຕິຮູບອົງການສະຫະປະຊາຊາດ ແລະ ກ່າວວ່າ: ໃນຮອບຫຼາຍປີຜ່ານມາ, ສະຫະປະຊາຊາດບໍ່ໄດ້ບັນລຸເຖິງເປົ້າໝາຍຢ່າງເຕັມກຳລັງ ເພາະລະບົບລາຊະການ ແລະ ການບໍລິຫານງານທີ່ຜິດພາດ, ຂະນະທີ່ງົບປະມານຂອງສະຫະປະຊາຊາດພັດເພີ່ມສູງຂຶ້ນເຖິງ 140% ແລະ ກຳລັງເຈົ້າໜ້າທີ່ກໍເພີ່ມຂຶ້ນກວ່າ 2 ເທົ່າ ນັບແຕ່ປີ 2000 ເປັນຕົ້ນມາ, ທ່ານໝັ້ນໃຈວ່າຖ້າເຮັດວຽກຮ່ວມກັນ ແລະ ດຳເນີນການປະຕິຮູບຢ່າງຈິງຈັງ, ສະຫະປະຊາຊາດຈະກ້າວຂຶ້ນມາຢ່າງເຂັ້ມແຂງ, ມີປະສິດທິພາບ, ເປັນກຳລັງສຳຄັນດ້ານສັນຕິພາບ ແລະ ຄວາມສາມັກຄີຂອງໂລກໄດ້. ປະທານາທິບໍດີ ທຣຳ ກ່າວອີກວ່າ: ພວກເຮົາຕ້ອງໃຫ້ແນ່ໃຈວ່າບໍ່ມີໃຜ ຫຼື ສະມາຊິກປະເທດໃດຕ້ອງມາຮັບພາລະທີ່ບໍ່ສົມຄວນ ບໍ່ວ່າຈະເປັນດ້ານການທະຫານ ຫຼື ດ້ານການເງິນ.
ທັງນີ້, ອາເມລິກາເປັນຜູ້ສະໜັບສະໜູນທາງດ້ານການເງິນລາຍໃຫຍ່ທີ່ສຸດຂອງສະຫະປະຊາຊາດ ໂດຍ 22% ຂອງງົບປະມານທຸກ 2 ປີຄື 5.400 ລ້ານໂດລາສະຫະລັດ ມາຈາກອາເມລິກາ ແລະ 28,5% ຂອງງົບປະມານດ້ານການຮັກສາສັນຕິພາບຄື 7.300 ລ້ານໂດລາສະຫະລັດ ມາຈາກອາເມລິກາ, ແຕ່ການສະໜັບສະໜູນທັງໝົດນັ້ນໄດ້ຮັບຄວາມເຫັນພ້ອມຈາກກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ.