ແມັກຊິກຮ້ອນເຖິງ 50 ອົງສາ ມີຜູ້ເສຍຊີວິດຈາກຄວາມຮ້ອນແລ້ວ 100 ຄົນໃນ 2 ອາທິດ

ແມັກຊິກຮ້ອນເຖິງ 50 ອົງສາ ມີຜູ້ເສຍຊີວິດຈາກຄວາມຮ້ອນແລ້ວ 100 ຄົນໃນ 2 ອາທິດ - AZG5GFGZ5VKQ7L23X7BXNQOVDU - ແມັກຊິກຮ້ອນເຖິງ 50 ອົງສາ ມີຜູ້ເສຍຊີວິດຈາກຄວາມຮ້ອນແລ້ວ 100 ຄົນໃນ 2 ອາທິດ
ແມັກຊິກຮ້ອນເຖິງ 50 ອົງສາ ມີຜູ້ເສຍຊີວິດຈາກຄວາມຮ້ອນແລ້ວ 100 ຄົນໃນ 2 ອາທິດ - kitchen vibe - ແມັກຊິກຮ້ອນເຖິງ 50 ອົງສາ ມີຜູ້ເສຍຊີວິດຈາກຄວາມຮ້ອນແລ້ວ 100 ຄົນໃນ 2 ອາທິດ

ວັນທີ 29 ມິຖຸນາ, ກະຊວງສາທາລະນະສຸກແມັກຊິກເປີດເຜີຍລາຍງານທີ່ໜ້າຕົກໃຈວ່າ: ໃນໄລຍະ 2 ອາທິດຜ່ານມາ ມີປະຊາຊົນຢ່າງໜ້ອຍ 100 ຄົນທີ່ເສຍຊີວິດຈາກສາເຫດເຊື່ອມໂຍງກັບສະພາບອາກາດຮ້ອນອົບເອົ້າ ຫລັງອຸນຫະພູມໃນຫລາຍພື້ນທີ່ທົ່ວປະເທດເພີ່ມຂຶ້ນເຖິງ 50 ອົງສາ.

ສໍານັກຂ່າວ Reuters ລາຍງານວ່າ: ຄື້ນຄວາມຮ້ອນຮຸນແຮງເປັນເວລາ 3 ອາທິດໃນເດືອນມິຖຸນານີ້ ສົ່ງຜົນກະທົບຕໍ່ຂະແໜງພະລັງງານຂອງແມັກຊິກ ຈົນເຮັດໃຫ້ທາງການຕ້ອງປະກາດໃຫ້ນັກຮຽນພັກຮຽນໃນບາງພື້ນທີ່. ຂະນະທີ່ປະຊາຊົນຫລາຍຄົນຕ້ອງທົນຢູ່ພາຍໃຕ້ສະພາບອາກາດທີ່ຮ້ອນອົບເອົ້າ.

ແມັກຊິກຮ້ອນເຖິງ 50 ອົງສາ ມີຜູ້ເສຍຊີວິດຈາກຄວາມຮ້ອນແລ້ວ 100 ຄົນໃນ 2 ອາທິດ - Visit Laos Visit SALANA BOUTIQUE HOTEL - ແມັກຊິກຮ້ອນເຖິງ 50 ອົງສາ ມີຜູ້ເສຍຊີວິດຈາກຄວາມຮ້ອນແລ້ວ 100 ຄົນໃນ 2 ອາທິດ

ທັງນີ້, ໄລຍະເວລາທີ່ມີຜູ້ເສຍຊີວິດຫລາຍທີ່ສຸດ ຫລື ອັດຕາ 2 ໃນ 3 ຂອງຈໍານວນຜູ້ເສຍຊີວິດທັງໝົດ ລະຫວ່າງວັນທີ 18-24 ມິຖຸນາຜ່ານມາ ແລະ ໜ້າຕົກໃຈຍິ່ງກວ່ານັ້ນ ຄືຖ້າເຮົາຢ້ອນໄປເບິ່ງສະຖິຕິໃນໄລຍະເວລາດຽວກັນຂອງປີ 2022 ຈະເຫັນວ່າມີຜູ້ເສຍຊີວິດຈາກໄພຄວາມຮ້ອນພຽງ 1 ຄົນເທົ່ານັ້ນ.

ສໍາລັບສາເຫດຂອງການເສຍຊີວິດເກືອບທັງໝົດເກີດຈາກສະພາບຮຶດສະໂຕກ ແລະ ສ່ວນໜຶ່ງມາຈາກສະພາບຂາດນໍ້າ ໂດຍຈໍານວນຜູ້ເສຍຊີວິດ 64% ມາຈາກລັດນວຍໂວເລອອງ (Nuevo Leon) ເຊິ່ງມີຊາຍແດນຕິດກັບລັດເທັກຊັສຂອງອາເມລິກາ ແລະ ອີກເກືອບ 40% ມາຈາກລັດຕາເມົາລິປັສ (Tamaulipas) ແລະ ລັດເບຣາກຣຸ (Veracruz).

ອ້າງອີງ:

https://www.reuters.com/…/heat-wave-mexico-leaves…/

ແມັກຊິກຮ້ອນເຖິງ 50 ອົງສາ ມີຜູ້ເສຍຊີວິດຈາກຄວາມຮ້ອນແລ້ວ 100 ຄົນໃນ 2 ອາທິດ - 5 - ແມັກຊິກຮ້ອນເຖິງ 50 ອົງສາ ມີຜູ້ເສຍຊີວິດຈາກຄວາມຮ້ອນແລ້ວ 100 ຄົນໃນ 2 ອາທິດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!