ກອງກໍາລັງຮັກສາສັນຕິພາບ UN ກຽມສິ້ນສຸດພາລະກິດຢູ່ມາລີ 30 ມິຖຸນານີ້


ເຈົ້າໜ້າທີ່ນັກການທູດ ເປີດເຜີຍວ່າ: ພາລະກິດຮັກສາສັນຕິພາບຂອງສະຫະປະຊາຊາດ (UN) ໃນປະເທດມາລີຈະສິ້ນສຸດລົງໃນວັນທີ 30 ມິຖຸນານີ້ ຫລັງຈາກກອງກໍາລັງຮັກສາສັນຕິພາບປະຕິບັດພາລະກິດນີ້ມາຍາວນານກວ່າທົດສະວັດ ໂດຍຈະຕ້ອງຖອນກອງກໍາລັງທັງໝົດປະມານ 13.000 ຄົນ ອອກຈາກມາລີພາຍໃນໄລຍະເວລາ 6 ເດືອນຕໍ່ຈາກນີ້.
ການປະກາດສິ້ນສຸດພາລະກິດຮັກສາສັນຕິພາບຢູ່ມາລີເປັນໄປຕາມແຜນຂອງຄະນະ MINUSMA ໂດຍມີຂຶ້ນທ່າມກາງສະພາບການທີ່ເຄັ່ງຕຶງລະຫວ່າງກອງກໍາລັງຮັກສາສັນຕິພາບ ແລະ ລັດຖະບານທະຫານຂອງມາລີທີ່ດໍາເນີນມາຫລາຍປີ ກ່ອນຈະເຖິງຂີດສຸດໃນເດືອນມິຖຸນານີ້ ເມື່ອທ່ານ ອັບດຸລເລ ດີອອບ ລັດຖະມົນຕີຕ່າງປະເທດມາລີ ຮຽກຮ້ອງໃຫ້ກອງກໍາລັງຮັກສາສັນຕິພາບຂອງ UN ເດີນທາງອອກຈາກມາລີໂດຍໄວທີ່ສຸດ.
ຜ່ານມາພາລະກິດຮັກສາສັນຕິພາບຂອງ UN ມັກຈະໄດ້ຮັບການຍົກຍ້ອງວ່າມີບົດບາດສໍາຄັນໃນການປົກປ້ອງພົນລະເຮືອນຈາກການສ້າງຄວາມບໍ່ສະຫງົບຂອງກຸ່ມມຸດສະລິມຫົວຮຸນແຮງທີ່ຂ້າຊີວິດປະຊາຊົນເປັນຈໍານວນຫລາຍພັນຄົນ ກ່ອນການປະຕິບັດພາລະກິດດັ່ງກ່າວຈະຢຸດສະງັກ ແລະ ຖືກແຊກແຊງ ຫລັງລັດຖະບານທະຫານມາລີຫັນໄປຮ່ວມມືກັບກຸ່ມທະຫານຮັບຈ້າງວາກເນີຂອງຣັດເຊຍໃນປີ 2021.
ຫລາຍຝ່າຍສະແດງຄວາມກັງວົນວ່າ: ຖ້າກອງກໍາລັງຮັກສາສັນຕິພາບຖອນທັບອອກໄປແລ້ວ ສະຖານະການຄວາມບໍ່ສະຫງົບຢູ່ມາລີຈະຮ້າຍແຮງຍິ່ງຂຶ້ນ ຫລື ບໍ່ ໂດຍຕາມຂໍ້ຕົກລົງຂອງ MINUSMA ກອງກໍາລັງຮັກສາສັນຕິພາບຈະມີໄລຍະເວລາໃນການຖອນກໍາລັງຢ່າງເປັນລະບຽບ ແລະ ປອດໄພຈົນຮອດວັນທີ 31 ທັນວາ 2023 ເຊິ່ງທາງຄະນະສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (UNSC) ຈະຫາລືໃນບັນຫານີ້ອີກໃນວັນທີ 30 ຕຸລານີ້ ຖ້າມີເຫດຈໍາເປັນຈະຕ້ອງປ່ຽນແປງແຜນເພື່ອຫາລືກັບທາງການມາລີເພີ່ມອີກ.
ໂດຍພາລະກິດຮັກສາສັນຕິພາບຂອງ UN ໃນປັດຈຸບັນມີທັງໝົດ 12 ພາລະກິດຫລັກທີ່ກໍາລັງດໍາເນີນຢູ່ໃນ 3 ພາກ ບໍ່ວ່າຈະເປັນອາຟຣິກາ, ເອີຣົບ ແລະ ອາຊີ ໜຶ່ງໃນນັ້ນຄືພາລະກິດຮັກສາສັນຕິພາບ ແລະ ຄວາມໝັ້ນຄົງຢູ່ມາລີ ເຊິ່ງເລີ່ມຕົ້ນພາລະກິດຢ່າງເປັນທາງການໃນປີ 2013 ອີກທັງຍັງເປັນພາລະກິດທີ່ມີກອງກໍາລັງຮັກສາສັນຕິພາບເສຍຊີວິດຫລາຍທີ່ສຸດເປັນອັນດັບ 2 (304 ຄົນ) ເປັນຮອງພາລະກິດຮັກສາສັນຕິພາບຢູ່ລີບັງ (UNIFIL) ທີ່ມີກອງກໍາລັງຮັກສາສັນຕິພາບຂອງ UN ເສຍຊີວິດຫລາຍທີ່ສຸດ 329 ຄົນ (ຂໍ້ມູນຫລ້າສຸດ: ເດືອນເມສາ 2023).
ອ້າງອີງ:
http://www.reuters.com/…/un-peacekeeping-mission-mali…/
thailand.un.org/en/node/183657