ສັນຍານອັນຕະລາຍ 7 ປະການຂອງພະຍາດມະເຮັງ
June 29, 2023 - 10:54 AM


ພະຍາດມະເຮັງ ຖ້າເຮົາຮູ້ເທົ່າທັນ ຫລື ປິ່ນປົວແຕ່ຫົວທີກໍຈະສາມາດປິ່ນປົວໄດ້ຕັ້ງແຕ່ໃນໄລຍະເລີ່ມຕົ້ນທີ່ກວດພົບ ດັ່ງນັ້ນ ເຮົາຈຶ່ງຕ້ອງໝັ່ນສັງເກດ ແລະ ປະເມີນອາການຂອງພະຍາດ ໂດຍສັງເກດຈາກສັນຍານອັນຕະລາຍ 7 ປະການຕໍ່ໄປນີ້ :
- ການມີບາດແຜຊຳ້ເຮື້ອ ຫລື ບາດແຜນານເຊົາ ດົນກ່ວາ 2 ອາທິດ.
- ມີອາການຜິດປົກກະຕິຊຳ້ເຮື້ອຂອງລະບົບທາງເດີນອາຫານ ເຊັ່ນ: ຍື່ງທ້ອງ, ແໜ້ນທ້ອງ, ກືນອາຫານບໍ່ລົງ, ຖ່າຍຍາກ ສະຫລັບຖ່າຍແຫລວ ຫລື ຖອກທ້ອງ, ຖ່າຍເປັນເມືອກປົນເລືອດຊຳ້ເຮື້ອ.
- ມີອາການໄອຊຳ້ເຮື້ອ ໂດຍຫາສາເຫດບໍ່ໄດ້ ຫລື ສຽງແຫບແຫ້ງຢູ່ດົນ.
- ມີຕຸ່ມ ຫລື ກ້ອນແຂງເກີດຂຶ້ນ ເຊິ່ງປົກກະຕິບໍ່ມີ ໂດຍສະເພາະຢູ່ເຕົ້ານົມ, ຄໍ, ທ້ອງ, ຂີ້ແຮ້, ຂາໜີບ.
- ມີການປ່ຽນແປງຂອງຕຸ່ມ, ຂີ້ກະຕອດ, ຂີ້ແມງວັນ, ປານ ທີ່ເຄີຍມີຢູ່ກ່ອນໜ້າ ປ່ຽນສີໄປຈາກສີເກົ່າ ຫລື ມີຂະໜາດໃຫຍ່ຜິດປົກກະຕິ.
- ມີອາການຜິດປົກກະຕິຂອງປະຈຳເດືອນ ເຊັ່ນ: ປະຈຳເດືອນມາບໍ່ປົກກະຕິ, ບາງເດືອນມາໜ້ອຍ, ບາງເດືອນມາຫລາຍ ຫລື ບາງເດືອນບໍ່ມາເລີຍ.
- ມີນຳ້ເຫລືອງ ຫລື ເລືອດ ຫລື ສິ່ງຜິດປົກກະຕິອື່ນໆ ອອກຕາມຕາ, ຫູ, ດັງ, ເຕົ້ານົມ, ຊ່ອງຄອດ, ທະຫວານໜັກ.
ຫາກພົບວ່າຕົນເອງມີອາການຜິດປົກກະຕິຢ່າງໃດຢ່າງໜຶ່ງ ຄວນຮີບໄປໂຮງໝໍເພື່ອຮັບການກວດໂດຍໄວ.
.
ຂໍ້ມູນຈາກ ກົມອະນາໄມ ກະຊວງສາທາລະນະສຸກ(ໄທ)