ທີມບານເຕະຄົນພິການຕາລາວ ເສຍໃຫ້ ໄທ 1-4 ແຕ່ຍັງມີລຸ້ນເຂົ້າຊີງຫາກຊະນະເຈົ້າພາບມື້ນີ້
September 19, 2017 - 3:58 PM




ການແຂ່ງຂັນກິລາບານ ເຕະຄົນພິການຕາ ( ປະເພດ 5 ຄົນ ) ໃນງານມະຫະກໍາກິລາ ອາຊຽນພາຣາເກມ ຄັ້ງທີ 9 ທີ່ປະເທດເມເລເຊຍ ໄດ້ເປີດ ສາກຂຶ້ນໃນຕອນເຊົ້າຂອງວັນທີ 18 ກັນຍາ ຜ່ານມາ ໂດຍມີ 4 ຊາດເຂົ້າຮ່ວມ ຄັດເອົາອັນ ດັບ 1 ກັບ 2 ໄປຊີງຫລຽນຄໍາ ແລະ ອັນດັບ 3 ກັບ 4 ໄປຊີງ ຫລຽນທອງ ໂດຍທີມບານ ເຕະຄົນພິການຕາລາວ ລົງສະ ໜາມນັດທໍາອິດຖະຫລົ່ມ ຫວຽດນາມ 4-1 ປະຕູເຮັດ ໃຫ້ມີ 3 ຄະແນນເທົ່າກັບ ທີມ ຊາດໄທ ທີ່ສາມາດຊະນະ ມາ ເລເຊຍ 2-1 ປະຕູໃນນັດທໍາ ອິດ.
ແຕ່ຫລ້າສຸດ ທີມຊາດ ລາວ ລົງສະໜາມນັດທີ 2 ເມື່ອ ວັນທີ 19 ກັນຍາ ທີ່ຜ່ານມາ ທີ່ ສະໜາມ National Hockey Stadium 2 Bukit Jalil ເສຍ ໃຫ້ກັບ ທີມຊາດໄທ 1-4 ປະຕູ ໂດຍທີມຊາດລາວ ໄດ້ປະຕູ ຈາກ ທ້າວ ບຸນຈົບ ວັນເພັງພັນ ນາທີ 36, ສ່ວນ ທີມຊາດໄທ ໄດ້ປະຕູຈາກ ບົວໃຫຍ່ ພຣາ ກຣຸງ ນາທີ 4, ເບົາດີ ຄິດຕິ ໂຄນ ນາທີ 22 ແລະ ຄູພັນ ປັນ ຍາວັດ 2 ປະຕູນາທີ 14 ກັບ 24. ຂະນະທີ່ ມາເລເຊຍ ເອົາ ຊະນະ ຫວຽດນາມ 3-0 ປະຕູ ເກັບ 3 ຄະແນນທໍາອິດຈາກ ການລົງສະໜາມ 2 ນັດເທົ່າ ກັນ.
ຈາກຜົນດັ່ງກ່າວ ສົ່ງຜົນ ໃຫ້ ທີມຊາດລາວ ມີ 3 ຄະ ແນນ ເທົ່າກັບ ມາເລເຊຍ ເຮັດ ໃຫ້ນັດສຸດທ້າຍເປັນນັດຕັດສິນເຂົ້າຊີງຫລຽນຄໍາ ລະຫວ່າງ ທີມຊາດລາວ ກັບ ມາເລເຊຍ ທີ່ຈະລົງສະໜາມພົບກັນໃນມື້ນີ້ ( 20 ກັນຍາ 2017 ເວລາ 8:30 ໂມງ ) ຖ້າທີມໃດຊະ ນະແມ່ນໄດ້ໄປຊີງຫລຽນຄໍາ ກັບທີມຊາດໄທ ທີ່ມີ 6 ຄະ ແນນ ໂດຍຮອບຊີງຫລຽນຄໍາ ຈະຈັດຂຶ້ນໃນວັນທີ 22 ກັນ ຍານີ້.
ສໍາລັບນັກກິລາທີມບານ ເຕະຄົນພິການຕາລາວ ຊຸດນີ້ ປະກອບມີ 10 ຄົນຄື: ທ້າວ ບຸນຈົບ ວັນເພັງພັນ, ອຸໄດ ລາດ ທະວົງ, ສົມສັກ ດວງວິໄລ, ພູວອນ ແສງລາທອນ, ວິໄລ ສອນ ໄຊຍະວົງ, ຄຸນ ໄຊຍະ ປັນຍາ, ມັ່ງ ຊົ່ງ, ບຸນໂຮມ ດວງບຸນໄຊ, ໄຊສະຫວາດ ສະວັນນະໂສກ ( ຜູ້ຮັກສາປະ ຕູ ) ແລະ ເກີດມີໄຊ ວົງແສນ ເພັດ ( ຜູ້ຮັກສາປະຕູ ).