“ຂ້າພະເຈົ້າ ຈະບໍ່ຄິດເພື່ອຕົນເອງ, ຈະບໍ່ເຮັດໃຫ້ປະຊາຊົນຜິດຫວັງ”

“ຂ້າພະເຈົ້າ ຈະບໍ່ຄິດເພື່ອຕົນເອງ, ຈະບໍ່ເຮັດໃຫ້ປະຊາຊົນຜິດຫວັງ" - 354255047 2195262010677567 9114957297155725699 n - “ຂ້າພະເຈົ້າ ຈະບໍ່ຄິດເພື່ອຕົນເອງ, ຈະບໍ່ເຮັດໃຫ້ປະຊາຊົນຜິດຫວັງ”
“ຂ້າພະເຈົ້າ ຈະບໍ່ຄິດເພື່ອຕົນເອງ, ຈະບໍ່ເຮັດໃຫ້ປະຊາຊົນຜິດຫວັງ" - kitchen vibe - “ຂ້າພະເຈົ້າ ຈະບໍ່ຄິດເພື່ອຕົນເອງ, ຈະບໍ່ເຮັດໃຫ້ປະຊາຊົນຜິດຫວັງ”

ທ່ານ ສີຈິ້ນຜິງ ເຖິງວ່າຫຍຸ້ງຍາກວຽກງານ, ແຕ່ມີການພົວພັນກັບປະຊາຊົນຢ່າງໃກ້ຊິດ. ໃນໄລຍະເຮັດວຽກຢູ່ເມືອງເຈີ້ງຕິ້ງ ແຂວງເຫີເປີຍ, ທ່ານໄດ້ຂີ່ລົດຖີບໄປທົ່ວເມືອງເພື່ອຮັບຟັງສຽງຂອງປະຊາຊົນ; ໃນໄລຍະເຮັດວຽກຢູ່ເຂດນິງເຕີ ແຂວງຟູຈ້ຽນ, ໄດ້ນຳໜ້າເດີນທາງໄປບ່ອນຫ່າງໄກສອກຫລີກ ແລະ ທຸກຍາກທີ່ສຸດ ເພື່ອຮັບຮູ້ສະພາບການດຳລົງຊີວິດຂອງປະຊາຊົນ; ໃນໄລຍະເຮັດວຽກຢູ່ແຂວງເຈີ້ຈ່ຽງ, ເມື່ອຢືນຢູ່ຕໍ່ໜ້າໄພພາຍຸທີ່ຮ້າຍແຮງ, ທ່ານ ສີຈິ້ນຜິງ ໄດ້ຊີ້ນຳວຽກງານຍົກຍ້າຍປະຊາຊົນທັງເວັນ ແລະຄືນໂດຍບໍ່ໄດ້ພັກຜ່ອນ.

ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 18 ຂອງພັກຄອມມູນິດຈີນ ເປັນຕົ້ນມາ, ທ່ານ ສີຈິ້ນຜິງ ໄດ້ລົງເຄື່ອນໄຫວສຳຫລວດກວດກາວຽກງານຢູ່ຮາກຖານເຖິງ 100 ກວ່າເທື່ອ, ເຊິ່ງປົກຄຸມທັງຕົວເມືອງ ແລະ ຊົນນະບົດ. ສິ່ງທີ່ປະຊາຊົນເປັນຫ່ວງເປັນໃຍນັ້ນ ລ້ວນແຕ່ແມ່ນວຽກສຳຄັນຂອງລັດຢູ່ໃນໃຈຂອງເພິ່ນ. ໃນການເຄື່ອນໄຫວທາງການທູດ ທີ່ຈັດຂຶ້ນຢູ່ຈີນ ແລະການເດີນທາງໄປຢ້ຽມຢາມຕ່າງປະເທດ, ວາລະການເຮັດວຽກຂອງເພິ່ນແມ່ນຕິດຕໍ່ກັນທັງເວັນ ແລະ ຄືນ ບາງເທື່ອຈົນບໍ່ມີເວລາກິນເຂົ້າເລີຍ.

“ຂ້າພະເຈົ້າ ຈະບໍ່ຄິດເພື່ອຕົນເອງ, ຈະບໍ່ເຮັດໃຫ້ປະຊາຊົນຜິດຫວັງ" - Visit Laos Visit SALANA BOUTIQUE HOTEL - “ຂ້າພະເຈົ້າ ຈະບໍ່ຄິດເພື່ອຕົນເອງ, ຈະບໍ່ເຮັດໃຫ້ປະຊາຊົນຜິດຫວັງ”

“ວຽກງານຂອງຂ້າພະເຈົ້າແມ່ນການຮັບໃຊ້ປະຊາຊົນ, ເຖິງຈະອິດເມື່ອຍປານໃດກໍຕາມ, ແຕ່ກໍມ່ວນຊື່ນຫລາຍ.” ດັ່ງທ່ານ ສີຈິ້ນຜິງ ເຄີຍລະບຸໄວ້ຢູ່ໃນປື້ມ “ຈື່ຈ່ຽງຊິ່ນອີ” ໃນໄລຍະໄວໜຸ່ມວ່າ: ພະນັກງານການນຳພວກເຮົາທຸກຄົນຕ້ອງໃຊ້ຈິດໃຈທີ່ຕ້ອງຍາດທຸກເວລານາທີ, ຖະນຸຖະໜອມເວລາທີ່ປະຈຳການຢູ່ຕຳແໜ່ງ, ນຳໃຊ້ເວລາທີ່ຈຳກັດນີ້ຢ່າງເຕັມສ່ວນ, ເຮັດວຽກທີ່ສ້າງຜົນປະໂຫຍດແກ່ປະຊາຊົນໃຫ້ຫລາຍຢ່າງແທ້ຈິງ.

“ສິ່ງທີ່ປະຊາຊົນເປັນຫ່ວງ ຂ້າພະເຈົ້າ ຕ້ອງຕິດຕາມເອົາໃຈໃສ່ ສິ່ງທີ່ປະຊາຊົນປາດຖະໜາ, ຂ້າພະເຈົ້າຕ້ອງປະຕິບັດໃຫ້ສຳເລັດຜົນ.”

ທ່ານ ສີຈິ້ນຜິງ ເຖິງວ່າຫຍຸ້ງຍາກວຽກງານ, ແຕ່ມີການພົວພັນກັບປະຊາຊົນຢ່າງໃກ້ຊິດ. ໃນໄລຍະເຮັດວຽກຢູ່ເມືອງເຈີ້ງຕິ້ງ ແຂວງເຫີເປີຍ, ທ່ານ ສີຈິ້ນຜິງ ໄດ້ຂີ່ລົດຖີບໄປທົ່ວເມືອງເພື່ອຮັບຟັງສຽງຂອງປະຊາຊົນ; ໃນໄລຍະເຮັດວຽກຢູ່ເຂດນິງເຕີ ແຂວງຟູຈ້ຽນ, ທ່ານ ສີຈິ້ນຜິງ ໄດ້ນຳໜ້າເດີນທາງໄປບ່ອນຫ່າງໄກສອກຫລີກ ແລະ ທຸກຍາກທີ່ສຸດ ເພື່ອຮັບຮູ້ສະພາບການດຳລົງຊີວິດຂອງປະຊາຊົນ; ໃນໄລຍະເຮັດວຽກຢູ່ແຂວງເຈີ້ຈ່ຽງ, ເມື່ອຢືນຢູ່ຕໍ່ໜ້າໄພພາຍຸທີ່ຮ້າຍແຮງ, ທ່ານ ສີຈິ້ນຜິງ ໄດ້ຊີ້ນຳວຽກງານຍົກຍ້າຍປະຊາຊົນທັງເວັນ ແລະຄືນໂດຍບໍ່ໄດ້ພັກຜ່ອນ.

ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 18 ຂອງພັກຄອມມູນິດຈີນ ເປັນຕົ້ນມາ, ທ່ານ ສີຈິ້ນຜິງ ໄດ້ລົງເຄື່ອນໄຫວສຳຫລວດກວດກາວຽກງານຢູ່ຮາກຖານເຖິງ 100 ກວ່າເທື່ອ, ເຊິ່ງປົກຄຸມທັງຕົວເມືອງ ແລະ ຊົນນະບົດ. ສິ່ງທີ່ປະຊາຊົນເປັນຫ່ວງເປັນໃຍນັ້ນ ລ້ວນແຕ່ແມ່ນວຽກສຳຄັນຂອງລັດຢູ່ໃນໃຈຂອງເພິ່ນ. ໃນການເຄື່ອນໄຫວທາງການທູດ ທີ່ຈັດຂຶ້ນຢູ່ຈີນ ແລະການເດີນທາງໄປຢ້ຽມຢາມຕ່າງປະເທດ, ວາລະການເຮັດວຽກຂອງເພິ່ນແມ່ນຕິດຕໍ່ກັນທັງເວັນ ແລະ ຄືນ ບາງເທື່ອຈົນບໍ່ມີເວລາກິນເຂົ້າເລີຍ.

“ວຽກງານຂອງຂ້າພະເຈົ້າແມ່ນການຮັບໃຊ້ປະຊາຊົນ, ເຖິງຈະອິດເມື່ອຍປານໃດກໍຕາມ, ແຕ່ກໍມ່ວນຊື່ນຫລາຍ.” ດັ່ງທ່ານ ສີຈິ້ນຜິງ ເຄີຍລະບຸໄວ້ຢູ່ໃນປື້ມ “ຈື່ຈ່ຽງຊິ່ນອີ” ໃນໄລຍະໄວໜຸ່ມວ່າ: ພະນັກງານການນຳພວກເຮົາທຸກຄົນຕ້ອງໃຊ້ຈິດໃຈທີ່ຕ້ອງຍາດທຸກເວລານາທີ, ຖະນຸຖະໜອມເວລາທີ່ປະຈຳການຢູ່ຕຳແໜ່ງ, ນຳໃຊ້ເວລາທີ່ຈຳກັດນີ້ຢ່າງເຕັມສ່ວນ, ເຮັດວຽກທີ່ສ້າງຜົນປະໂຫຍດແກ່ປະຊາຊົນໃຫ້ຫລາຍຢ່າງແທ້ຈິງ.

ທີ່ມາ: ວິທະຍຸສາກົນ ແຫ່ງປະເທດຈີນ (CRI)

“ຂ້າພະເຈົ້າ ຈະບໍ່ຄິດເພື່ອຕົນເອງ, ຈະບໍ່ເຮັດໃຫ້ປະຊາຊົນຜິດຫວັງ" - 5 - “ຂ້າພະເຈົ້າ ຈະບໍ່ຄິດເພື່ອຕົນເອງ, ຈະບໍ່ເຮັດໃຫ້ປະຊາຊົນຜິດຫວັງ”
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!