ກອງປະຊຸມຄະນະກໍາມາທິການຕ່າງປະເທດສະພາແຫ່ງຊາດ

- kitchen vibe - ກອງປະຊຸມຄະນະກໍາມາທິການຕ່າງປະເທດສະພາແຫ່ງຊາດ

- Meeting 300x204 - ກອງປະຊຸມຄະນະກໍາມາທິການຕ່າງປະເທດສະພາແຫ່ງຊາດ
  ກອງປະຊຸມຄົບຄະນະກໍາມາທິການຕ່າງປະເທດສະພາແຫ່ງຊາດໄດ້ມີຂຶ້ນໃນວັນທີ 30-31 ມີນານີ້, ໂດຍການເປັນປະທານຂອງທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ, ຜູ້ຊີ້ນໍາວຽກງານການຕ່າງປະເທດສະພາແຫ່ງຊາດ, ທ່ານ ເອກສະຫວ່າງ ວົງວິຈິດ ປະທານກໍາມາທິການການຕ່າງປະເທດ, ມີບັນດາສະມາຊິກສະພາແຫ່ງຊາດ, ລັດຖະມົນຕີ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນຈໍານວນຫລາຍ.

ທ່ານປະທານກໍາມາທິການການຕ່າງປະເທດ ກ່າວວ່າ: ວຽກງານການຕ່າງປະເທດແມ່ນວຽກງານບູລິມະສິດສໍາຄັນທີ່ຕ້ອງເອົາໃຈໃສ່, ແກ້ໄຂບັນຫາຮ່ວມກັນ ແລະ ສຸມໃສ່ການຈັດຕັ້ງປະຕິບັດການພັດທະນາແບບຍືນຍົງພາຍຫລັງປີ 2015 ໃຫ້ເປັນຮູບປະທໍາ, ເຊິ່ງລັດຖະບານໄດ້ວາງເປົ້າໝາຍຕໍ່ສາກົນເພື່ອພັດທະນາປະເທດອອກຈາກການເປັນປະເທດດ້ອຍພັດທະນາໃນປີ 2020.

- Visit Laos Visit SALANA BOUTIQUE HOTEL - ກອງປະຊຸມຄະນະກໍາມາທິການຕ່າງປະເທດສະພາແຫ່ງຊາດ

ກອງປະຊຸມໄດ້ສຸມໃສ່ປຶກສາຫາລື ແລະ ພິຈາລະນາບັນຫາສໍາຄັນ ເປັນຕົ້ນ: ຮັບຟັງການເຜີຍແຜ່ມະຕິຕົກລົງຂອງຄະນະປະຈໍາສະພາແຫ່ງຊາດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກໍາມາທິການການຕ່າງປະເທດສະພາແຫ່ງ ຊາດຊຸດທີ VIII, ທິດທາງແຜນການເຄື່ອໄຫວວຽກງານ 5 ປີ (2016-2021), ບົດສະຫລຸບການຈັດຕັ້ງປະຕິບັດພາລະບົດບາດການເຄື່ອນໄຫວວຽກງານການຕ່າງປະເທດໄລຍະ 1 ປີ ແລະ ແຜນການ 2017, ຮັບຟັງການລາຍງານສະ

ພາບການເຄື່ອນໄຫວວຽກງານການຕ່າງປະເທດຂອງລັດຖະບານກ່ຽວກັບການຄຸ້ມຄອງ ແລະ ກວດກາການປະຕິບັດໜ້າທີ່ຂອງອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ, ຮັບຟັງການລາຍງານສະພາບການປະຕິບັດໜ້າທີ່ວຽກງານການຮ່ວມມືລາວ-ຫວຽດນາມ ແລະ ຄະນະຮ່ວມມືລາວ-ຈີນ ແລະ ອື່ນໆ.

- 3 - ກອງປະຊຸມຄະນະກໍາມາທິການຕ່າງປະເທດສະພາແຫ່ງຊາດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!