ການທ່ອງທ່ຽວທຸກຮູບແບບ ຕ້ອງຕິດພັນກັບການອະນຸລັກສິ່ງທີ່ມີຢູ່, ສົ່ງເສີມໃຫ້ມີສິ່ງໃໝ່ທີ່ດີເກີດຂຶ້ນ ແລະ ແກ້ໄຂປາກົດການຫຍໍ້ທໍ້ຕ່າງໆ

ການທ່ອງທ່ຽວທຸກຮູບແບບ ຕ້ອງຕິດພັນກັບການອະນຸລັກສິ່ງທີ່ມີຢູ່, ສົ່ງເສີມໃຫ້ມີສິ່ງໃໝ່ທີ່ດີເກີດຂຶ້ນ ແລະ ແກ້ໄຂປາກົດການຫຍໍ້ທໍ້ຕ່າງໆ - 3690a1c9 87e4 49be 92f1 a606a9bc28ff - ການທ່ອງທ່ຽວທຸກຮູບແບບ ຕ້ອງຕິດພັນກັບການອະນຸລັກສິ່ງທີ່ມີຢູ່, ສົ່ງເສີມໃຫ້ມີສິ່ງໃໝ່ທີ່ດີເກີດຂຶ້ນ ແລະ ແກ້ໄຂປາກົດການຫຍໍ້ທໍ້ຕ່າງໆ
ການທ່ອງທ່ຽວທຸກຮູບແບບ ຕ້ອງຕິດພັນກັບການອະນຸລັກສິ່ງທີ່ມີຢູ່, ສົ່ງເສີມໃຫ້ມີສິ່ງໃໝ່ທີ່ດີເກີດຂຶ້ນ ແລະ ແກ້ໄຂປາກົດການຫຍໍ້ທໍ້ຕ່າງໆ - kitchen vibe - ການທ່ອງທ່ຽວທຸກຮູບແບບ ຕ້ອງຕິດພັນກັບການອະນຸລັກສິ່ງທີ່ມີຢູ່, ສົ່ງເສີມໃຫ້ມີສິ່ງໃໝ່ທີ່ດີເກີດຂຶ້ນ ແລະ ແກ້ໄຂປາກົດການຫຍໍ້ທໍ້ຕ່າງໆ

ໂດຍ: ຜາຕຸງ
ຜ່ານມາກໍຄືປັດຈຸບັນ ການທ່ອງທ່ຽວຢູ່ລາວເຮົາແມ່ນຖືການທ່ອງທ່ຽວທຳມະຊາດ ປະຫວັດສາດ ແລະ ວັດທະນະທຳ ແບບປະຊາຊົນມີສ່ວນຮ່ວມ ເຮັດໃຫ້ນັກທ່ອງທ່ຽວຈາກທົ່ວໂລກສົນໃຈ ແລະ ເຂົ້າມາສຳຜັດກັບຕົວຈິງຂອງແຫຼ່ງທ່ອງທ່ຽວຢູ່ປະເທດເຮົາເປັນຈຳນວນຫຼາຍ, ສາມາດສ້າງລາຍຮັບທາງດ້ານເສດຖະກິດໄດ້ເປັນກອບເປັນກຳລວມທັງພາກລັດ ແລະ ປະຊາຊົນ.
ປັດຈຸນີ້ ລັດຖະບານແມ່ນສົ່ງເສີມໃຫ້ກິດຈະກຳການທ່ອງທ່ຽວທາງທຳມະຊາດ ໂດຍສະເພາະແມ່ນກິດຈະກຳການທ່ອງທ່ຽວ ພູເຂົາ ກາຍເປັນການທ່ອງທ່ຽວຮູບແບບໃໝ່ຂອງລາວເພື່ອດຶງດູດເອົານັກທ່ອງທ່ຽວຕ່າງປະເທດໃຫ້ເຂົ້າມາທ່ຽວລາວຫຼາຍຂຶ້ນ, ເນື່ອງຈາກປະເທດລາວພວກເຮົາຍັງມີພູເຂົາທຳມະຊາດທີ່ອຸດົມສົມບູນ ແລະ ສວຍງາມຫຼາຍໆບ່ອນທີ່ໜ້າປະທັບໃຈ ແລະ ຍັງບໍ່ທັນໄດ້ຄົ້ນຄວ້າດັດແປງພັດທະນາແຕ່ຢ່າງໃດ.

ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງ ຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວເວົ້າວ່າ: ການທ່ອງທ່ຽວໃນຮູບແບບນີ້ໃນລາວພວກເຮົາກຳລັງໄດ້ຮັບຄວາມນິຍົມມີນັກທ່ອງທ່ຽວຈາກຫຼາຍປະເທດເຂົ້າມາທ່ອງທ່ຽວໂດຍສະເພາະແມ່ນບ້ານໃກ້ເຮືອນຄຽງຊຶ່ງມາແບບເປັນກຸ່ມທ່ອງທ່ຽວ ແລະ ມາທ່ອງທ່ຽວເປັນລາຍບຸກຄົນຈາກປະເທດຕ່າງໆຕື່ມອີກຊຶ່ງເຂົາເຈົ້າມີຄວາມສົນໃຈຫຼາຍຍ້ອນວ່າປະເທດເຮົາຍັງມີພູຜາປ່າດົງທີ່ສວຍງາມ ແລະ ຄົງຄວາມອຸດົມສົມບູນຂອງທຳມະຊາດ ແລະ ຍັງມີຫຼາຍແຫ່ງທີ່ບໍ່ທັນໄດ້ພັດທະນາ ສະນັ້ນຈຶ່ງເປັນໂອກາດດີທີ່ພວກເຮົາຈະໄດ້ພັດທະນາໃນຮູບແບບໃໝ່ຂອງການທ່ອງທ່ຽວ, ປັດຈຸບັນໄດ້ມີແຜນການແລ້ວ ແລະ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງກະສິກຳ ແລະ ປ່າໄມ້ໄດ້ເຮັດຜ່ານມາໃນຮູບ ການທ່ອງທ່ຽວແບບອະນຸລັກປ່າສະຫງວນແຫ່ງຊາດໃຫ້ກາຍເປັນການທ່ອງທ່ຽວທີ່ປະຊາຊົນມີສ່ວນຮ່ວມ, ໂດຍສະເພາະແມ່ນຢູ່ນ້ຳກັດ, ຢູ່ປ່າສະຫງວນແຫ່ງຊາດນ້ຳແອດ-ພູເລີຍ, ການທຳລາຍສັດປ່າ ຫຼື ການຕັດໄມ້ທຳລາຍປ່າຫຼຸດລົງ, ເພາະປະຊາຊົນທຸກຄົນມີສ່ວນຮ່ວມເນື່ອງຈາກເຂົາເຈົ້າມີລາຍໄດ້ຈາກການສ້າງກິດຈະກຳການທ່ອງທ່ຽວນີ້.

ການທ່ອງທ່ຽວທຸກຮູບແບບ ຕ້ອງຕິດພັນກັບການອະນຸລັກສິ່ງທີ່ມີຢູ່, ສົ່ງເສີມໃຫ້ມີສິ່ງໃໝ່ທີ່ດີເກີດຂຶ້ນ ແລະ ແກ້ໄຂປາກົດການຫຍໍ້ທໍ້ຕ່າງໆ - Visit Laos Visit SALANA BOUTIQUE HOTEL - ການທ່ອງທ່ຽວທຸກຮູບແບບ ຕ້ອງຕິດພັນກັບການອະນຸລັກສິ່ງທີ່ມີຢູ່, ສົ່ງເສີມໃຫ້ມີສິ່ງໃໝ່ທີ່ດີເກີດຂຶ້ນ ແລະ ແກ້ໄຂປາກົດການຫຍໍ້ທໍ້ຕ່າງໆ

ຢ່າງໃດກໍຕາມ ການທ່ອງທ່ຽວໃນຮູບແບບໃດກໍຕາມເພື່ອດຶງດູດ ແລະ ສ້າງຄວາມປະທັບໃຈທີ່ດີໃຫ້ນັກທ່ອງທ່ຽວ ກໍຍັງແມ່ນຄວາມເປັນເຈົ້າບ້ານທີ່ດີໃນການຕ້ອນຮັບນັກທ່ອງທ່ຽວເຫຼົ່ານັ້ນດ້ວຍຄວາມຈິງໃຈ, ບໍ່ເອົາປຽບນັກທ່ອງທ່ຽວໃນທຸກຮູບແບບ, ການຮັກສາຄວາມປອດໄພເຮັດໃຫ້ເຂົາເຈົ້າທ່ອງທ່ຽວຢ່າງມີຄວາມສະບາຍໃຈລວມທັງການຮັກສາຄວາມສະອາດຍັງແມ່ນປັດໄຈສຳຄັນໃນການດຶງດູດເອົານັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ຽວລາວໃຫ້ຫຼາຍຂຶ້ນ.

ການທ່ອງທ່ຽວທຸກຮູບແບບ ຕ້ອງຕິດພັນກັບການອະນຸລັກສິ່ງທີ່ມີຢູ່, ສົ່ງເສີມໃຫ້ມີສິ່ງໃໝ່ທີ່ດີເກີດຂຶ້ນ ແລະ ແກ້ໄຂປາກົດການຫຍໍ້ທໍ້ຕ່າງໆ - 4 - ການທ່ອງທ່ຽວທຸກຮູບແບບ ຕ້ອງຕິດພັນກັບການອະນຸລັກສິ່ງທີ່ມີຢູ່, ສົ່ງເສີມໃຫ້ມີສິ່ງໃໝ່ທີ່ດີເກີດຂຶ້ນ ແລະ ແກ້ໄຂປາກົດການຫຍໍ້ທໍ້ຕ່າງໆ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!