ເລຂາທິການ UN ຮຽກຮ້ອງອິດສະລາແອນ ຢຸດ “ການຍຶດຄອງ” ເຂດເວສແບງ


ສະຖານະການຢູ່ເຂດເວສແບງ ທະວີຄວາມຮຸນແຮງອີກ ເມື່ອເຈົ້າໜ້າທີ່ຝ່າຍຄວາມໝັ້ນຄົງຂອງອິດສະລາແອນໃຊ້ເຮລິກົບແຕເປັນພາຫະໂຈມຕີພື້ນທີ່ຄັ້ງທໍາອິດໃນຮອບ 20 ປີ.
ວັນທີ 20 ມິຖຸນາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ທ່ານ ອັນໂຕນິໂອ ກູເຕີເຣສ ເລຂາທິການສະຫະປະຊາຊາດ (UN) ຮຽກຮ້ອງລັດຖະບານອິດສະລາແອນ “ຢຸດກິດຈະກໍາການຍຶດຄອງທຸກຮູບແບບ” ໃນເຂດເວສແບງ ເນື່ອງຈາກມີແຕ່ລະຍິ່ງເພີ່ມຄວາມເຄັ່ງຕຶງ ແລະ ຄວາມຮຸນແຮງ. ອີກທັງຍັງເປັນການທໍາລາຍຂະບວນສັນຕິພາບຕາເວັນອອກກາງ.
ການໃຫ້ຄວາມເຫັນດັ່ງກ່າວຂອງເລຂາທິການ UN ເກີດຂຶ້ນ ຫລັງກະຊວງສາທາລະນະສຸກຂອງປາແລັສຕິນລາຍງານໃນວັນທີ 19 ມິຖຸນາວ່າ: ມີຜູ້ເສຍຊີວິດຢ່າງໜ້ອຍ 5 ຄົນ ເປັນຜູ້ຊາຍທັງໝົດ ແລະ ໜຶ່ງໃນນັ້ນໄດ້ຮັບການຢືນຢັນວ່າ: ເປັນນັກຮົບຂອງ “ປາແລັສຕິນ ອິສລາມິກ ຈີຮັດ” (PIJ) ແລະ ມີຜູ້ໄດ້ຮັບບາດເຈັບອີກຫລາຍກວ່າ 90 ຄົນ ຈາກປະຕິບັດການຂອງເຈົ້າໜ້າທີ່ຝ່າຍຄວາມໝັ້ນຄົງອິດສະລາແອນ ເຊິ່ງໃຊ້ເຮລິກົບແຕເປັນພາຫະ ແລະ ຍິງລູກສອນໄຟໂຈມຕີເປົ້າໝາຍ.
ຂະນະທີ່ກອງກໍາລັງປ້ອງກັນອິດສະລາແອນ (IDF) ອອກຖະແຫລງການວ່າ: ໄດ້ປະຕິບັດການດ້ານຄວາມໝັ້ນຄົງໃນພື້ນທີ່ທາງເໜືອຂອງເຂດເວສແບງ “ເພື່ອຈັບກຸມຜູ້ຖືກສົງໄສກຸ່ມໜຶ່ງ”. ເຖິງຢ່າງໃດກໍຕາມ, ກຸ່ມຜູ້ຖືກສົງໄສຂັດຂືນການຈັບກຸມ ໂດຍມີການໃຊ້ອາວຸດ ເຊິ່ງລວມທັງການດຶກລະເບີດຕອບໂຕ້ເຈົ້າໜ້າທີ່ ສົ່ງຜົນໃຫ້ທະຫານໄດ້ຮັບບາດເຈັບຢ່າງໜ້ອຍ 7 ຄົນ.