​ລະວັງ !!!  ​ການຊື້ລົດ​ທາງ​ສື່​ອອນ​ລາຍ

- 21743020 732063026986314 6393783281592861909 n - ​ລະວັງ !!!  ​ການຊື້ລົດ​ທາງ​ສື່​ອອນ​ລາຍ
- kitchen vibe - ​ລະວັງ !!!  ​ການຊື້ລົດ​ທາງ​ສື່​ອອນ​ລາຍ

​ເມື່ອມໍ່ໆມານີ້, ​​ເຈົ້າໜ້າທີ່​ໄດ້​ອອກ​ມາ​ເຕືອນ​ໃຫ້​ສັງຄົມ​ມີ​ສະຕິ​ໃນ​ການ​ຊື້ລົດ​ປະ​ເພດ​ຕ່າງໆຜ່ານ​ສື່​ອອນ​ລາຍ, ​ເພາະ​ປັດຈຸບັນ​ໄດ້​ມີ​ກຸ່ມ​ຄົນ​ບໍ່ດີ​ທີ່​ປະກາດ​ຂາຍ​ລົດຈັກ​ທີ່​ລັກ​ມາ​ຜ່ານ​ສື່​ອອນ​ລາຍ ​ແລະ ຜ່ານ​ມາ​ກໍ​ມີ​ບາງ​ຄົນ​ຕົກ​ເປັນ​ເຫຍື່​ອຂອງພວກ​ເຂົາ​ມາ​ແລ້ວ

​ເຈົ້າໜ້າທີ່ ປກສ ນະຄອນຫລວງ​ວຽງຈັນ ​ໃຫ້​ຮູ້​ວ່າ: ສະພາບ​ການ​ລັກ​ຊັບ ​ໂດຍ​ສະ​ເພາະ​ແມ່ນລັກ​ລົດຈັກເກີດ​ຂຶ້ນລ່າ​ສຸດ​ຄື: ​ເມື່ອ​ທ້າຍ​ອາທິດຜ່ານ​ມານີ້, ​ເຈົ້າໜ້າທີ່​ພະ​ແນ​ກສືບສວນ-ສອບ​ສວນ​ໄດ້​ລົງ​ກວດກາ​ສະຖານ​ທີ່​ເກີດ​ເຫດຄົນ​ຮ້າຍ​ລັກ​ຊັບຢູ່​ບ້ານນາ​ໄຊ​ເມືອງ​ໄຊ​ເສດ​ຖາ, ​ໂດຍຄົນ​ຮ້າຍ​ໄດ້​ງັດ​ເຂົ້າ​ທາງ​ປະຕູໜ້າບ້ານເຂົ້າ​ລັກ​ເອົາ​ລົດຈັກ 2 ຄັນ​ຄື: ລົດ​ຮອນ​ດາ​ເວ​ບສີຂຽວ-ດຳປ້າຍ​ທະບຽນ ຍຫ 5016 ​ແລະ ສີຂາວ-ດຳປ້າຍ​ທະບຽນ ຈຂ 0983, ຊຶ່ງ​ເຈົ້າໜ້າທີ່​​ເຊື່ອວ່າ: ຜູ້​ຕ້ອງ​ສົງ​ໃສ​ອາດ​ແມ່ນ​ຄົນ​ໃນ​ພຶ້ນທີ່​ດັ່ງກ່າວ, ຊຶ່ງປັດຈຸບັນ​ເຈົ້າໜ້າທີ່​ພວມເລັ່ງກວດກາ​ກ້ອງ​ວົງ​ຈອນ​ປິດ ​ແລະ ​ເກັບ​ຫລັກ​ຖານ​ທາງ​ນິຕິ​ວິທະຍາເພື່ອ​ນຳ​ຈັບ​ຕົວ​ຜູ້​ກະທຳ​ຜິດ​ມາ​ດຳ​ເນີນ​ຄະດີ​.

- Visit Laos Visit SALANA BOUTIQUE HOTEL - ​ລະວັງ !!!  ​ການຊື້ລົດ​ທາງ​ສື່​ອອນ​ລາຍ

​ເຈົ້າໜ້າທີ່ ​ໃຫ້​ຮູ້​ວ່າ: ປັດຈຸບັນ, ບັນຫາ​ລັກ​ລົດຈັກ​ໄດ້​ກາຍ​ເປັນ​ປະກົດ​ການພົ້ນ​ເດັ່ນ​ຢ່າງ​ຕ່ຳ​ອາທິດໜຶ່ງຈະ​ມີ​ລົດຈັກ​ເສຍກວ່າ 20 ຄັນ, ​ໂດຍມີ​ກຸ່ມ​ລັກ ​ແລະ ກຸ່ມ​ຕິດຕໍ່ຊື້-ຂາຍທີ່​ພົວພັນ​ກັນຄື:​ ​​ໃນເດືອນ​ສິງຫາຜ່ານ​ມາ, ເຈົ້າໜ້າທີ່ ປກສ ​ເມືອງສີ​ສັດຕະ​ນາກ ສາມາດຈັບ​ກຸ່ມ​ແກ້ງ​ລັກ​ລົດຈັກ ​ແລະ ປະກາດ​ຂາຍທາງ​ສື່​ອອນ​ລາຍມາ​ດຳ​ເນີນ​ຄະດີ​ໄດ້ 9 ຄົນ​ຄື: ທ້າວ​ເພັດ​ສະໝອນ (​ແຈັກ) ອາຍຸ 26 ປີ ​ແລະ ທ້າວ ນ້ອຍ ອາຍຸ 22 ປີທັງ​ສອງ​ຢູ່​ບ້ານດົງ​ຄຳ​ຊ້າງ, ​ເມືອງຫາດ​ຊາຍ​ຟ​ອງ, ທ້າວ ​ໂອ​ຫລ້າ ອາຍຸ 22 ປີຢູ່​ບ້ານ​ໂພນ​ປ່າ​ເປົ້າ​ເມືອງສີ​ສັດຕະ​ນາກ, ທ້າວ ພຸດທະ​ສອນ ອາຍຸ 21 ປີ, ທ້າວ ຈອນ​ນີ້ ອາຍຸ 18 ປີ, ທ້າວ ອາ​ລຸນ ອາຍຸ 23 ປີ, ທ້າວ ຄຳ​ພັນ ອາຍຸ 19 ປີທັງ 4 ຄົນຢູ່​ບ້ານດອນ​ກອຍ, ທ້າວ ​ເຂັມທິດ ອາຍຸ 39 ປີຢູ່​ບ້ານ​ໂພນ​ປ່າ​ເປົ້າ​ເມືອງສີ​ສັດຕະ​ນາກ ​ແລະ ທ້າວ ມ໋ອດດີ້ ອາຍຸ 18 ປີຢູ່​ບ້ານຊຽງດາ​ເມືອງ​ໄຊ​ເສດ​ຖານະຄອນຫລວງ​ວຽງຈັນ.

ຜ່ານ​ການ​ສືບສວນ-ສອບ​ສວນພວກ​ກ່ຽວຮັບ​ສາລະພາບ​ວ່າ: ​ໄດ້​ເຄື່ອນ​ໄຫວ​ລັກລົດຈັກ ​ແລະ ປະກາດ​ຂາຍ​ທາງ​ສື່​ອອນ​ລາຍມາ​ແລ້ວ 11 ຄັ້ງ, ສ່ວນ​ຫລາຍ​ແມ່ນ​ຈະ​ຊອກ​ຫາ​ລັກ ​ແລະ ປຸ້ນ​ເອົາ​ຂອງ​ປະຊາຊົນ​ຢູ່​ເຂດ​ບ້ານດົງ​ຄຳ​ຊ້າງ, ບ້ານ ​ເມືອງນ້ອຍ ​ແລະ ບ້ານດອນ​ກອຍດ ​ໂດຍ​ເປົ້າໝາຍ​ພວກ​ເຂົາ​ຈະ​ເລັ່ງ​ໃສ່​ຜູ້ຍິງ ຜູ້​ຂັບ​ລົດ​ຄົນ​ດຽວ​ໃນ​ຍາມ​ກາງຄືນ ​ແລະ ຢູ່​ຕາມ​​ເສັ້ນທາງ​ທີ່​ປ່ຽວ-ມຶືດ, ລົດ​ທີ່​ລັກ​ມາ​ແຕ່​ລະ​ຄັ້ງ​ແມ່ນ​ເອົາ​ໄປ​ປະກາດ​ຂາຍ​ທາງ​ເຟດບຸກ.

ທ່ານພັນ​ຕີ ອິນ​ພອນ ບຸນ​ພະຈັນ ຮອງ​ກອງ​ບັນຊາ​ການ ປກສ ​ເມືອງສີ​ສັດຕະ​ນາກ ​ໃຫ້​ຮູ້​ວ່າ: ຂະ​ບວນການ​ດັ່ງກ່າວ​ກຳລັງ​ເກີດ​ຂຶ້ນຫລາຍ, ຈຶ່ງ​ຂໍ​ຮຽກຮ້ອງ​ໃຫ້​ສັງຄົມມີ​ສະຕິ​ຕໍ່ປະກົດ​ການ​ຫຍໍ້​ທໍ້​ດັ່ງກ່າວ.

 

- 5 - ​ລະວັງ !!!  ​ການຊື້ລົດ​ທາງ​ສື່​ອອນ​ລາຍ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!