ຫລາຍທ້ອງຖິ່ນເຂດພາກກາງ ແລະ ພາກໃຕ້ໄດ້ຮັບຜົນກະທົບໜັກຈາກພະຍຸ

- kitchen vibe - ຫລາຍທ້ອງຖິ່ນເຂດພາກກາງ ແລະ ພາກໃຕ້ໄດ້ຮັບຜົນກະທົບໜັກຈາກພະຍຸ

ແຫລ່ງຂ່າວທ້ອງຖິ່ນລາຍງານວ່າ: ອິດທິພົນຂອງກະແສລົມມໍລະສຸມທີ່ພັດຜ່ານປະເທດເຮົາໃນທ້າຍອາທິດຜ່ານມານີ້, ໄດ້ເຮັດໃຫ້ຫລາຍທ້ອງຖິ່ນໃນເຂດພາກກາງ ແລະ ພາກໃຕ້ເກີດມີນໍ້າປ່າໄຫລຊຸແຮງ ແລະ ເກີດນໍ້າຖ້ວມກະທັນຫັນ ສົ່ງຜົນໃຫ້ພື້ນຖານໂຄງລ່າງ, ຖະໜົນຫົນທາງ, ເນື້ອທີ່ການຜະລິດຂອງປະຊາຊົນໄດ້ຮັບຄວາມເສຍຫາຍໜັກໜ່ວງ, ໂດຍສະເພາະກໍລະນີເຂື່ອນ​ນ້ຳ​ອ້າວຢູ່ເມືອງຜາໄຊແຂວງຊຽງຂວາງທີ່ພວມຢູ່ໃນໄລຍະກໍ່ສ້າງແຕກ​ກະທັນຫັນໃນ​ເວລາປະມານ 14:00​ ໂມງຂອງ​ວັນ​ທີ 11 ກັນຍາຜ່ານມາ, ​ເຮັດ​ໃຫ້ກະ​ແສ​ນ້ຳ​ຈໍານວນຫລາຍ​ໄຫລ​ຊຸເຂົ້າຖ້ວມເຮືອນຊານບ້ານຊ່ອງ, ພ້ອມທັງພື້ນທີ່ການຜະລິດຂອງປະຊາຊົນເສຍຫາຍເປັນບໍລິເວນກວ້າງ ແລະ ພ້ອມນີ້ຍັງໄດ້ເຮັດໃຫ້ສະພາບການສັນຈອນໃນເສັ້ນທາງ​​ D1 ແຕ່​ເມືອງປາກຊັນແຂວງ​ບໍລິ​ຄໍາ​ໄຊຫາ​ເມືອງ​ຜາ​ໄຊ​ແຂວງຊຽງຂວາງເປັນອໍາມະພາດ ແລະ ມາຮອດປັດຈຸບັນຍັງບໍ່ສາມາດປະເມີນຄວາມ​ເສຍ​ຫາຍໄດ້, ສ່ວນຢູ່ເມືອງອຸທຸມພອນ, ວິລະບູລີ, ເຊໂປນ ແລະ ເມືອງອື່ນໆຂອງແຂວງສະຫວັນນະເຂດ, ພາຍຫລັງມີຝົນຕົກຕິດຕໍ່ຫລາຍວັນຈາກພະຍຸດອກສຸຣິພັດຜ່ານໃນວັນທີ 15-17 ກັນຍານີ້, ເຮັດໃຫ້ເກີດ

ນໍ້າຖ້ວມໃນຫລາຍເຂດ, ໂດຍສະເພາະຢູ່ເມືອງອຸທຸມພອນມີຫລາຍບ້ານຄື: ໂພນຍາງນາ, ໂພນເດື່ອ, ໂພນຕູມ, ນາຄູ, ນາສະໂນດ, ດົງທ່າ, ດົງນ້ອຍ, ບ້ານໂຄກ, ພີນໃຕ້, ກາງໂພສີ, ເຫລົ່າໃຫຍ່ມີສະພາບນໍ້າຍຶ່ງຖ້ວມ ແລະ ມີປະຊາຊົນຫລາຍກວ່າ 500 ຄອບຄົວໄດ້ຮັບຜົນກະທົບ ແລະ ເນື້ອທີ່ການຜະລິດຫລາຍກວ່າ 100 ເຮັກຕາໄດ້ຮັບຄວາມເສຍຫາຍ. ສ່ວນຢູ່ແຂວງຄໍາມ່ວນ, ບໍລິຄໍາໄຊ ກໍມີຫລາຍເຂດໄດ້ຮັບຜົນກະທົບຈາກສະພາບຝົນຕົກໜັກເຊັ່ນດຽວກັນ, ສົ່ງຜົນໃຫ້ລະບົບພື້ນຖານໂຄງລ່າງ ເປັນຕົ້ນ: ຖະໜົນຫົນທາງ, ໄຟຟ້າ, ນໍ້າປະປາ, ລະບົບຄົມມະນາຄົມຈໍານວນໜຶ່ງເປ່ເພເສຍຫາຍ.

- Visit Laos Visit SALANA BOUTIQUE HOTEL - ຫລາຍທ້ອງຖິ່ນເຂດພາກກາງ ແລະ ພາກໃຕ້ໄດ້ຮັບຜົນກະທົບໜັກຈາກພະຍຸ
- 4 - ຫລາຍທ້ອງຖິ່ນເຂດພາກກາງ ແລະ ພາກໃຕ້ໄດ້ຮັບຜົນກະທົບໜັກຈາກພະຍຸ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!