​ຍີ່ປຸ່ນ​ໃຫ້ການ​ຊ່ວຍ​ເຫລື​ອ​ອາຫານສຳລັບໂຮງຮຽນ 1.450 ແຫ່ງໃນລາວ

- kitchen vibe - ​ຍີ່ປຸ່ນ​ໃຫ້ການ​ຊ່ວຍ​ເຫລື​ອ​ອາຫານສຳລັບໂຮງຮຽນ 1.450 ແຫ່ງໃນລາວ

- DSC 0829 1 - ​ຍີ່ປຸ່ນ​ໃຫ້ການ​ຊ່ວຍ​ເຫລື​ອ​ອາຫານສຳລັບໂຮງຮຽນ 1.450 ແຫ່ງໃນລາວ
       ພິທີ​ມອບ-ຮັບ​ອາຫານ​ຊ່ວຍ​ເຫລືອ​ລ້າ ຈາກ​ລັດຖະບານ​ຍີ່ປຸ່ນ​ຕໍ່​ແຜນ​ງານ​ອາຫານ​ໃນ​ໂຮງຮຽນ​ຈຳນວນ 1.450 ​​ແຫ່ງໃນລາວ, ໂດຍ​ຜ່ານ​ອົງການ​ອາຫານ​ໂລກ ​ໄດ້ມີ​ຂຶ້ນ​ໃນ​ວັນ​ທີ 18 ກັນຍາ​ນີ້,​ ທີ່​ນະຄອນຫລວງ​ວຽງ​ຈັນ, ລະຫວ່າງ​ທ່ານ Iwaro Horii ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ຍີ່ປຸ່ນ ​ແລະ ທ່ານ Hakan Tongul ຜູ້ຕາງໜ້າ​ອົງການ​ອາຫານ​ໂລກ ປະຈຳ​ລາວ.

ຜູ້ຕາງໜ້າ​ອົງການ​ອາຫານ​ໂລກ ໃຫ້ຮູ້​ວ່າ: ອາຫານ​ຊ່ວຍ​ເຫລືອ​ລ້າ​ດັ່ງກ່າວປະກອບ​ມີ: ປາ​ກະປ໋ອງ 460 ​ໂຕນ ​ແລະ ​ເຂົ້າສານ 250 ​ໂຕນ ລວມມູນ​ຄ່າ 350 ລ້ານ​ເຢັນສະ​ກຸນ​ເງິນ​ຍີ່ປຸ່ນ ຫລື ປະມານ 3,2 ລ້ານ​ໂດ​ລາ​ສະຫະລັດ, ​ໂດຍ​ຜ່ານ​ອົງການ​ອາຫານ​ໂລກ ປະຈຳ​ລາວ, ຊຶ່ງປາກະປ໋ອງແມ່ນ ສຳລັບ​ນັກຮຽນ​ຈຳນວນ 140.000 ຄົນ, ສ່ວນ​ເຂົ້າສານ ຈະ​ມີ​ຜູ້​ໄດ້​ຮັບ​ຜົນ​ປະ​ໂຫຍ​ດປະມານ 62.500 ຄົນ, ຊຶ່ງ​ການ​ຊ່ວຍ​ເຫລືອຄັ້ງ​ນີ້ ຈະ​ປະກອບ ສ່ວນ​ເຮັດ​ໃຫ້​ຄົວ​ເຮືອນ ​ແລະ ຊຸມ​ຊົນ​ທີ່​ທຸກ​ຍາກ​ໃນ​ເຂດ​ຊົນນະບົດ​ສາມາດ​​ເຂົ້າ​ເຖິງ​ແຫ​ລ່ງອາຫານ, ​ໂດຍ​ຜ່ານ​ແຜນ​ງານ​ອາຫານ​ທ່ຽງ ​ແລະ ​ແຜນ​ງານ​ການ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຊຸມ​ຊົນ.

+ກະຊວງແຮງງານ ແລະ ສະຫວັດດີການສັງຄົມເລັ່ງເປີດກ້ວາງ ການຮ່ວມມືກັບຍີ່ປຸ່ນ

ທ່ານ​ຫົວໜ້າ​ກົມ​ແຜນການ ກະຊວງ​ສຶກສາ​ທິການ ​ແລະ ກິລາ ກ່າວ​ວ່າ: ຕາງໜ້າ​ໃຫ້​ລັດຖະບານ​ ​ແລະ ປະຊາຊົນລາວ ສະ​ແດງ​ຄວາມ​ຂອບ​ໃຈ ​ແລະ ຮູ້​ບຸນ​ຄຸນ​ມາ​ຍັງ​ລັດຖະບານ ​ແລະ ປະຊາຊົນ​ຍີ່ປຸ່ນ ​ທີ່​ໃຫ້ການ​ຊ່ວຍ​ເຫລືອ​​ລາວຄັ້ງນີ້, ​​ໂດຍ​ສະ​ເພາະ​ນ້ອງ​ນັກຮຽນ​ໃນ 32 ​ເມືອງ​ເປົ້າໝາຍໃນ​ແຂວງຜົ້ງ​ສາລີ, ອຸດົມ​ໄຊ, ຫລວງ​ນ້ຳ​ທາ, ຫລວງ​ພະ​ບາງ, ສາລະ​ວັນ, ​ເຊ​ກອງ ​ແລະ ອັດ​ຕະປື, ຊຶ່ງ​ກະຊວງ​ສຶກສາ​ທິການ ​ແລະ ກິລາ ຮູ້​ດີ​ວ່າ:​ ແຜນ​ງານ​ອາຫານ​ທ່ຽງ​ໃນ​ໂຮງຮຽນ ​ແລະ ​ໂຄງການ​ພັດທະນາ​ຊັບພະຍາກອນ​ມະນຸດ​ຕ່າງໆ ​ທີ່ລັດ​ຖະບານ ແລະ ປະຊາຊົນຍີ່ປຸ່ນໃຫ້ການຊ່ວຍເຫລືອນີ້ຈະເປັນສ່ວນປະກອບສຳ ຄັນເຂົ້າໃນການພັດທະນາ​ເສດຖະກິດ-ສັງຄົມ ​ແລະ ນຳ​ປະ​ເທດ​ໃຫ້​ຫລຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ​ໃນ​ປີ 2020 ​ແລະ ​ເພື່ອ​ການ​ພັດທະນາ​ມີ​ຄວາມ​ຍືນ​ຍົງ.

- 5 - ​ຍີ່ປຸ່ນ​ໃຫ້ການ​ຊ່ວຍ​ເຫລື​ອ​ອາຫານສຳລັບໂຮງຮຽນ 1.450 ແຫ່ງໃນລາວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!