ທ່ານ ໄບເດນ ກຽມຈັດສັນງົບຫລາຍກວ່າ 600 ລ້ານໂດລາ ສະໜັບສະໜູນທ້ອງຖິ່ນແຄມຝັ່ງສູ້ວິກິດການປ່ຽນແປງສະພາບອາກາດ

ທ່ານ ໄບເດນ ກຽມຈັດສັນງົບຫລາຍກວ່າ 600 ລ້ານໂດລາ ສະໜັບສະໜູນທ້ອງຖິ່ນແຄມຝັ່ງສູ້ວິກິດການປ່ຽນແປງສະພາບອາກາດ - 4ONMYJTAPRLRXO5C4M57TQ2PT4 scaled - ທ່ານ ໄບເດນ ກຽມຈັດສັນງົບຫລາຍກວ່າ 600 ລ້ານໂດລາ ສະໜັບສະໜູນທ້ອງຖິ່ນແຄມຝັ່ງສູ້ວິກິດການປ່ຽນແປງສະພາບອາກາດ
ທ່ານ ໄບເດນ ກຽມຈັດສັນງົບຫລາຍກວ່າ 600 ລ້ານໂດລາ ສະໜັບສະໜູນທ້ອງຖິ່ນແຄມຝັ່ງສູ້ວິກິດການປ່ຽນແປງສະພາບອາກາດ - kitchen vibe - ທ່ານ ໄບເດນ ກຽມຈັດສັນງົບຫລາຍກວ່າ 600 ລ້ານໂດລາ ສະໜັບສະໜູນທ້ອງຖິ່ນແຄມຝັ່ງສູ້ວິກິດການປ່ຽນແປງສະພາບອາກາດ

ທ່ານ ໂຈ ໄບເດນ ປະທານາທິບໍດີຂອງອາເມລິກາ ກຽມຈັດສັນງົບປະມານຫລາຍກວ່າ 600 ລ້ານໂດລາສະຫະລັດ ສະໜັບສະໜູນການຄ້າ-ການລົງທຶນໃນພື້ນທີ່ເຂດແຄມຝັ່ງ ເພື່ອຕໍ່ສູ້ກັບວິກິດການປ່ຽນແປງຂອງສະພາບອາກາດໂລກ.

ທໍານຽບຂາວຄາດຄະເນວ່າ: ທ່ານ ໄບເດນ ຈະປະກາດແຜນຈັດສັນງົບປະມານນີ້ຢ່າງເປັນທາງການອີກ ໃນການເດີນທາງຢ້ຽມຢາມເມືອງປາໂລ ອັລໂຕ ລັດແຄລິຟໍເນຍ ໃນວັນທີ 19 ມິຖຸນານີ້ ຕາມເວລາທ້ອງຖິ່ນອາເມລິກາ.

ທ່ານ ໄບເດນ ກຽມຈັດສັນງົບຫລາຍກວ່າ 600 ລ້ານໂດລາ ສະໜັບສະໜູນທ້ອງຖິ່ນແຄມຝັ່ງສູ້ວິກິດການປ່ຽນແປງສະພາບອາກາດ - Visit Laos Visit SALANA BOUTIQUE HOTEL - ທ່ານ ໄບເດນ ກຽມຈັດສັນງົບຫລາຍກວ່າ 600 ລ້ານໂດລາ ສະໜັບສະໜູນທ້ອງຖິ່ນແຄມຝັ່ງສູ້ວິກິດການປ່ຽນແປງສະພາບອາກາດ

ໂດຍງົບປະມານປະມານ 575 ລ້ານໂດລາສະຫະລັດ ຈະໃຊ້ສະໜັບສະໜູນແນວທາງ ແລະ ໂຄງການຕ່າງໆທີ່ຮ່ວມຕໍ່ສູ້ກັບບັນຫາການກັດເຊາະແຄມຝັ່ງ ແລະ ລະດັບນໍ້າທະເລທີ່ເພີ່ມສູງຂຶ້ນໃນໄລຍະຫລາຍປີຜ່ານມາ ຕະຫລອດຈົນຫາວິທີຮັບມືຕໍ່ຄື້ນຍັກ ແລະ ເຮີລິເຄນທີ່ມັກຈະພັດເຂົ້າສູ່ແຄມຝັ່ງ. ຂະນະທີ່ອີກປະມານ 67 ລ້ານໂດລາສະຫະລັດ ລັດຖະບານຈະສົ່ງມອບເງິນທຶນນີ້ໃຫ້ທາງການແຄລິຟໍເນຍ ເພື່ອປັບປຸງໂຄງຂ່າຍໄຟຟ້າໃຫ້ທັນສະໄໝ ແລະ ຫລຸດຜົນກະທົບຈາກວິກິດການປ່ຽນແປງສະພາບອາກາດທີ່ມີທ່າອ່ຽງຮຸນແຮງຂຶ້ນ ໂດຍສະເພາະວິກິດໄຟໄໝ້ປ່າ.

ໃນເດືອນສິງຫາ ປີ 2022 ລັດຖະບານອາເມລິກາ ພາຍໃຕ້ການນໍາຂອງທ່ານ ໄບເດນ ໄດ້ລົງນາມໃນຮ່າງກົດໝາຍທີ່ມີມູນຄ່າຫລາຍກວ່າ 4,3 ແສນລ້ານໂດລາສະຫະລັດ ຖືເປັນແຜນງົບປະມານດ້ານສະພາບອາກາດທີ່ມີມູນຄ່າສູງທີ່ສຸດໃນປະຫວັດສາດການເມືອງອາເມລິກາ ຫລັງຈາກທ່ານ ໄບເດນ ມຸ່ງໝັ້ນຈະຮ່ວມກັບປະຊາຄົມໂລກໃນການແກ້ໄຂ ແລະ ຮັບມືວິກິດການປ່ຽນແປງສະພາບອາກາດໂລກຢ່າງຈິງຈັງ.

ທ່ານ ໄບເດນ ຕັ້ງໃຈຈະເດີນທາງໄປລັດແຄມຝັ່ງ ຄືລັດແຄລິຟໍເນຍ ສ່ວນໜຶ່ງເພື່ອລະດົມທຶນຈາກບັນດາເຈົ້າຂອງກິດຈະການ ແລະ ນາຍທຶນດ້ານເຕັກໂນໂລຊີ ແລະ ສະພາບອາກາດ ໂດຍຕັ້ງເປົ້າລະດົມທຶນໃຫ້ໄດ້ຫລາຍກວ່າ 1 ພັນລ້ານໂດລາສະຫະລັດ ເພື່ອໃຊ້ຂັບເຄື່ອນໂຄງການຫາສຽງໃນການຊີງຕໍາແໜ່ງປະທານາທິບໍດີອາເມລິກາ ຈາກພັກເດໂມແຄຣດ ໃນການເລືອກຕັ້ງຄັ້ງສໍາຄັນທີ່ຈະເກີດຂຶ້ນໃນທ້າຍປີ 2024 ນີ້.

ອ້າງອີງ:

http://www.reuters.com/…/biden-will-announce-600-mln…/

http://www.voanews.com/…/biden-to-announce…/7142556.html

ທ່ານ ໄບເດນ ກຽມຈັດສັນງົບຫລາຍກວ່າ 600 ລ້ານໂດລາ ສະໜັບສະໜູນທ້ອງຖິ່ນແຄມຝັ່ງສູ້ວິກິດການປ່ຽນແປງສະພາບອາກາດ - 4 - ທ່ານ ໄບເດນ ກຽມຈັດສັນງົບຫລາຍກວ່າ 600 ລ້ານໂດລາ ສະໜັບສະໜູນທ້ອງຖິ່ນແຄມຝັ່ງສູ້ວິກິດການປ່ຽນແປງສະພາບອາກາດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!