ສປ ຈີນ ​ອັນ​ດັບ 1 ຂອງການ​ລົງທຶນ​​ຕ່າງ​ປ​ະ​ເທດ​ໃນລາວ

- kitchen vibe - ສປ ຈີນ ​ອັນ​ດັບ 1 ຂອງການ​ລົງທຶນ​​ຕ່າງ​ປ​ະ​ເທດ​ໃນລາວ

ແຫລ່ງຂ່າວ ຂປລ ໃຫ້ຮູ້ວ່າ: ປັດຈຸບັນ, ສະພາບ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ​ເຂົ້າ​ລົງທຶນໃນຂະແໜງການຕ່າງໆຂອງລາວ​ໄດ້​​ເພີ່ມຂຶ້ນຢ່າງ​ຕໍ່​ເນື່ອງ, ພາຍຫລັງລັດຖະບານ​​ໄດ້ປັບປຸງບັນດານິຕິກຳ ​ແລະ ນະໂຍບາຍຕ່າງໆ ເພື່ອສົ່ງເສີມການລົງທຶນຂອງຕ່າງປະເທດ, ໃນນັ້ນສະເພາະ ສປຈີນ ​ເປັນ​ອັນ​ດັບ 1 ຂອງບັນດາປະເທດທີ່​ມີ​ການ​ລົງທຶນ​ໃນ ສປປ ລາວ, ຊຶ່ງມີ​ມູນ​ຄ່າ​ຫລາຍ​ກວ່າ 7.200 ລ້ານ​ໂດ​ລາ​ສະຫະລັດ, ກວມ​ເອົາ 25,2% ຂອງ​ການ​ລົງທຶນ​ທັງ​ໝົດ.

ທ່ານຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຄຳ​ລຽນ ພົນ​ເສນາ ​ໄດ້ລາຍ​ງານ​ໃນກອງປະຊຸມສົ່ງ​ເສີມການລົງທຶນລາວ-ຈີນ ຢູ່ທີ່ເມືອງໜານໜິງ​ແຂວງ​ກວາງຊີ ສປຈີນ ເມື່ອຜ່ານມານີ້ວ່າ: ປັດຈຸ​ບັນ, ຕົວ​ເລກ​ການ​ລົງທຶນ​ຂອງ​ຕ່າງປະ​ເທດ​ທີ່​ເຂົ້າ​ມາ​ລົງທຶນຢູ່ລາວ​ເພີ່ມ​ຂຶ້ນຢ່າງ​ຕໍ່​ເນື່ອງ, ​ເວົ້າ​ສະ​ເພາະ ສປຈີນ. ​ໃນ​ນັ້ນ​ຂະ​ແໜງ​ບໍ່​ແຮ່ກວມ​ເອົາ 49,8%, ​ໄຟຟ້າ 18,3% ​ແລະ ຂະ​ແໜງກະສິກຳກວມ​ເອົາ 8,9%. ສ່ວນດ້ານ​ການ​ຄ້າ ສປຈີນ ​ໄດ້ກາຍເປັນ​ປະ​ເທດ​ຄູ່​ຮ່ວມ​ການ​ຄ້າ​ໃຫຍ່ອັນ​ດັບ 2 ຂອງ​ລາວ ຮອງ​ຈາກ​ປະ​ເທດ​ໄທ, ຊຶ່ງປີຜ່ານມາບັນລຸໄດ້ 426 ລ້ານ​ໂດ​ລາ​ສະຫະລັດ. ​ໃນ​ນັ້ນ, ມູນ​ຄ່າ​ການ​ສົ່ງ​ອອກຂອງລາວບັນລຸ 218,4 ລ້ານ​ໂດ​ລາສະຫະລັດກວມ 29,8% ຂອງ​ການ​ສົ່ງ​ອອກ​ທັງ​ໝົດ, ສິນ​ຄ້າສົ່ງ​ອອກ​ຕົ້ນ​ຕໍ່ມີ: ຜະລິດ​ຕະພັນ​ໄມ້, ທອງ ​ແລະ ຢາ​ງພາລາ. ສ່ວນມູນ​ຄ່າ​ການ​ນຳ​ເຂົ້າບັນລຸ 207,6 ລ້ານ​ໂດ​ລາສະຫະລັດກວມ 18,36% ຂອງ​ການ​ນຳ​ເຂົ້າ​ທັງ​ໝົດ, ສິນຄ້າ​ນຳ​ເຂົ້າ​ຕົ້ນຕໍມີ: ​ເຄື່ອງ​ໄຟຟ້າ, ​ເຄື່ອງ​ຈັກ, ອາ​ໄຫລ່ລົດ​ຍົນ ​ແລະ ອື່ນ​ໆ.

- Visit Laos Visit SALANA BOUTIQUE HOTEL - ສປ ຈີນ ​ອັນ​ດັບ 1 ຂອງການ​ລົງທຶນ​​ຕ່າງ​ປ​ະ​ເທດ​ໃນລາວ

+ລັດຖະບານ​ລາວ ​ເປີດ​ກວ້າງການລົງທຶນຂອງຕ່າງປະເທດ

ທ່ານ ຄຳ​ລຽນ ພົນ​ເສນາ ​ໃຫ້​ຮູ້​ຕື່ມ​ວ່າ: ​ປັດຈຸບັນ, ສປປ ລາວ ມີນິຕິກຳ ຮອງຮັບສິດຜົນປະໂຫຍດຂອງນັກລົງທຶນຕ່າງປະເທດ ​ແລະ ສິ່ງ​ອຳ​ນວຍ​ຄວາມ​ສະດວກ​ໃນ​ດ້ານ​ຕ່າງໆ ​ເປັນ​ຕົ້ນ: ການ​ປະຕິບັດ​ນະ​ໂຍບາຍສົ່ງ​ເສີມ​ ແລະ ສະໜັບ​ສະ​ໜູນ, ພ້ອມ​ໃຫ້​ສິດທິ​ພິ​ເສດ​ໃນ​ການ​ດຳ​ເນີນ​ທຸລະ​ກິດອື່ນໆຢູ່ລາວ.

- 3 - ສປ ຈີນ ​ອັນ​ດັບ 1 ຂອງການ​ລົງທຶນ​​ຕ່າງ​ປ​ະ​ເທດ​ໃນລາວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!