ບຣູໂນ້ ເບີ້ນສອງພາທັບ ໂປຕຸເກດ ເປີດບ້ານຊະນະ ບອສເນຍ 3-0 ຊະນະ 3 ເກມລວດຄັດເລືອກຢູໂຣ 2024
June 18, 2023 - 10:00 AM


ໂປຕຸເກດ ພາຍໃຕ້ການນຳທັບໂດຍ ໂຣແບໂຕ ມາຕິເນສ, ຍັງແຮງຕໍ່ເນື່ອງຫລັງຈາກເອົາຊະນະ ບອສເນຍ 3-0 ໃນການແຂ່ງຂັນຮອບຄັດເລືອກ ຢູໂຣ 2024 ໃນວັນທີ 17 ເດືອນມິຖຸນາທີ່ຜ່ານມາ.
ນັດທີ 3 ຂອງກຸ່ມ ເຈ ປອກຕຸຍການ ໂປຕຸເກດ ປີ 2016 ອັນດັບ 1 ມີ 6 ຄະແນນ ລົງສະໜາມ ແລະ ພົບກັບ ບອສເນຍ ອັນດັບ 4 ມີ 3 ຄະແນນ, ເກມນີ້ “ຟອຍທອງ” ນຳໜ້າໂດຍຫົວໜ້າທີມຄື ຄຣິສເຕຍໂນ້ ໂຣນັລໂດ້ ເຊັ່ນເຄີຍ.
ເກມນີ້ປະກົດວ່າ: ໂປຕຸເກດ ຄວ້າໄຊຊະນະຢ່າງງ່າຍດາຍ ຫລັງເອົາຊະນະ ບອສເນຍ 3-0 ໃນບ້ານ, ໂດຍ ເບີນາໂດ ຊິລວາ ຍິງໃຫ້ທີມນຳກ່ອນໃນນາທີ 44 ກ່ອນທີ່ ບຣູໂນ ເຟີນານເດສ ຈະຍິງ 2 ປະຕູດຽວ ໃນນາທີ 77 ແລະ 93 ຕໍ່ເວລາບາດເຈັບ.
ສົ່ງໃຫ້ ໂປຕຸເກດ ຊະນະ 3 ນັດຕິດຕໍ່ກັນ ເກັບ 9 ຄະແນນເຕັມ ນຳອັນດັບໜຶ່ງຕໍ່ໄປ. ຈາກນີ້ພວກເຂົາຈະລົງແຂ່ງຂັນອີກຄັ້ງກັບ ໄອສແລນ ໃນວັນທີ 20 ມິຖຸນາ, ໃນຂະນະທີ່ ບອສເນຍ ພົບກັບ ລັກເຊມເບີກ ໃນມື້ດຽວກັນ.