ອຸທາຫອນ! ໄປເສີມດັງນຳຄລີນິກເຖື່ອນ ແລ້ວເສຍຊີວິດຄາທີ່ໃນຂະນະດົມຢາສະຫລົບ


ສຳນັກຂ່າວ thairath ລາຍງານວ່າ: ວັນທີ 15 ມິຖຸນາ 2023 ຜ່ານມາ ເກີດເຫດ ນາງ ສິຣິນຍາ ຫລື ນິວ ອາຍຸ 25 ປີ ໄປສັນຍະກຳແກ້ດັງທີ່ຄລີນິກເສີມຄວາມງາມ ອຳເພີ ທັນບູລີ ຈັງຫວັດປະທຸມທານີ ແລ້ວເສຍຊີວິດຄາຫ້ອງຜ່າຕັດ, ເບື້ອງຕົ້ນສອບຖາມເຈົ້າໜ້າທີ່ຄລີນິກອ້າງວ່າ ຂະນະທີ່ໃຫ້ດົມຢາສະຫລົບແລ້ວອຸນຫະພູມໃນຮ່າງກາຍສູງຂຶ້ນຜິດປົກກະຕິກ່ອນທີ່ຫົວໃຈຈະຢຸດເຕັ້ນ ພະຍາຍາມປໍ້າຫົວໃຈແຕ່ບໍ່ເປັນຜົນ, ຈາກນັ້ນຕຳຫລວດໄດ້ສົ່ງສົບໄປຊັນນະສູດທີ່ສະຖາບັນວິທະຍາສາດ ພ້ອມເຊີນຜູ້ກ່ຽວຂ້ອງໃນຄລີນິກ, ແພດຜ່າຕັດ ລວມເຖິງເຈົ້າຂອງຄລີນິກໄປສືບສວນສອບສວນ.
ມາຮອດວັນທີ 16 ມິຖຸນາ 2023, ທາງຄອບຄົວໄດ້ເດີນທາງໄປຮັບສົບ ນາງ ນິວ ທີ່ສະຖາບັນນິຕິວິທະຍາສາດ ໂຮງໝໍທຳມະສາດສະເຫລີມພະກຽດ ອຳເພີຄອງຫລວງ ຈັງຫວັດປະທຸມທານີ. ແພດໄດ້ລະບຸສາເຫດການເສຍຊີວິດວ່າ ເກີດຈາກຫົວໃຈວາຍກະທັນຫັນ ແຕ່ຕ້ອງລໍຖ້າຜົນຊັນນະສູດຢ່າງເປັນທາງການອີກປະມານ 1 ເດືອນເພື່ອຄວາມລະອຽດ.
ຈາກນັ້ນ ເຈົ້າໜ້າທີ່ສຳນັກງານສາທາລະນະສຸກຈັງຫວັດປະທຸມທານີ ອອກຄຳສັ່ງປິດສະຖານພະຍາບານຊົ່ວຄາວ ເປັນເວລາ 30 ວັນ. ເນື່ອງຈາກບໍ່ມີການຂໍອະນຸຍາດຖືເປັນສະຖານພະຍາບານເຖື່ອນ ແລະ ຍັງບໍ່ພົບວ່າເປີດຫ້ອງຜ່າຕັດມາດົນປານໃດ ແລະ ມີຈັກຄົນທີ່ເຂົ້າມາຜ່າຕັດ.
ອ້າງອີງ: