ເມືອງສາມັກຄີໄຊ ອອກຄຳສັ່ງເລື່ອງການແກ້ໄຂບັນຫາສັດລ້ຽງທີ່ປ່ອຍຊະຊາຍໃນເທສະບານເມືອງ
June 17, 2023 - 10:20 AM


ເມືອງສາມັກຄີໄຊ ແຂວງ ອັດຕະປື ອອກຄຳສັ່ງ ເລກທີ 02/ຈມສຊ, ລົງວັນທີ 22 ພຶດສະພາ 2023 ເລື່ອງ: ການແກ້ໄຂບັນຫາສັດລ້ຽງ (ປະເພດ ແບ້, ງົວ ແລະ ຄວາຍ) ທີ່ປ່ອຍຊະຊາຍໃນເທສະບານເມືອງ, ເພື່ອເຮັດໃຫ້ມີຄວາມສະອາດຈົບງາມ ແລະ ຄວາມເປັນລະບຽບຮຽບຮ້ອຍພາຍໃນເທສະບານເມືອງ ສາມັກຄີໄຊ ເຈົ້າເມືອງອອກຄຳສັ່ງ:
- ຄອບຄົວໃດຫາກມີສັດລ້ຽງ, ມີພື້ນທີ່ເໝາະສົມ, ມີຄອກກັກຂັງ ແມ່ນໃຫ້ຈຳກັດຂອບເຂດບໍລະເວນ
ສັດລ້ຽງຂອງຕົນໂດຍບໍ່ໃຫ້ອອກໄປສ້າງຄວາມເສຍຫາຍຕໍ່ເຂດສາທາລະນະ ຫຼື ສ່ວນບຸກຄົນອື່ນເດັດຂາດ.
- ຄອບຄົວໃດຫາກມີສັດລ້ຽງແຕ່ບໍ່ມີພື້ນທີ່ເໝາະສົມ, ບໍ່ມີຄອກກັກຂັງ, ປ່ອຍປະລະເລີຍ ແລະ ສ້າງຄວາມເສຍຫາຍຕໍ່ເຂດສາທາລະນະ ຫຼື ສ່ວນບຸກຄົນອື່ນແມ່ນໃຫ້ເຄື່ອນຍ້າຍສັດດັ່ງກ່າວອອກພາຍໃນກໍານົດເວລາ 15 ວັນ, ເລີ່ມແຕ່ວັນອອກຄຳສັ່ງສະບັບນີ້ເປັນຕົ້ນໄປ.
- ຖ້າຫາກຄອບຄົວໃດຝ່າຝືນແມ່ນທາງ ອົງການຈັດຕັ້ງທີ່ກ່ຽວຂ້ອງ ຈະໄດ້ຮ່ວມກັບອຳນາດການປົກຄອງບ້ານດຳເນີນການສຶກສາອົບຮົມ, ປັບໃໝ, ຫຼື ຢຶດສັດລ້ຽງດັ່ງກ່າວຕາມລະບຽບການ.