ຫລາຍຜະລິດຕະພັນຂອງແຂວງສະຫວັນນະເຂດໄດ້ຮັບຈົດທະບຽນເຄື່ອງໝາຍການຄ້າ

- 3 - ຫລາຍຜະລິດຕະພັນຂອງແຂວງສະຫວັນນະເຂດໄດ້ຮັບຈົດທະບຽນເຄື່ອງໝາຍການຄ້າ
- kitchen vibe - ຫລາຍຜະລິດຕະພັນຂອງແຂວງສະຫວັນນະເຂດໄດ້ຮັບຈົດທະບຽນເຄື່ອງໝາຍການຄ້າ

ຫລາຍຜະລິດຕະພັນຂອງ ແຂວງສະຫວັນນະເຂດປະກອບມີ: ຮ້ານແມ່ແກັດ ຂາຍໝໍ້າ ແລະ ຊີ້ນສະຫວັນເມືອງໄກສອນພົມ ວິຫານ, ຮ້ານຜະລິດຕະພັນຜ້າ ຝ້າຍລາວແບບລະຫານ້ຳເມືອງສອງຄອນ, ຜະລິດຕະພັນກ້ວຍ ສາບ ເມືອງໄຊພູ ທອງ ແລະ ວິ ສາຫະກິດສ່ວນບຸກຄົນໂຮງສີ ເຂົ້າກາຍອດອ້ອຍເມືອງສອງ ຄອນ ໄດ້ຮັບການຈົດທະບຽນ ເຄື່ອງໝາຍການຄ້າຈາກຂະ ແໜງການກ່ຽວຂ້ອງເມື່ອບໍ່ ດົນມານີ້, ເພື່ອໃຫ້ໄດ້ຮັບການ ປົກປ້ອງຜົນປະໂຫຍດຂອງຜູ້ ປະກອບການ, ເປັນການສ້າງ ມູນຄ່າເພີ່ມຂອງສິນຄ້າ ແລະ ສາມາດແຂ່ງຂັນໃນຕະຫລາດ ພາຍໃນ ແລະ ຕ່າງປະເທດ, ພ້ອມທັງເປັນການຊຸກຍູ້ສົ່ງເສີມ ໃຫ້ມີການນຳໃຊ້ລະບົບຊັບສິນທາງປັນຍາ, ມາດຕະຖານ ແລະ ການວັດແທກເຂົ້າໃນຂະບວນ ການຜະລິດເປັນສິນຄ້າໃຫ້ມີ ຄຸນນະພາບ ແລະ ສາມາດສົ່ງ ອອກເປັນຢ່າງດີ.

 

- Visit Laos Visit SALANA BOUTIQUE HOTEL - ຫລາຍຜະລິດຕະພັນຂອງແຂວງສະຫວັນນະເຂດໄດ້ຮັບຈົດທະບຽນເຄື່ອງໝາຍການຄ້າ

 

+ ກຸ່ມທ່າຊ້າງຕົວແບບການຜະລິດພືດຜັກອິນຊີທີ່ມີຄຸນນະພາບ

+ ຄະນະນຳແຂວງສະຫວັນນະເຂດເຂົ້າອວຍພອນກົງສຸນໃຫຍ່ ສສ ຫວຽດນາມ ເນື່ອງໃນໂອກາດວັນຊາດທີ 2 ກັນຍາ ຄົບຮອບ 72 ປີ

 

ທ່ານຮອງຫົວໜ້າກົມຊັບ ສິນທາງປັນຍາກະຊວງວິທະ ຍາສາດ ແລະ ເຕັກໂນໂລຊີ ກ່າວວ່າ: ການໄດ້ຮັບຈົທະບຽນ ເຄື່ອງໝາຍການຄ້ານີ້, ສະແດງ ເຫັນວ່າຜູ້ປະກອບການຫົວ ໜ່ວຍທຸລະກິດຕ່າງໆໄດ້ມີ ຄວາມຮັບຮູ້ເຂົ້າໃຈ ແລະ ໃຫ້ ຄວາມສໍາຄັນຂອງວຽກງານ ຊັບສິນທາງປັນຍາ, ມາດບໍ່ ຕະຖານ ແລະ ວັດແທກ, ຮູ້ເຖິງ ຜົນດີ ແລະ ຜົນຕອບແທນທີ່ ຈະໄດ້ຮັບຈາກການມີເຄື່ອງ ໝາຍການຄ້າກໍຄືການໄດ້ຮັບ ການປົກປ້ອງທາງກົດໝາຍ ແລະ ການສ້າງ.

ກົມດັ່ງກ່າວໃຫ້ຮູ້ຕື່ມວ່າ: ຍັງມີຫົວໜ່ວຍທຸລະກິດຂອງ ແຂວງສະຫວັນນະເຂດຈໍານວນໜ້ອຍທີ່ໄດ້ຂໍຍືນຈົດທະບຽນ ເຄື່ອງໝາຍການຄ້າ ແລະ ຍື່ນ ຄຳຮ້ອງຂໍການຢັ້ງຢືນມາດຕະຖານເຂົ້າແຫ່ງຊາດ ແລະ ສະມາ ຄົມປີ້ງໄກ່ເຊໂນ ກໍຂໍຍື່ນ ຈົດທະ ບຽນເຄື່ອງໝາຍການຄ້າລວມໝູ່ນໍາກົມມາດຕະຖານ ແລະ ວັດແທກອີກດ້ວຍ.

 

- 5 - ຫລາຍຜະລິດຕະພັນຂອງແຂວງສະຫວັນນະເຂດໄດ້ຮັບຈົດທະບຽນເຄື່ອງໝາຍການຄ້າ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!