ຄວາມບໍ່ສະຫງົບຢູ່ຊູດັງເຂົ້າສູ່ເດືອນທີສາມ ຜູ້ເສຍຊີວິດເພີ່ມເກີນ 2.000 ຄົນ


ການສູ້ຮົບຢູ່ຊູດັງຍືດເຍື້ອມາກວ່າ 2 ເດືອນ ແລະ ຍັງຫ່າງໄກຈາກທ່າອ່ຽງຫລຸດຜ່ອນ. ຂະນະທີ່ຈໍານວນຜູ້ເສຍຊີວິດເພີ່ມເປັນເກີນກວ່າ 2.000 ຄົນແລ້ວ.
ວັນທີ 16 ມິຖຸນາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ການສູ້ຮົບຢູ່ຊູດັງ ເຊິ່ງເລີ່ມຂຶ້ນໃນວັນທີ 15 ເມສາຜ່ານມາ ເປັນຜົນຈາກຄວາມຂັດແຍ່ງເລື່ອງອໍານາດຈົນເຖິງຂັ້ນແຕກຫັກ ລະຫວ່າງ ພົນເອກ ອັບເດລ ຟັດຕາ ອັລ-ບູຮານ ຜູ້ບັນຊາການທະຫານສູງສຸດ ແລະ ປະທານສະພາອະທິປະໄຕຊູດັງ ກັບກອງກໍາລັງເຄື່ອນທີ່ໄວ (RSF) ຂອງ ພົນເອກ ໂມຮາເໝັດ ຮໍາດັນ ດາໂກລ.
ທັງນີ້, ສະຫະປະຊາຊາດ (UN) ລາຍງານຈໍານວນຜູ້ເສຍຊີວິດຈາກຄວາມຮຸນແຮງແລ້ວຫລາຍກວ່າ 2.000 ຄົນ “ແຕ່ອາດຈະສູງກວ່ານັ້ນຫລາຍໃນຄວາມເປັນຈິງ” ແລະ ຊາວຊູດັງຫລາຍກວ່າ 2,2 ລ້ານຄົນ ຕ້ອງພັດຖິ່ນຖານ ຈາກຈໍານວນດັ່ງກ່າວປະມານ 528.000 ຄົນ ລີ້ໄພໄປປະເທດໃກ້ຄຽງ. ຂະນະທີ່ມີຄວາມພະຍາຍາມຢຸດຍິງຫລາຍຄັ້ງ ແຕ່ບໍ່ມີຄັ້ງໃດປະສົບຜົນສໍາເລັດເຕັມຮ້ອຍ.
ນອກຈາກນີ້, UN ຄາດຄະເນຈໍານວນຜູ້ລີ້ໄພຈາກການສູ້ຮົບຢູ່ຊູດັງອາດສູງເຖິງ 1 ລ້ານຄົນ ພາຍໃນປີນີ້ ແລະ ຫລາຍກວ່າເຄິ່ງໜຶ່ງຈາກປະຊາກອນທົ່ວປະເທດປະມານ 25 ລ້ານຄົນ ຕ້ອງການການຊ່ວຍເຫລືອທາງມະນຸດສະທໍາຢ່າງຮີບດ່ວນ.