ຄ້າຜິດກົດອະນາຄົດບໍ່ສົດໃສ


ໂດຍ: ທິດກໍ່າ
ໃນເງື່ອນໄຂທີ່ບ້ານເມືອງເຮົາພວມມີການສ້າງສາພັດທະນາ, ການຊອກຢູ່ຫາກິນ ແລະ ການປະກອບອາຊີບຕ່າງໆຢ່າງຫລາກຫລາຍສີສັນ, ຫລາຍວິທີການສຸດແລ້ວແຕ່ວິຊາອາຄົມ ແລະ ຄວາມຖະໜັດຂອງໃຜລາວ, ໃນນັ້ນກໍມີອັນຖືກແດ່ຜິດແດ່, ຖືກຫລາຍຖືກໜ້ອຍ, ຜິດຫລາຍຜິດໜ້ອຍ ສຸດແລ້ວແຕ່ການກະທໍາຂອງໃຜມັນ. ແຕ່ອັນສໍາຄັນກໍຕ້ອງໄດ້ເບິ່ງເພິ່ນເບິ່ງໂຕ, ນອນຢູ່ໃນກອບຂອງສິນທໍາປະຈໍາໃຈ, ຖືກຕ້ອງກັບຕົວບົດກົດໝາຍ, ສອດຄ່ອງກັບຍຸກສະໄໝ ແລະ ການຂະຫຍາຍຕົວຂອງສັງຄົມ ເພື່ອໃຫ້ຄົນເຮົາຢູ່ດ້ວຍກັນຢ່າງສັນຕິ ແລະ ມີຄວາມສຸກ ນັ້ນຄືຊີວິດອັນສຸດຍອດຂອງຄົນເຮົາທີ່ດໍາລົງຊີວິດຢູ່ບົນຜືນແຜ່ນດິນລາວອັນແສນຮັກ ແລະ ຫວງແຫນແຫ່ງນີ້. ເພາະສະນັ້ນ ຈຶ່ງເວົ້າໄດ້ວ່າຄົນລາວເຮົາໃຜຈະເຮັດຫຍັງ, ຢູ່ໃສກໍຕ້ອງໄດ້ຄໍານຶງເຖິງຄວາມດີ ໂດຍມີກົດໝາຍເປັນບ່ອນອີງ ແລະ ເປັນເສົ້າຄ້ຳ ເພື່ອເຮັດໃຫ້ການປະກອບອາຊີບ ຫລືວ່າ ການຊອກຢູ່ຫາກິນໃຫ້ເຕັມໄປດ້ວຍຄວາມຍືນຍົງ ແລະ ໝັ້ນຄົງ.
ກົງກັນຂ້າມ, ຫາກເຮົາເອົາຄວາມສຸກຢູ່ບົນຄວາມທຸກຂອງຄົນອື່ນແລ້ວ ບໍ່ໄວກໍຊ້າສິ່ງທີ່ຕົນໄດ້ກະທໍາຈະກາຍເປັນມັດຈຸລາດທີ່ຄອຍຕາມລ່າເຜົາຜານໃຫ້ຕົວເຮົາຕົກຢູ່ໃນຄວາມທຸກບໍ່ໄວກໍຊ້າ. ນີ້ຄືຄວາມຈິງແຫ່ງສັດຈະທໍາ ເຊິ່ງບໍ່ມີໃຜສາມາດຫລີກເວັ້ນໄດ້.
ສິ່ງທີ່ທິດກໍ່າໄດ້ຍົກມາເປັນອຸທາຫອນນີ້ ຄືຕົວຢ່າງຂອງບໍລິສັດ ພີເອສ ສົ່ງເສີມກະສິກໍາແລະ ອຸດສາຫະກໍາຄົບວົງຈອນຂາເຂົ້າ-ຂາອອກ ຈໍາກັດ. ກ່ອນອື່ນທິດກໍ່າ ຕ້ອງຂໍໂທດທີ່ໄດ້ຍົກເອົາບໍລິສັດນີ້ມາເປັນຕົວຢ່າງ ຍ້ອນວ່າບັນຫາທີ່ເກີດຂຶ້ນກັບບໍລິສັດພີເອສນີ້ ມັນເປັນເຫດການໃຫມ່ອ່ຽມສົດໆຮ້ອນໆ ຈົນວິນາທີສຸດທ້າຍພາກລັດກໍຈໍາຕ້ອງໄດ້ຍື່ນມືເຂົ້າມາຊ່ວຍແກ້ໄຂ. ທິດກໍ່າຂໍເວົ້າແຈ້ງເຕັມປາກວ່າການເຄື່ອນໄຫວຂອງບໍລິສັດພີເອສໃນໄລຍະຜ່ານມາແມ່ນເປັນການກະທໍາທີ່ຜິດກົດໝາຍ ໂດຍສະເພາະແມ່ນກົດໝາຍການລົງທຶນ ແລະ ກົດໝາຍທະນະຄານແຫ່ງ ສປປ ລາວ, ສ່ວນວ່າການກະທໍາຜິດໃນມາດຕາໃດແດ່ນັ້ນ ທິດກໍ່າບໍ່ສາມາດນໍາມາເວົ້າກິໆກີໆໄດ້, ມີແຕ່ວ່າຖ້າໃຜຢາກຮູ້ຄວາມຈິງວ່າມັນຜິດ ຫລື ຖືກນັ້ນ ກໍຂໍໃຫ້ໄປອ່ານກົດໝາຍໃນສອງຂົງເຂດນີ້, ມີແຕ່ວ່າເພື່ອໃຫ້ເຂົ້າໃຈກົກໆຂອງບັນຫາທິດກໍ່າຂໍຍົກຕົວຢ່າງເອົາບາງກໍລະນີມາວິເຄາະສູ່ກັນຮູ້ດັ່ງນີ້, ອັນສາເຫດທີ່ບໍລິສັດພີເອສເຄື່ອນໄຫວຜິດກົດໝາຍນັ້ນແມ່ນເພິ່ນເປັນບໍລິສັດດັ່ງຊື່ສຽງຮຽງນາມທີ່ກ່າວມາຂ້າງເທິງ, ແຕ່ໃນເວລາເຄື່ອນໄຫວພັດພາກັນລະດົມເງິນຝາກຄືທະນາຄານ, ຊໍ້າບໍ່ໜໍາຍັງໃຫ້ດອກເບ້ຍເກີນກວ່າທະນາຄານ, ຜູ້ທີ່ມາຝາກເງິນນັ້ນເອີ້ນຊື່ພ້ຽນໄປວ່າສະມາຊິກຜູ້ຮ່ວມທຶນທາງດ້ານທຸລະກິດ. ເຖິງວ່າຈະພ້ຽນເອີ້ນຊື່ແບບໃດ, ແນວໃດ, ຮູບການໃດກໍຕາມ, ແຕ່ການເຄື່ອໄຫວພັດໂຄສະນາປຸກລະດົມໃຫ້ຄົນເອົາເງິນມາຝາກ ແລະ ຊໍ້າພັດໃຫ້ດອກເບ້ຍສູງເກີນກວ່າຄວາມເປັນຈິງ ແລະ ກົດໝາຍກໍານົດມັນກໍຜິດຢູ່ແລ້ວ. ຕໍ່ການກະທໍາສິ່ງນີ້ຢາກບໍ່ຢາກກໍສະແດງວ່າເຈົ້າເປັນຜູ້ຝ່າຝືນລະບຽບກົດໝາຍ ແລະ ຫັນທິດເດີນຕາມກົດໝູ່ນີ້ຄືການກະທໍາຜິດໃນກະໂທງທີໜຶ່ງ. ສ່ວນວ່າກະໂທງທີສອງນັ້ນຖ້າແມ່ນເປັນບໍລິສັດຮ່ວມທຶນຕ້ອງໄດ້ແບ່ງປັນຜົນປະໂຫຍດຕາມກໍາໄລ ແລະ ຈໍານວນຮຸ້ນຂອງສະມາຊິກຜູ້ທີ່ໄດ້ຮ່ວມທຶນມັນສິມີຈັກແສນຈັກລ້ານຮຸ້ນກໍສຸດແລ້ວ ແລະ ລະບົບການຄຸ້ມຄອງກໍຕ້ອງເປັນໄປຕາມກົດຂອງການຮ່ວມທຶນທີ່ລັດຖະບານວາງອອກ ເຊິ່ງປະກອບດ້ວຍຜູ້ຕາງໜ້າພາກສ່ວນກ້ຽວຂ້ອງ ອັນສໍາຄັນແມ່ນມີຕາງໜ້າຜູ້ລົງທຶນ, ຜູ້ອອກແຮງງານ ຫລື ກໍາມະບານ ແລະ ຍັງມີຫລາຍໆຂັ້ນຫລາຍຂອດ ແລະ ຫລາຍບັນຫາທີ່ພີເອສຍັງບໍ່ທັນປະຕິບັດຢ່າງຖືກຕ້ອງສອດຄ່ອງກັບລະບຽບຫລັກການໃນການເຄື່ອນໄຫວວິສາຫະກິດ. ອັນໂຕທີ່ຜິດຢ່າງມະຫັນ ກໍຄືລະດົມໃຫ້ໝູ່ເອົາເງິນໄປຝາກແລ້ວຕົນເອງພັດບໍ່ມີຄວາມຮັບຜິດຊອບເອົາໄປຈ່າຍລົງທຶນຊະຊາຍກຸດຫ້ຽນເຂົ້າຈົນບໍ່ມີເງິນຄືນໃຫ້ສະມາຊິກທັງຕົ້ນ ແລະ ທັງດອກເບ້ຍ, ວິນາທີສຸດທ້າຍກໍຍັງມາເວົ້າອວດໂອ່ງທ້າທາຍກັບສະມາຊິກວ່າເງິນໝົດແລ້ວ, ຍັງບໍ່ມີເງິນຈະສົ່ງຄືນ ສິຂ້າກໍຕາຍສິຂາຍກໍຍອມ ວ່າຊັ້ນ ! ຍັງພໍໄຄແດ່ແຕ່ວ່າທາງໜ່ວຍງານສະເພາະກິດເບື້ອງລັດຍື່ນມືເຂົ້າມາແກ້ໄຂໄວ, ຖ້າບໍ່ສະພາບຍິ່ງຮ້າຍແຮງຂຶ້ນ. ກ່ອນກ້າວມາເຖິງເຫດການບານປາຍ, ທາງທະນາຄານແຫ່ງ ສປປ ລາວ ກໍໄດ້ອອກແຈ້ງໄປແລ້ວວ່າ ຫ້າມບໍລິສັດພີເອສເຄື່ອນໄຫວຜິດກັບກົດໝາຍ ແລະ ທັງຫ້າມບຸກຄົນ ແລະ ນິຕິບຸກຄົນບໍ່ໃຫ້ພາກັນເອົາເງິນໄປຝາກ ເພາະຢ້ານມັນກ້ຽງທັງຕົ້ນ ແລະ ທັງດອກເບ້ຍ, ແຕ່ເຖິງປານນັ້ນກໍຍັງມີຈໍານວນບໍ່ໜ້ອຍພາກັນແຫ່ແຫນແພນກັ້ງເອົາເງິນໄປຝາກ ຍ້ອນຄວາມເຫັນແກ່ປາກຄວາມຢາກແກ່ທ້ອງ.
ເຖິງຢ່າງໃດກໍດີ, ຕາມທິດກໍ່າວ່າ ເວົ້າເລື່ອງການຄ້າຂາຍຫງາຍມືຢູ່ບ້ານເຮົາໃນສະພາບປັດຈຸບັນຍັງມີບຸກຄົນ, ນິຕິບຸກຄົນຈໍານວນບໍ່ໜ້ອຍຍັງສືບຕໍ່ດໍາເນີນທຸລະກິດທີ່ຜິດລະບຽບກົດໝາຍເຊັ່ນ: ການຄ້າຂາຍເຖື່ອນ, ຄ້າຂາຍຢາເສບຕິດ, ຫລົບຫລີກພາສີອາກອນ, ເປັນນາຍໜ້າຫາເລາະຕົ້ມຕຸນເກງກໍາໄລເຂົ້າຖົງຕົນເອງ ໂດຍບໍ່ຄໍານຶງເຖິງພັນທະໜ້າທີ່ຂອງຕົນເອງທີ່ມີຕໍ່ສັງຄົມ ແລະ ປະເທດຊາດ. ຕາມເຮົາວ່າຖ້າບຸກຄົນໃດໄດ້ກະທໍາຜິດ ເຊິ່ງມີຜົນກະທົບຕໍ່ຄົນອື່ນ ແລະ ປະເທດຊາດ ແນ່ນອນອະນາຄົດຈະບໍ່ສົດໃສດັ່ງຫລາຍບໍລິສັດທີ່ເຄີຍເປັນມາ.