ເດັກຂີ່ລົດບໍ່ເຖິງກະສຽນຈະຖືກປັບໄໝ

- 558000014144901 - ເດັກຂີ່ລົດບໍ່ເຖິງກະສຽນຈະຖືກປັບໄໝ
- kitchen vibe - ເດັກຂີ່ລົດບໍ່ເຖິງກະສຽນຈະຖືກປັບໄໝ

​     ສະບາຍດີ ​ເພື່ອນ​ຜູ້​ອ່ານ​ທີ່​ຮັກ​ແພງ, ​ເມື່ອ​ບໍ່​ດົນ​ມາ​ນີ້ ​ໄດ້​ມີ​ເພື່ອນ​ຜູ້​ອ່ານ​ທ່ານ​ໜຶ່ງ​ໄດ້​ສົ່ງ​ຄຳ​ຖາມ​ມາ​ຍັງ​ກອງ​ບັນນາທິການ ໜັງສືພິມ​ລາວ​ພັດທະນາ​ພວກ​ເຮົາວ່າ: ​ເອົາ​ລົດ​ໃຫ້​ໝູ່​ອາຍຸ​ບໍ່​ເຖິງ​ກະສຽນ​ຢືມ​ ​ແລ້ວ​ນຳ​ໄປ​ເກີດ​ອຸປະຕິ​ເຫດ ຜູ້​ຂັບ​ຂີ່​ຈະ​ມີ​ສ່ວນ​ຮັບຜິດຊອບ​ແປງ​ລົດ​ໃຫ້ ຫຼື ບໍ່ ? ຕໍ່​ກັບ​ຄຳ​ຖາມ​ດັ່ງກ່າວ, ທາງ​ນັກ​ຂ່າວ​ໜັງສືພິມລາວ​ພັດທະນາ​ພວກ​ເຮົາ ​ໄດ້​ສອບ​ຖາມ​ໄປ​ຍັງ​ທ່ານ ພັນ​ຕີ ສັງຄົມ ຮອງ​ຫົວໜ້າ​ພະ​ແນ​ກຈະລາຈອນ ນະຄອນຫຼວງ​ວຽງ​ຈັນ ​ເຊິ່ງທ່ານ​ໄດ້​ຕອບ​ວ່າ: ຕໍ່​ບັນຫາ​ທີ່​ໝູ່​ຢືມ​ລົດ​ແລ້ວ​ນຳ​ໄປ​ເກີດ​ອຸປະຕິ​ເຫດ ຜ່ານ​ມາ​ກໍ​ມີ​ຫຼາຍ ​ແລະ ບາງ​ກໍລະນີ​ກໍ​ມີ​ການ​ໃຊ້​ແທນ​ຄ່າ​ເສຍ​ຫາຍ ​ແລະ ບາງ​ກໍລະນີ​ກໍ​ໄດ້​ຕົກລົງ​ໄກ່​ເກ່ຍກັນ ​ໂດຍ​ຜູ້​ທີ່​ເປັນ​ເຈົ້າຂອງ​ລົດ​ກໍ​ມີ​ສ່ວນ​ຮັບຜິດຊອບ​ນຳ​ຜູ້​ທີ່​ຢືມ​ໄປ, ​ແຕ່​ໃນ​ກໍລະນີ​ນີ້ ຜູ້​ຢືມ​ແມ່ນ​ມີ​ຄວາມ​ຜິດ ​ໃນ​ດຳລັດ 188/ນຍ ຄື​ຫ້າມ​ຜູ້​ທີ່​ມີ​ອາຍຸ​ຕໍ່າ​ກວ່າ 15 ປີ ຂັບ​ຂີ່​ລົດຈັກ-ລົດ​ໃຫຍ່​ຕາມ​ເສັ້ນທາງ​ຫຼວງ, ​ເສັ້ນທາງ​ຫຼັກ​ໃນ​ນະຄອນຫຼວງ, ​ເທສະ​ບານ​ແຂວງ ​ແລະ ​ເທສະ​ບານ​ເມືອງ. ຖ້າ​ຫາກ​ລະ​ເມີດ​ຈະ​ຖືກ​ປັບ​ໄໝ 30.000 ກີບ ​ແລະ ຕໍ່​ກໍລະນີ​ເກີດ​ຂຶ້ນດັ່ງກ່າວ​ນັ້ນ ກໍ​ຈະ​ຕ້ອງ​ໄດ້​ຮັບຜິດຊອບ​ໃຊ້​ແທນ​ຄ່າ​ເສຍ​ຫາຍ​ທີ່​ຕົນ​ກໍ່​ຂຶ້ນຢ່າງ​ແນ່ນອນ.

ທ່ານ​ຮອງ​ຫົວໜ້າ​ຈະລາຈອນ ນະຄອນຫຼວງ​ວຽງ​ຈັນ ຍັງ​ຝາກ​ເຖິງ​ຜູ້​ຂັບ​ຂີ່​ວ່າ: ການ​ເອົາ​ລົດ​ໃຫ້​ໝູ່​ຢືມ​ຄວນ​ມີ​ສະຕິ​ວ່າ ບຸກຄົນ​ທີ່​ຢືມ​ໄປ​ນັ້ນ​ແມ່ນ​ບັນລຸ​ນິຕິພາວະ ​ແລະ ຜ່ານ​ການ​ສອບ​ເສັງ​ມີ​ໃບ​ຂັບ​ຂີ່​ຢ່າງ​ຖືກຕ້ອງ ຫຼື ຜ່ານ​ການ​ເຝິກອົບຮົມ​ກົດ​ລະບຽບ​ຈະລາຈອນ​ຢ່າງ​ຄັກ​ແນ່ ​ເນື່ອງ​ຈາກ​ວ່າ​ປັດຈຸບັນ​ສະພາບ​ການລະ​ເມີດ​ກົດ​ລະບຽບ​ຈະລາຈອນ ​ແລະ ສະພາບ​ອຸປະຕິ​ເຫດ​ແມ່ນ​ເກີດ​ຂຶ້ນຫຼາຍ ຄື​ໃນ​ອາທິດ​ຜ່ານ​ມາ ຢູ່​ນະຄອນຫຼວງ​ວຽງ​ຈັນ​ມີ​ອຸປະຕິ​ເຫດ​ເກີດ​ຂຶ້ນ 27 ກໍລະນີ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 2 ຄົນ ​ໂດຍສາ​ເຫດ​ສ່ວນ​ໃຫຍ່​ແມ່ນ​ຂັບ​ຂີ່​ລົດ​ໄວ, ດື່ມ​ສິ່ງ​ມືນ​ເມົາ. ຂະນະ​ດຽວ​ກັນ ​ເຈົ້າໜ້າ​ທີ່​ຍັງ​ກວດ​ພົບ​ຜູ້​ລະ​ເມີດ​ກົດ​ລະບຽບ​ຈະລາຈອນ​ຫຼາຍ​ເຖິງ 423 ຄົນ, ​ໃນ​ນັ້ນ​ເຈົ້າໜ້າ​ທີ່​ໄດ້​ສຶກສາ​ອົບຮົມ 156 ຄົນ, ຂຽນ​​ໃບ​ສັ່ງ​ໃຫ້​ຜູ້​ລະ​ເມີດ 200 ກວ່າ​ກໍລະນີ ​ແລະ ກັກ​ລົດ​ບໍ່​ຖືກ​ລະບຽບ 20 ຄັນ.

- Visit Laos Visit SALANA BOUTIQUE HOTEL - ເດັກຂີ່ລົດບໍ່ເຖິງກະສຽນຈະຖືກປັບໄໝ
- 3 - ເດັກຂີ່ລົດບໍ່ເຖິງກະສຽນຈະຖືກປັບໄໝ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!