ອີຣັກເຕືອນອິດສະລາແອນເລື່ອງ ການສະໜັບສະໜູນເກີດິສຖານ

- maxresdefault 1 - ອີຣັກເຕືອນອິດສະລາແອນເລື່ອງ ການສະໜັບສະໜູນເກີດິສຖານ
- kitchen vibe - ອີຣັກເຕືອນອິດສະລາແອນເລື່ອງ ການສະໜັບສະໜູນເກີດິສຖານ

- jbxblzzl - ອີຣັກເຕືອນອິດສະລາແອນເລື່ອງ ການສະໜັບສະໜູນເກີດິສຖານ

ລັດຖະບານ​ອີຣັກປະກາດ​ຈະ​ບໍ່​ມີ​ທາງ​ຍອມຮັບ “ລັດ​ອິດສະ​ລາ​ແອນ​ແຫ່ງ​ທີ​ສອງ”, ພາຍ​ຫຼັງ​ອິດສະ​ລາ​ແອນ​ເປັນ​ປະ​ເທດ​ດຽວ​ໃນ​ປັດຈຸບັນ ທີ່​ສະໜັບສະໜູນ​ການ​ລົງ​ປະຊາ​ມະຕິ​ແຍກ​ເອກະລາດ​ຂອງ​ເຂດ​ປົກຄອງ​ຕົນ​ເອງ​ເກີ​ດິສຖານ.

- Visit Laos Visit SALANA BOUTIQUE HOTEL - ອີຣັກເຕືອນອິດສະລາແອນເລື່ອງ ການສະໜັບສະໜູນເກີດິສຖານ

ສຳນັກ​ຂ່າວ​ຕ່າງປະ​ເທດລາຍ​ງານ​ຈາກ​ນະຄອນຫຼວງ​ແບກ​ແດດ ປະ​ເທດ​ອີຣັກ ​ໃນ​ວັນ​ທີ 18 ກັນຍາ​ວ່າ: ທ່ານ ນູຣີ ອັດ ມາ​ລິ​ກີ ຮອງ​ປະທານາທິບໍດີ​ອີຣັກ ກ່າວ​ພາຍຫລັງ​ພົບ​ປະ​ຫາລື​ກັບ​ທ່ານ ດັກ​ລາສ ຊິ​ລລິ​ແມນ ​ເອກ​ອັກຄະ​ລັດຖະທູດ​ອາ​ເມ​ລິ​ກາ ຢູ່​ທຳນຽບລັດຖະບານ​ໃນ​ນະຄອນຫຼວງ​ແບກ​ແດດ ​ວັນ​ທີ 17 ກັນຍາ​ວ່າ: ອີຣັກບໍ່​ມີ​ທາງ​ອະນຸຍາດ​ໃຫ້​ເກີດ​ການ​ສະຖາປະນາ​ຂອງ “ລັດ​ອິດ​ສະ​ລາ​ແອນ​ແຫ່ງ​ທີ​ສອງ” ​ໃນ​ພາກ​ເໜືອ​ຂອງ​ປະ​ເທດ ​ເຊິ່ງໝາຍ​ເຖິງ​ການ​ລົງ​ປະຊາ​ມະຕິ​ແຍກ​ເອກະລາດ​ຂອງ​ເຂດ​ປົກຄອງ​ຕົນ​ເອງ​ເກີ​ດິສຖານ ທີ່​ຈະ​ມີ​ຂຶ້ນ​ໃນ​ວັນ​ທີ 25 ກັນຍາ​ນີ້. ຂະນະ​ດຽວ​ກັນ, ການ​ລົງ​ປະຊາ​ມະຕິ​ຂອງ​ຊາວ​ເຄີ​ດຈະ​ຕາມ​ມາ​ເຊິ່ງຜົນ​ກະທົບ​ທີ່​ອັນຕະລາຍ​ຕໍ່​ຄວາມ​ໝັ້ນຄົງ, ອະທິປະ​ໄຕ ​ແລະ ຄວາມ​ເປັນ​ເອກະລາດ​ຂອງ​ອີຣັກ, ພ້ອມ​ທັງ​ຮຽກຮ້ອງ​ໃຫ້​ລັດຖະບານ​ເຄີ​ດ​ເຂົ້າຮ່ວມ​ການ​ເຈລະຈາ​ກັບ​ລັດຖະບານ​ກາງ​ໃນ​ນະຄອນຫຼວງ​ແບກ​ແດດ.

- 4 - ອີຣັກເຕືອນອິດສະລາແອນເລື່ອງ ການສະໜັບສະໜູນເກີດິສຖານ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!