ຜູ້ນຳອິນເດຍເປີດໃຊ້ ເຂື່ອນຊາດາຊາໂຣວາ




ນາຍົກລັດຖະມົນຕີ ນາເຣນທາ ໂມດີ ຂອງອິນເດຍ ເປັນປະທານໃນພິທີເປີດໃຊ້ເຂື່ອນຂະໜາດໃຫຍ່ທີ່ສຸດຂອງປະເທດ ໃນວັນທີ 17 ກັນຍານີ້ ໂດຍບໍ່ສົນສຽງເຕືອນຈາກກຸ່ມອະນຸລັກສິ່ງແວດລ້ອມວ່າ: ປະຊາຊົນຫຼາຍແສນຄົນຈະສູນເສຍການດຳລົງຊີບ.
ສຳນັກຂ່າວຣອຍເຕີລາຍງານຈາກນະຄອນຫຼວງນິວເດລີ ປະເທດອິນເດຍ ໃນວັນທີ 17 ກັນຍາວ່າ: ເຂື່ອນຊາດາຊາໂຣວາ ແມ່ນ້ຳນາມະທາ ໃນລັດກຸຊະຣາດ ທາງພາກຕາເວັນຕົກສຸດຕອນກາງຂອງອິນເດຍ ເຊິ່ງຈະໃຫ້ພະລັງງານ ແລະ ນ້ຳແກ່ 3 ລັດຂະໜາດໃຫຍ່. ຖືເປັນຂອງຂວັນທີ່ອຸທິດໃຫ້ປະຊາຊົນອິນເດຍຈາກທ່ານ ໂມດີ.


ໂຄງການນີ້ເຕັມໄປດ້ວຍບັນຫາ ນັບແຕ່ວາງສີລາລືກ ໂດຍນາຍົກລັດຖະມົນຕີ ຍາວາຮາຣາລ ເນຣູ ໃນປີ 1961. ການກໍ່ສ້າງໂຄງການເລີ່ມໃນປີ 1987 ເຂື່ອນນີ້ຖືເປັນເຂ່ືອນຂະໜາດໃຫຍ່ທີ່ສຸດເປັນອັນດັບ 2 ຂອງໂລກ, ຮອງຈາກເຂື່ອນແກຣນ ຄູລີ ຢູ່ອາເມລິກາ.
ກ່ອນພິທີເປີດ, ທ່ານ ໂມດີ ສະແດງຂໍ້ຄວາມວ່າ: ໂຄງການນີ້ຈະສ້າງຜົນປະໂຫຍດແກ່ປະຊາຊົນຫຼາຍແສນຄົນ ແລະ ເຮັດໃຫ້ຄວາມປາຖະໜາຂອງປະຊາຊົນບັນລຸຜົນ.