ອິນເດຍ-ປາກິດສະຖານ ເລັ່ງອົບພະຍົບປະຊາຊົນຫລາຍກວ່າ 1 ແສນຄົນ ໜີຈາກພາຍຸໄຊໂຄນ ເສຍຊີວິດແລ້ວ 5 ຄົນ
June 15, 2023 - 10:53 AM


ສຳນັກຂ່າວຕ່າງປະເທດລາຍງານ: ວັນທີ 14 ມິຖຸນາ 2023 ຜ່ານມາ, ປະຊາຊົນຫລາຍກວ່າ 100,000 ຄົນໃນປະເທດອິນເດຍ ແລະ ປາກິດສະຖານ ຖືກອົບພະຍົບອອກຈາກເສັ້ນທາງພາຍຸໄຊໂຄນ ບີປໍຈອຍ ເຊິ່ງເປັນພາຍຸໝູນຮຸນແຮງທີ່ຄາດວ່າຈະເຄື່ອນຂຶ້ນຝັ່ງອິນເດຍ ແລະ ອາດຈະສ້າງຄວາມເສຍຫາຍຢ່າງໜັກຕໍ່ອາຄານບ້ານເຮືອນ.
ກົມອຸຕຸນິຍົມວິທະຍາຂອງອິນເດຍລະບຸວ່າ: ພາຍຸ ບີປໍຈອຍ ມີຄວາມໄວລົມ 125-135 ກມ/ຊມ ແລະ ຄວາມໄວລົມພັດແຮງສູງສຸດເຖິງ 150 ກມ/ຊມ.
ທັງນີ້ ຄາດວ່າພາຍຸຈະເຮັດໃຫ້ເກີດລົມແຮງ ຄື່ນພາຍຸໝູນຂຶ້ນຝັ່ງ ແລະ ເກີດຝົນຕົກໜັກມີຄວາມຍາວ 325 ກມ ລະຫວ່າງ ເມືອງມັນທະວີ ຂອງອິນເດຍ ໄປເຖິງ ນະຄອນ ກາຣາຈີ ຂອງປາກິດສະຖານ. ເຊິ່ງອິດທິພົນຂອງພາຍຸ ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 5 ຄົນໃນອິນເດຍ.