ເຮືອຜູ້ອົບພະຍົບຂວໍ້າຢູ່ປະເທດເກຣັກ ເສຍຊີວິດແລ້ວຢ່າງໜ້ອຍ 79 ຄົນ ສູນຫາຍອີກ 100 ກວ່າຄົນ

ເຮືອຜູ້ອົບພະຍົບຂວໍ້າຢູ່ປະເທດເກຣັກ ເສຍຊີວິດແລ້ວຢ່າງໜ້ອຍ 79 ຄົນ ສູນຫາຍອີກ 100 ກວ່າຄົນ - Untitled 5 - ເຮືອຜູ້ອົບພະຍົບຂວໍ້າຢູ່ປະເທດເກຣັກ ເສຍຊີວິດແລ້ວຢ່າງໜ້ອຍ 79 ຄົນ ສູນຫາຍອີກ 100 ກວ່າຄົນ
ເຮືອຜູ້ອົບພະຍົບຂວໍ້າຢູ່ປະເທດເກຣັກ ເສຍຊີວິດແລ້ວຢ່າງໜ້ອຍ 79 ຄົນ ສູນຫາຍອີກ 100 ກວ່າຄົນ - kitchen vibe - ເຮືອຜູ້ອົບພະຍົບຂວໍ້າຢູ່ປະເທດເກຣັກ ເສຍຊີວິດແລ້ວຢ່າງໜ້ອຍ 79 ຄົນ ສູນຫາຍອີກ 100 ກວ່າຄົນ

ເຊົ້າວັນທີ 14 ມິຖຸນາ ຕາມເວລາທ້ອງຖິ່ນ, ເກີດເຫດເຮືອຜູ້ອົບພະຍົບຂວໍ້ານອກຊາຍຝັ່ງເກຣັກ ສົ່ງຜົນໃຫ້ມີຜູ້ຈົມນໍ້າເສຍຊີວິດຢ່າງໜ້ອຍ 79 ຄົນ ແລະ ຍັງມີຜູ້ສູນຫາຍອີກ 100 ກວ່າຄົນ .

ເຈົ້າໜ້າທີ່ໄດ້ສົ່ງທີມກູ້ໄພເພື່ອປະຕິບັດການຊ່ວຍເຫລືອ ແລະ ຄົ້ນຫາຜູ້ລອດຊີວິດ ໂດຍອົງການການກຸສົນທີ່ສະໜັບສະໜູນການກູ້ໄພກ່າວວ່າ: ເຮືອລໍາດັ່ງກ່າວຄາດວ່າບັນທຸກຜູ້ອົບພະຍົບເຖິງ 750 ຄົນ. ຂະນະທີ່ລໍາເຮືອມີຄວາມຍາວພຽງ 20-30 ແມັດເທົ່ານັ້ນ. ຂະນະທີ່ໜ່ວຍງານຜູ້ອົບພະຍົບຂອງອົງການສະຫະປະຊາຊາດ (UN) ຄາດຄະເນວ່າ: ມີຜູ້ຢູ່ໃນເຮືອປະມານ 400 ຄົນ, ສ່ວນທາງການເກຣັກປະຕິເສດຈະຄາດຄະເນກ່ຽວກັບຈໍານວນຜູ້ໂດຍສານທັງໝົດ.

ເຮືອຜູ້ອົບພະຍົບຂວໍ້າຢູ່ປະເທດເກຣັກ ເສຍຊີວິດແລ້ວຢ່າງໜ້ອຍ 79 ຄົນ ສູນຫາຍອີກ 100 ກວ່າຄົນ - Visit Laos Visit SALANA BOUTIQUE HOTEL - ເຮືອຜູ້ອົບພະຍົບຂວໍ້າຢູ່ປະເທດເກຣັກ ເສຍຊີວິດແລ້ວຢ່າງໜ້ອຍ 79 ຄົນ ສູນຫາຍອີກ 100 ກວ່າຄົນ

ປັດຈຸບັນເຈົ້າໜ້າທີ່ສາມາດຊ່ວຍເຫລືອຜູ້ອົບພະຍົບໄດ້ແລ້ວ 104 ຄົນ. ສ່ວນລາຍງານຂອງສື່ລະບຸວ່າ: ເຮືອລໍາດັ່ງກ່າວເດີນທາງອອກຈາກລີເບຍ.ຂະນະທີ່ເຈົ້າໜ້າທີ່ຄົນໜຶ່ງເຊິ່ງບໍ່ເປີດເຜີຍຊື່ກ່າວວ່າ: ຜູ້ອົບພະຍົບສ່ວນຫລາຍມາຈາກອີຢິບ, ຊີເຣຍ ແລະ ປາກິດສະຖານ ໂດຍຈຸດທີ່ເຮືອຂວໍ້ານັ້ນຢູ່ຫ່າງຈາກເມືອງໄພລອສ (Pylos) ຂອງເກຣັກປະມານ 80 ກິໂລແມັດ.

ອ້າງອີງ:

https://www.reuters.com/…/seventeen-drown-100-rescued…/

https://www.bbc.com/news/world-europe-65901005

ເຮືອຜູ້ອົບພະຍົບຂວໍ້າຢູ່ປະເທດເກຣັກ ເສຍຊີວິດແລ້ວຢ່າງໜ້ອຍ 79 ຄົນ ສູນຫາຍອີກ 100 ກວ່າຄົນ - 4 - ເຮືອຜູ້ອົບພະຍົບຂວໍ້າຢູ່ປະເທດເກຣັກ ເສຍຊີວິດແລ້ວຢ່າງໜ້ອຍ 79 ຄົນ ສູນຫາຍອີກ 100 ກວ່າຄົນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!