ເກີດເຫດເຮືອຂວໍ້າຢູ່ໄນຈີເຣຍ ມີຜູ້ເສຍຊີວິດແລ້ວ 100 ກວ່າຄົນ

ເກີດເຫດເຮືອຂວໍ້າຢູ່ໄນຈີເຣຍ ມີຜູ້ເສຍຊີວິດແລ້ວ 100 ກວ່າຄົນ - boat accident 2 - ເກີດເຫດເຮືອຂວໍ້າຢູ່ໄນຈີເຣຍ ມີຜູ້ເສຍຊີວິດແລ້ວ 100 ກວ່າຄົນ
ເກີດເຫດເຮືອຂວໍ້າຢູ່ໄນຈີເຣຍ ມີຜູ້ເສຍຊີວິດແລ້ວ 100 ກວ່າຄົນ - kitchen vibe - ເກີດເຫດເຮືອຂວໍ້າຢູ່ໄນຈີເຣຍ ມີຜູ້ເສຍຊີວິດແລ້ວ 100 ກວ່າຄົນ

ເຈົ້າໜ້າທີ່ໄນຈີເຣຍເປີດເຜີຍໃນວັນທີ 13 ມິຖຸນາວ່າ: ເກີດເຫດເຮືອລໍາໜຶ່ງ ເຊິ່ງບັນທຸກຜູ້ໂດຍສານເກີນຂະໜາດຂວໍ້າຢູ່ທາງຕອນເໜືອຂອງປະເທດ ສົ່ງຜົນໃຫ້ມີຜູ້ເສຍຊີວິດແລ້ວ 103 ຄົນ ຂະນະທີ່ມີຜູ້ສູນຫາຍອີກຈໍານວນໜຶ່ງ.

ຜູ້ເຫັນເຫດການເລົ່າວ່າ: ເຮືອໄມ້ລໍາດັ່ງກ່າວຢູ່ລະຫວ່າງພາຜູ້ໂດຍສານເດີນທາງຂ້າມແມ່ນໍ້າໄນເຈີໄປສູ່ລັດຄວາຣາ ຫລັງຈາກເດີນທາງໄປຮ່ວມພິທີແຕ່ງດອງໃນລັດໄນເຈີທີ່ຢູ່ໃກ້ຄຽງ ໂດຍເຫດການດັ່ງກ່າວເກີດຂຶ້ນໃນຕອນຄໍ່າຂອງວັນທີ 12 ມິຖຸນາ ຕາມເວລາທ້ອງຖິ່ນ.

ເກີດເຫດເຮືອຂວໍ້າຢູ່ໄນຈີເຣຍ ມີຜູ້ເສຍຊີວິດແລ້ວ 100 ກວ່າຄົນ - Visit Laos Visit SALANA BOUTIQUE HOTEL - ເກີດເຫດເຮືອຂວໍ້າຢູ່ໄນຈີເຣຍ ມີຜູ້ເສຍຊີວິດແລ້ວ 100 ກວ່າຄົນ

ປັດຈຸບັນ ຍັງບໍ່ຮູ້ແນ່ນອນວ່າຈໍານວນຜູ້ໂດຍສານໃນເຮືອມີທັງໝົດຈັກຄົນ, ແຕ່ລັດຖະບານຂອງຄວາຣາເປີດເຜີຍວ່າ: ຜູ້ໂດຍສານຢູ່ໃນເຮືອນັ້ນມາຈາກ 5 ບ້ານ ໂດຍຕອນນີ້ເຈົ້າໜ້າທີ່ກໍາລັງເລັ່ງຊ່ວຍເຫລືອເພື່ອຫວັງພົບຜູ້ລອດຊີວິດ, ແຕ່ຄາດວ່າຈໍານວນຜູ້ເສຍຊີວິດອາດເພີ່ມຂຶ້ນອີກ ໂດຍເຈົ້າໜ້າທີ່ລະບຸວ່າ: ຜູ້ໂດຍສານສ່ວນຫລາຍບໍ່ໃສ່ເສື້ອຊູຊີບ ຫລື ອຸປະກອນປ້ອງກັນໃດໆເວລາເກີດເຫດ.

ອ້າງອີງ:

https://www.reuters.com/…/nigeria-boat-accident-kills…/

https://www.aljazeera.com/…/in-nigeria-boat-capsize-on…

ເກີດເຫດເຮືອຂວໍ້າຢູ່ໄນຈີເຣຍ ມີຜູ້ເສຍຊີວິດແລ້ວ 100 ກວ່າຄົນ - 3 - ເກີດເຫດເຮືອຂວໍ້າຢູ່ໄນຈີເຣຍ ມີຜູ້ເສຍຊີວິດແລ້ວ 100 ກວ່າຄົນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!