ກາຕາຕົກລົງຊື້ເຮືອບິນຮົບ ໄຕ້ຝຸ່ນຂອງອັງກິດ 24 ລຳ

- DJ6zLWIXoAA4a y - ກາຕາຕົກລົງຊື້ເຮືອບິນຮົບ ໄຕ້ຝຸ່ນຂອງອັງກິດ 24 ລຳ
- kitchen vibe - ກາຕາຕົກລົງຊື້ເຮືອບິນຮົບ ໄຕ້ຝຸ່ນຂອງອັງກິດ 24 ລຳ

- qatar typ 1505684540 - ກາຕາຕົກລົງຊື້ເຮືອບິນຮົບ ໄຕ້ຝຸ່ນຂອງອັງກິດ 24 ລຳ

ລັດຖະບານ​ກາ​ຕາ​ເຊັນ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ຊື້​ເຮືອບິນ​ຮົບ “ຢູ​ໂຣ​ໄຟ​ເຕີ ​ໄຕ້​ຝຸ່ນ” ຈຳນວນ 24 ລຳ ຈາກ​ອັງກິດ. ຖື​ເປັນ​ການ​ສັ່ງ​ຊື້ອາວຸດ​ຄັ້ງ​ໃຫຍ່​ເປັນຄັ້ງທີ 2 ຂອງ​ໂດ​ຮາ, ຂະນະ​ທີ່​ກຳລັງ​ເກີດ​ຄວາມ​ຂັດ​ແຍ່ງ​ທາງ​ການ​ທູດ​ຍືດ​ເຍື້ອກັບ​ກຸ່ມ​ປະ​ເທດ​ໃກ້​ຄຽງ.

- Visit Laos Visit SALANA BOUTIQUE HOTEL - ກາຕາຕົກລົງຊື້ເຮືອບິນຮົບ ໄຕ້ຝຸ່ນຂອງອັງກິດ 24 ລຳ

ສຳນັກ​ຂ່າວ AFP ລາຍ​ງານ​ຈາກ​ນະຄອນຫຼວງ​ໂດ​ຮາ ປະ​ເທດ​ກາ​ຕາ ​ໃນ​ວັນ​ທີ 17 ກັນຍາ​ວ່າ: ທ່ານ ກາ​ຫຼິດ ບິນ ​ໂມ​ຮຳ​ເໝັດ ອັນ​ອັດ​ຕິ​ຍາ ​ແລະ ທ່ານ ​ໄມ​ເຄິລ ຟັລລອນ ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ຂອງ​ກາ​ຕາ ​ແລະ ອັງກິດ ລົງ​ນາມ​ໃນ “ຖະ​ແຫຼ​ງການສະ​ແດງ​ເຈດ​ຈຳນົງ” ສຳລັບ​ອັງກິດ​ທີ່​ຈະ​ຂາຍ​ເຮືອບິນ​ຮົບ​ໄຕ້​ຝຸ່ນ ຢູ່​ນະຄອນຫຼວງ​ໂດ​ຮາ ​ໃນ​ວັນ​ທີ 17 ກັນຍາ, ​ແຕ່​ບໍ່​ມີ​ການ​ລະບຸ​ມູນ​ຄ່າ​ການ​ຊື້ຂາຍ.

- wrup6juz - ກາຕາຕົກລົງຊື້ເຮືອບິນຮົບ ໄຕ້ຝຸ່ນຂອງອັງກິດ 24 ລຳ

ທ່ານ ຟັລລອນ ກ່າວ​ພາຍ​ຫຼັງ​ການ​ລົງ​ນາມ​ວ່າ: ນີ້​ເປັນ​ສັນຍາ​ດ້ານ​ປ້ອງ​ກັນ​ປະ​ເທດ​​ໃຫຍ່​ຄັ້ງທຳ​ອິດ​ກັບກາ​ຕາ, ໜຶ່ງ​ໃນ​ຫຸ້ນ​ສ່ວນ​ທາງ​ຍຸດ​ທະ​ສາດ​ສຳຄັນ​ຂອງ​ສະຫະ​ລາຊະ​ອານາຈັກ. ຂໍ້​ຕົກລົງ​ຈະ​ເປັນ​ພື້ນຖານ​ສຳລັບ​ການ​ຮັດ​ແໜ້ນ​ການ​ຮ່ວມ​ມື​ດ້ານ​ການ​ທະຫານ​ລະຫວ່າງ​ສອງ​ປະ​ເທດ.

​ເດືອນ​ມິຖຸນາ​ປີ​ນີ້, ທາງ​ການ​ອາ​ເມ​ລິ​ກາ​ປະກາດ​ວ່າ: ກາ​ຕາ​ຕົກລົງ​ຊື້​ເຮືອບິນ​ຮົບ ​F-15 ຈາກ​ອາ​ເມ​ລິ​ກາ ​ໃນ​ມູນ​ຄ່າ 12.000 ລ້ານ​ໂດ​ລາ​ສະຫະລັດ ​ແລະ ​ໃນ​ປີ 2016 ກາ​ຕາ​ຕົກລົງ​ຊື້​ເຮືອບິນ​ຮົບຣາຟາ​ລຂອງຝຣັ່ງ ຈຳນວນ 24 ລຳ ມູນ​ຄ່າ 6.700 ລ້ານ​ເອີ​ໂຣ.

- 3 - ກາຕາຕົກລົງຊື້ເຮືອບິນຮົບ ໄຕ້ຝຸ່ນຂອງອັງກິດ 24 ລຳ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!