GM ຈະຮຽກຄືນລົດ 2,5 ລ້ານຄັນ ຢູ່ຈີນຈາກບັນຫາຖົງລົມທາກາຕະ


ທາງການຈີນເປີດເຜີຍວ່າ: ເຈນເນີຣັລ ມໍເຕີ (GM) ແລະ ບໍລິສັດຮ່ວມທຶນທ້ອງຖິ່ນ ຈະຮຽກຄືນລົດຢູ່ຈີນຫຼາຍກວ່າ 2,5 ລ້ານຄັນ ເພື່ອປ່ຽນລະບົບຖົງລົມນິລະໄພທີ່ອາດເຮັດວຽກບົກຜ່ອງ.
ສຳນັກງານຄວບຄຸມຄຸນນະພາບ ແລະ ກວດສອບກັກກັນຂອງຈີນ ລະບຸວ່າ: ຈີເອັມ ແລະ ຊຽງໄຮ້ຈີເອັມ ຈະເລີ່ມດຳເນີນການຮຽກຄືນລົດຍົນທີ່ມີການຕິດຕັ້ງຖົງລົມນິລະໄພທາກາຕະຂອງຍີ່ປຸ່ນນັບແຕ່ຕົ້ນເດືອນໜ້າເປັນຕົ້ນໄປ ໂດຍລົດທີ່ຈະຕ້ອງເຂົ້າມາຮັບບໍລິການປ່ຽນລະບົບຖົງລົມນິລະໄພໂດຍບໍ່ມີຄ່າໃຊ້ຈ່າຍ ຈະມີທັງລົດຍີ່ຫໍ້ເຊຟໂຣເລດ ແລະ ຍີ່ຫໍ້ບິວອິກ.
ບໍລິສັດ ທາກາຕະ ຜູ້ຜະລິດຖົງລົມນິລະໄພຍັກໃຫຍ່ຂອງຍີ່ປຸ່ນ ໄດ້ມີການຮຽກຄືນຖົງລົມນິລະໄພທີ່ຜະລິດໃຫ້ແກ່ຄ້າຍລົດຕ່າງໆແລ້ວປະມານ 100 ອັນ ເນື່ອງຈາກພົບຄວາມສ່ຽງທີ່ລະບົບອາດຈະເຮັດວຽກຜິດປົກກະຕິ ແລະ ຖົງລົມລະເບີດຂະນະເຮັດວຽກ ເປັນອັນຕະລາຍແກ່ຊີວິດ. ຫຼ້າສຸດມີລາຍງານຜູ້ເສຍຊີວິດທົ່ວໂລກແລ້ວ 16 ຄົນ ແລະ ບາດເຈັບອີກຈຳນວນຫຼາຍຈາກຄວາມບົກຜ່ອງໃນການເຮັດວຽກຂອງລະບົບຖົງລົມນິລະໄພ.
ຢູ່ຈີນມີການຮຽກຄືນລົດຍົນແລ້ວຫຼາຍກວ່າ 20 ລ້ານຄັນ ຈາກຜູ້ຜະລິດ 37 ລາຍ, ໃນຈຳນວນນີ້ເປັນຄ້າຍລົດ 24 ແຫ່ງທີ່ຮຽກຄືນລົດ 10,59 ລ້ານຄັນ ກ່ອນເດືອນມິຖຸນາຜ່ານມາ. ໃນອາທິດຜ່ານມາ, ໂຟກສວາເກນ ແລະ ບໍລິສັດຮ່ວມທຶນທ້ອງຖິ່ນ ຫາກໍປະກາດຈະຮຽກຄືນລົດ 4,86 ລ້ານຄັນ ຢູ່ຈີນຈາກບັນຫາເລື່ອງຖົງລົມນິລະໄພເຊັ່ນດຽວກັນ.