ກະຊວງຍຸຕິທໍາ ແຫ່ງ ສປປ ລາວ ແລະ ສ.ກູບາ ເສີມສ້າງສາຍພົວພັນແລກປ່ຽນບົດຮຽນທາງດ້ານກົດໝາຍ


ກອງປະຊຸມພົບປະສອງຝ່າຍລະຫວ່າງຄະນະຜູ້ແທນກະຊວງຍຸຕິທໍາ ນໍາໂດຍທ່ານ ໄພວີ ສີບົວລິພາ ລັດຖະມົນຕີກະຊວງຍຸຕິທໍາ ແລະ ຄະນະຜູ້ແທນກະຊວງຍຸຕິທໍາ ແຫ່ງ ສ.ກູບາ ນໍາໂດຍ ທ່ານ ອົສກາ ມານູແອນ ຊິນເວຣາ ມາຕິເນັດ ລັດຖະມົນຕີກະຊວງຍຸຕິທຳ ສ.ກູບາ ໄດ້ມີຂຶ້ນວັນທີ 11 ມິຖຸນາ 2023 ທີ່ນະຄອນຫລວງວຽງຈັນ, ເນື່ອງໃນໂອກາດທີ່ຄະນະຜູ້ແທນດັ່ງກ່າວເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.
ການພົບປະຄັ້ງນີ້, ທ່ານ ລັດຖະມົນຕີກະຊວງຍຸຕິທໍາ ໄດ້ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຂອງຄະນະຜູ້ແທນກະຊວງຍຸຕິທໍາ ສ.ກູບາ ເຊິ່ງເປັນຢ້ຽມຢາມລາວຄັ້ງທໍາອິດຂອງລັດຖະມົນຕີ ສ.ກູບາ ແລະ ເວົ້າໄດ້ວ່າເປັນການຢ້ຽມຢາມທີ່ມີຄວາມສໍາຄັນຢ່າງຍິ່ງທີ່ສອງກະຊວງຍຸຕິທໍາລາວ-ສ.ກູບາ ໄດ້ພົບປະ ແລະ ເຮັດວຽກຮ່ວມກັນ ພ້ອມນັ້ນທັງສອງຝ່າຍກໍໄດ້ຜັດປ່ຽນກັນລາຍງານກ່ຽວກັບການ, ເຄື່ອນໄຫວພາລະບົດບາດ ແລະ ການຈັດຕັ້ງປະຕິບັດວຽກ ງານຍຸຕິທໍາໃຫ້ແກ່ກັນຊາບ. ພ້ອມນັ້ນໄດ້ປຶກສາຫາລືການພັດທະນາກ່ຽວກັບການເຂົ້າເຖິງຄວາມຮູ້ທາງດ້ານກົດໝາຍ ເຊິ່ງກະຊວງຍຸຕິທຳ ສ.ກູບາ ມີຄວາມສົນໃຈແລກປ່ຽນບົດຮຽນໃນຂົງເຂດນີ້ຮ່ວມກັບກະຊວງຍຸຕິທຳ ແຫ່ງ ສປປ ລາວ ເພື່ອເພີ່ມທະວີການຮ່ວມມືເຊິ່ງກັນ ແລະ ກັນ ແນໃສ່ເປັນການຮັດແໜ້ນຄວາມສາມັກຄີ, ແລກປ່ຽນບົດຮຽນທາງດ້ານວິຊາການກົດໝາຍໃນຂອບເຂດທົ່ວປະ ເທດ.
ພ້ອມນີ້, ທັງສອງຝ່າຍກໍໄດ້ລົງນາມເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອເສີມສ້າງສາຍພົວພັນ ແລະ ແລກປ່ຽນບົດຮຽນທາງດ້ານກົດໝາຍ ແລະ ຍຸຕິທຳ ຮ່ວມກັນໃນຕໍ່ໜ້າເປັນຕົ້ນ ແລກປ່ຽນການຢ້ຽມຢາມຄະນະນໍາຂັ້ນສູງ ແລະ ວິຊາການກະຊວງຍຸຕິທຳ ແລະ ກະຊວງຍຸຕິທຳແຫ່ງ ສ.ກູບາ ຕາມຄວາມເໝາະສົມເປັນແຕ່ລະໄລຍະ, ການແລກປ່ຽນປະສົບການລະຫວ່າງຜູ້ຊຽວຊານຂອງຄູ່ພາຄີໃນຂົງເຂດການສ້າງກົດໝາຍ, ການໃຫ້ຄໍາປຶກສາທາງດ້ານກົດໝາຍ ແລະ ການປະຕິບັດອື່ນທາງດ້ານກົດໝາຍ ການແລກປ່ຽນຜູ້ຊ່ຽວຊານ ເພື່ອສ້າງຄວາມເຂົ້າໃຈກ່ຽວກັບອົງການຈັດຕັ້ງ ແລະ ວຽກງານຂອງຂະແໜງກົດໝາຍ, ຈັດຕັ້ງ ແລະ ດຳເນີນກອງປະຊຸມສໍາມະນາ, ກອງປະຊຸມການເຝິກປະຕິບັດໃນຫ້ອງຮຽນ ແລະ ກິດຈະກຳອື່ນທີ່ຄ້າຍຄືກັນ ບົນພື້ນຖານຫລັກການຕ່າງຝ່າຍຕ່າງມີຜົນປະໂຫຍດ ເພື່ອປັບປຸງການສຶກສາວິຊາຊີບ ແລະ ເຝິກອົບຮົມໃຫ້ແກ່ພະນັກງານໃນຂະແໜງກົດໝາຍ ແລະ ຜູ້ຊ່ຽວຊານດ້ານອື່ນ ການຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃຫ້ແກ່ສະຖານການສຶກສາຂອງຄູ່ພາຄີ ເພື່ອສ້າງ ແລະ ດໍາເນີນການສິດສອນຫລັກສູດກົດໝາຍສາກົນກະກຽມ ແລະ ຈັດຕັ້ງປະຕິບັດໂຄງການຝຶກອົບຮົມຂອງລັດຂອງຄູ່ພາຄີ, ແລກປ່ຽນປະສົບການທາງດ້ານຄອມພິວເຕີຂອງຂະແໜງກົດໝາຍ ແລະ ຂົງເຂດອື່ນທີ່ກ່ຽວຂ້ອງ, ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບນິຕິກໍາ ແລະ ການນໍາໃຊ້ກົດໝາຍ, ປື້ມພົດຈະນານຸກົດໝາຍ ແລະ ສິ່ງພິມອື່ນກ່ຽວກັບກົດໝາຍ, ແລກປ່ຽນຂໍ້ມູນກ່ຽວກັບການດຳເນີນວຽກງານທະບຽນສານ ແລະ ການຈົດທະບຽນຂອງລັດຂອງສອງລັດ ແລະ ແລກປ່ຽນປະສົບການກ່ຽວກັບການນຳໃຊ້ເຕັກໂນໂລຊີໃໝ່ໃນຂະແໜງທີ່ໃຫ້ບໍລິການແກ່ປະຊາຊົນ.
ຂໍ້ມູນ: Vientiane Mai