ຄວນກຳຈັດຮື້ຖອນອອກແຕ່ຫົວທີ ກ່ອນຈະມີນ້ຳຖ້ວມອັ່ງຂັງໃນຕົວເມືອງ


ໂດຍ: ຜາຕຸງ
ໄລຍະນີ້ເລີ່ມກ້າວເຂົ້າສູ່ຍາມຝົນແລ້ວ ເມື່ອຝົນຕົກລົງມາກໍຈະມັກມີນ້ຳຄ້າງນ້ຳຂັງຢູ່ຖະໜົນຫົນທາງຫລາຍຈຸດໃນຕົວເມືອງນະຄອນຫລວງວຽງຈັນ ນ້ຳລະບາຍບໍ່ທັນ ອາດເປັນຍ້ອນມີຂີ້ເຫຍື້ອ ຫລື ສິ່ງເສດເຫຼືອອື່ນຈາກຄົວເຮືອນອັດຕັນຮ່ອງລະບາຍນ້ຳ, ເຮັດໃຫ້ການສັນຈອນໄປມາພົບຄວາມຫຍຸ້ງຍາກສົມຄວນ ຫລື ບາງບ້ານກໍຖ້ວມຂັງໜັກເຖິງຂັ້ນຖ້ວມເຮືອນຊານກໍມີ ສ້າງຄວາມເສຍຫາຍຕໍ່ຊັບສິນຫລາຍຢ່າງຢ່າງຫລວງຫລາຍ.
ລະດູຝົນຈະເຮັດໃຫ້ຕົ້ນໄມ້ໃບຫຍ້ານາໆພັນຈະເລີນເຕີບໂຕຢ່າງໄວ ໂດຍສະເພາະແມ່ນຜັກຕົບໃນຮ່ອງລະບາຍນ້ຳຮ່ອງແຊງສັງເກດເຫັນວ່າຜັກຕົບເລີ່ມເຕີບໃຫຍ່ຂະຫຍາຍຕົວເຕັມຮ່ອງຫລາຍຈຸດ ຊຶ່ງຮ່ອງນ້ຳດັ່ງກ່າວນີ້ເປັນຮ່ອງລະບາຍນ້ຳສຳຄັນທີ່ຮອງຮັບການລະບາຍນ້ຳຈາກຫລາຍເມືອງໃນນະຄອນຫລວງວຽງຈັນ ເຊັ່ນ: ເມືອງສີໂຄດຕະບອງ, ເມືອງຈັນທະບູລີ ແລະ ເມືອງໄຊເຊດຖາ ລົງສູ່ອ່າງນ້ຳບຶງທາດຫຼວງ………….ເພື່ອປ້ອງກັນນ້ຳຖ້ວມຂັງເວລາຝົນຕົກໜັກ, ພາກສ່ວນກ່ຽວຂ້ອງຄວນເລັ່ງມືກຳຈັດຜັກຕົບ ແລະ ວັດຊະພືດຫຼາຍຊະນິດອອກຈາກຮ່ອງນ້ຳຄອງບຶງຕ່າງໆໃນຕົວເມືອງ ຕັ້ງແຕ່ຫົວທີ ບໍ່ໃຫ້ກາຍເປັນສິ່ງກີດຂວາງທາງນ້ຳໄຫຼ ຫລື ເຮັດໃຫ້ນ້ຳໄຫຼຊ້າໄຫຼບໍ່ສະດວກ ອັນເປັນສາເຫດຫລັກທີ່ເຮັດໃຫ້ມີນ້ຳຖ້ວມຂັງຫຼາຍບ່ອນໃນແຕ່ລະປີທີ່ຜານມາ.
ຜ່ານມາເຫັນໄດ້ວ່າກໍມີຫຼາຍໆພາກສ່ວນ ເປັນຕົ້ນອົງການປົກຄອງບ້ານ, ເມືອງ, ອົງການຈັດຕັ້ງມະຫາຊົນ ຊາວໜຸ່ມ, ແມ່ຍິງ, ກຳມະບານ, ອົງການຈັດຕັ້ງທາງສັງຄົມໃຫ້ຄວາມສຳຄັນຫຼາຍກ່ຽວກັບບັນຫານີ້, ພາກສ່ວນກໍຈະຮ່ວມແຮງຮ່ວມໃຈສາມັກຄີກັນອອກແຮງງານອະນາໄມລວງຮ່ອງນ້ຳຕ່າງໆ, ຮື້ຖອນ ແລະ ເກັບມ້ຽນວັດສະພືດອອກໄປເປັນແຕ່ລະອາທິດຕາມທີ່ເຮົາເຄີຍເອີ້ນວ່າ: ອອກແຮງງານວັນເສົາແດງ.
ປີນີ້ກໍເຊັ່ນດຽວກັນວັດສະພືດໄດ້ເຕີບໃຫຍ່ຂະຫຍາຍຕົວເຕັມຫ້ວຍຮ່ອງໃນຕົວເມືອງແລ້ວ, ແຕ່ຍັງບໍ່ທັນເຫັນພວກສ່ວນໃດ ຫຼື ອົງການຈັດຕັ້ງໃດໆ ໂດຍສະເພາະແມ່ນອົງການຈັດຕັ້ງທີ່ມີສ່ວນພົວພັນໂດຍກົງ ໃຫ້ຄວາມສົນໃຈທີ່ຈະລົງອະນາໄມລວງຕະຄອງຮ່ອງແຊງ ແລະ ຮ່ອງອື່ນໆ ທີ່ເກີດມີຜັກຕົບຈຳນວນຫລາຍ, ຮ່ອງແຊງເປັນຮ່ອງຂະໜາດໃຫຍ່ທີ່ລະບາຍນ້ຳຈາກຕົວເມືອງລົງສູ່ແຫຼ່ງຮັບນ້ຳທຳມະຊາດ ທັງມີຫລາຍຈຸດຂອງຮ່ອງແຊງເຕັມໄປດ້ວຍວັດສະພືດທີ່ຕຶບໜາຂວາງທາງເດີນຂອງນ້ຳຢູ່ ອັນເປັນສາເຫດໜຶ່ງທີ່ເຮັດໃຫ້ເກີດນ້ຳຖ້ວມຂັງ.
ຊຶ່ງກ່ຽວກັບບັນຫານີ້ ໃນວັນທີ 12 ມິຖຸນາ 2023 ນີ້, ຜາຕຸງ ໄດ້ສອບຖາມໄປຍັງ ຄະນະຮັບຜິດຊອບ ຫ້ອງກາານຄຸ້ມຄອງ ແລະ ບໍລິຫານຕົວເມືອງ (ຄບຕ) ກ່ຽວກັບເລື່ອງນີ້ແລ້ວ ແລະ ໄດ້ຮັບຄຳຊີ້ແຈງວ່າ: ໄດ້ມີແຜນການໃນການອະນາໄມລວງຮ່ອງລະບາຍນ້ຳຮ່ອງແຊງແລ້ວ ແລະ ພວມປຶກສາຫາລືກັນຢູ່ ເພື່ອກຽມຄວາມພ້ອມ ແລະ ອຳນວຍຄວາມສະດວກໃນການປະຕິບັດໜ້າທີ່ກຳຈັດຜັກຕົບ ແລະ ວັດສະພືດຊະນິດຕ່າງໆອອກຈາກຮ່ອງນ້ຳຕ່າງໆ ແຕ່ຍັງລໍຖ້າການຊີ້ນຳຈາກຂັ້ນເທິງໃນການປະຕິບັດຕົວຈິງໃນໄວໆນີ້.